ອາເມລິກາ ໃຫ້ການຊ່ວຍເຫຼືອຫວຽດນາມ 2 ລ້ານໂດລາ ເພື່ອແກ້ໄຂຜົນຮ້າຍຍ້ອນຫຼັງໄພພິບັດທຳມະຊາດ

16:12 | 31/10/2020

ຍສໝ - ວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງອາເມລິກາ ທີ່ນຳໂດຍທ່ານ Michael Pompeo - ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນທາງການທູດລະຫວ່າງອາເມລິກາ - ຫວຽດນາມ.

ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19
ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ ຫວຽດນາມໄດ້ຮັບການຊ່ວຍເຫຼືອ ມີຄຸນຄ່າກວ່າ 30 ລ້ານໂດລາ ເພື່ອປ້ອງກັນຄວາມປ່ຽນແປງອາກາດ

ທີ່ການພົບປະ, ຕາງໜ້າກະຊວງຕຳຫຼວດຫວຽດນາມ, ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ຂອບໃຈລັດຖະມົນຕີການຕ່າງປະເທດອາເມລິກາ ທີ່ໄດ້ສະຫລະເວລາມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຮັດວຽກກັບກະຊວງຕຳຫຼວດຫວຽດນາມ.

ທ່ານພົນເອກ ໂຕເລີມ ໃຫ້ຫູ້ວ່າ ການພົບປະຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງ ຄວາມສຳຄັນຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ທ່ານລັດຖະມົນຕີ Michael Pompeo ໂດຍສະເພາະສຳຫຼັບກະຊວງຕຳຫຼວດຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດຄວາມໝັ້ນຄົງ, ເຮັດໃຫ້ເລິກເຊິ່ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ, ສ້າງພື້ນຖານເພື່ອຮັດແໜ້ນ ແລະ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ປະກອບສ່ວນເຮັດໃຫ້ການພົວພັນສອງປະເທດເຂົ້າສູ່ລວງເລິກ.

ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ
ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະທ່ານ Michael Pompeo - ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ. (ພາບ: TTXVN)

ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ທ່ານ Michael Pompeo ໄດ້ສະແດງຄວາມຂອບໃຈທ່ານພົນເອກ ໂຕເລີມ ທີ່ໄດ້ສະຫຼະເວລາໃນການຮັບຕ້ອນຄະນະຜູ້ແທນອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ Michael Pompeo ໄດ້ໃຫ້ຫູ້ວ່າ ໃນການຢ້ຽມຢາມ ຫວຽດນາມຄັ້ງນີ້, ອາເມລິກາ ຈະສະໜອງເງິນໜູນຊ່ວຍ ມະນຸດສະທຳທີ່ມີມູນຄ່າ 2 ລ້ານ USD ໃຫ້ ຫວຽດນາມ ຕື່ມອີກເພື່ອຮັບມືກັບພາຍຸ Molave ແລະ ສະພາບການນ້ຳຖ້ວມຢ່າງຮ້າຍແຮງທີ່ໄດ້ ແລະ ພວມກໍ່ຜົນສະທ້ອນຕໍ່ເຂດພາກກາງ ຫວຽດນາມ ນັບແຕ່ຕົ້ນເດືອນຕຸລາ 2020.

ດ້ວຍບ້ວງເງິນນີ້, ອົງການພັດທະນາສາກົນ ອາເມລິກາ (USAID) ຈະເພີ່ມທະວີຄວາມມານະພະຍາຍາມຕອບສະໜອງຄວາມຕ້ອງການດ່ວນ ຂອງບັນດາປະຊາຊົນທີ່ຖືກຜົນສະທ້ອນຈາກ ພາຍຸຄັ້ງປະຫວັດສາດນີ້ ຢູ່ ຫວຽດນາມ. ປັດຈຸບັນ, ບັນດາຄູ່ຮ່ວມມືຂອງ USAID, ໃນນັ້ນມີ ສະພາກາແດງ ຫວຽດນາມ, ພວມແກ້ໄຂບັນດາຄວາມຕ້ອງການ ກ່ຽວກັບສະບຽງອາຫານ, ບ່ອນຢູ່ອາໄສ, ນ້ຳສະອາດ…ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກພາຍຸ Molave. ບັນດາຄູ່ຮ່ວມມືຂອງ USAID ກໍ່ຈະໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນເມື່ອເຂົາເຈົ້າເລີ່ມຕົ້ນຟື້ນຟູການຜະລິດ.

ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ ທ່ານ Daniel J.Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍ ຫວຽດນາມ ໃນວຽກງານກໍ່ສ້າງຄືນໃໝ່ພາຍຫຼັງພາຍຸ

ຍສໝ - ທ່ານ Daniel J.Kritenbrink ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊື້ງມາຍັງປະຊາຊົນຫວຽດນາມ ຕໍ່ຄວາມເສຍຫາຍກ່ຽວກັບຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງຍ້ອນພາຍຸ, ນໍ້າຖ້ວມເກີດຂຶ້ນຢູ່ພາກກາງ ສສ.ຫວຽດນາມ.

ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”.

ອາເມລ ກາ ໃຫ ການຊ ວຍເຫ ອຫວຽດນາມ 2 ລ ານໂດລາ ເພ ອແກ ໄຂຜ ນຮ າຍຍ ອນຫ ງໄພພ ບ ດທຳມະຊາດ ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ

ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.