ຫວຽດນາມໄດ້ຮັບການຊ່ວຍເຫຼືອ ມີຄຸນຄ່າກວ່າ 30 ລ້ານໂດລາ ເພື່ອປ້ອງກັນຄວາມປ່ຽນແປງອາກາດ

18:48 | 17/03/2020

ຍສໝ - ກອງທຶນອາກາດຂຽວຂອງສະຫະປະຊາຊາດ ໄດ້ອະນຸມັດຜ່ານຈຳນວນເງິນ 30,2 ລ້ານໂດລາ ເພື່ອຊ່ວຍເຫຼືອຫວຽດນາມໃນໄລຍະ 6 ປີ.

ຫວຽດນາມໄດ້ຮັບການຊ່ວຍເຫຼືອ ມີຄຸນຄ່າກວ່າ 30 ລ້ານໂດລາ ເພື່ອປ້ອງກັນຄວາມປ່ຽນແປງອາກາດ

ໄພແຫ້ງແລ້ງຮ້າຍແຮງ ກຳລັງເກີດຂື້ນເປັນ ຈຳນວນຫລວງຫລາຍໃນຫລາຍທ້ອງຖິ່ນ (ພາບ: Vietnamplus)

ໂຄງການຈະໄດ້ປະຕິບັດພາຍໃນ 6 ປີ ແລະ ເອົາມາຜົນປະໂຫຍດໂດຍກົງໃຫ້ປະຊາກອນກວ່າ 22.400 ຄົນ ຢູ່ບັນດາແຂວງ ດັກລັກ, ດັກນົງ, ບີງທ້ວນ, ນີງທ້ວນ, ແຂງຮ່ວາ; 10% ປະຊາກອນຂອງບັນດາແຂວງ ໂດຍສະເພາະແມ່ນຜູ້ຍິງ ແລະ ຊົນເຜົ່າສ່ວນໜ້ອຍ, ກັບເປົ້າໝາຍ: ຫັນລະບົບຫົດນ້ຳ ແລະລະບາຍອອກເປັນທັນສະໄໝ... ມີກ່ວາ 335.000 ຄົນຄາດຄະເນຈະໄດ້ຮັບຜົນປະໂຫຍດທາງອ້ອມຈາກການເຝິກອົບຮົມ ເເລະ ຫນຸນຊ່ວຍເຕັກນິກ...

ຜູ້ຕ່າງຫນ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້: ໂຄງການ SACCR ຈະຊ່ວຍເຫຼືອຢ່າງທີ່ມີປະສິດທິຜົນໃຫ້ບັນດາຄອບຄົວຊາວນາ. ຄາດຄະເນໄພແຫ້ງແລ້ງຈະແກ່ຍາວໃນລະດູແລ້ງ ແລະ ຝົນນ້ຳແກ່ງຢ່າງຮ້າຍແຮງກວ່າໃນລະດູຝົນ ຢູ່ ໄຕຫງຽນ ແລະ ພາກໃຕ້ກາງ. ສະນັ້ນຈະສົ່ງຜົນກະທົບເຖິງຄວາມສະຫງົບສະບຽງອາຫານ...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.