ທ່ານເລຂາທິການໃຫຍ່ອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020

09:13 | 25/03/2021

ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຖິງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ກາຍເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ.

ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020 ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ
ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020 ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca
ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020
ທ່ານເລຂາທິການໃຫຍ່ອາຊຽນ ໄດ້ຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນປີປະທານອາຊຽນ 2020. (ພາບ: TTXVN)

ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ຊົມເຊີຍ ແລະ ຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020, ພິເສດແມ່ນໃນການນຳພາ ອາຊຽນ ຮັກສາຄວາມສາມັກຄີ ແລະ ເປັນເຈົ້າການຮັບມືກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19.

ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ເຊື່ອວ່າ ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບາງ ດ້ວຍປະສົບການການເຮັດວຽກຂອງນັກການທູດຮຸ່ນເກົ່າ, ຈະປະກອບສ່ວນສຳຄັນ ແລະ ດີເລີດໃນວຽກງານຂອງຄະນະກຳມະການຜູ້ຕາງໜ້າຖາວອນປະຈຳ ອາຊຽນ, ສືບຕໍ່ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຫວຽດນາມໃນອາຊຽນ ແລະ ໃນປະຊາຄົມສາກົນ.

ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ກໍຢັ້ງຢືນຄືນໃໝ່ບັນດາການປະກອບສ່ວນສຳຄັນຂອງ ຄະນະກຳມະການ ບັນດາຜູ້ຕາງໜ້າ ປະຈຳ ອາຊຽນ ໃນປີປະທານ ອາຊຽນ 2020, ເປັນຕົ້ນແມ່ນວຽກງານເປັນເຈົ້າພາບ, ເຂົ້າຮ່ວມການເຈລະຈາ ແລະ ບັນລຸໄດ້ເອກະສານສຳຄັນຫຼາຍສະບັບໃນຂອບເຂດການຮ່ວມມືຂອງ ອາຊຽນ ສຳລັບຄູ່ຮ່ວມມື, ຊຸກຍູ້ການປະສານງານໃນບັນດາບັນຫາເສົາຄ້ຳ, ປັບປຸງບົດບາດ ແລະ ການເຄື່ອນໄຫວຂອງຄະນະເລຂາ ອາຊຽນ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຫາຍບາງ ສະແດງຄວາມຊົມເຊີຍ ແລະ ຍິນດີທີ່ໄດ້ຮັບຕຳແໜ່ງເປັນຫົວໜ້າຄະນະຜູ້ຕາງໜ້າຖາວອນຂອງຫວຽດນາມປະຈຳອາຊຽນ, ພ້ອມກັນນັ້ນ, ຢັ້ງຢືນຄວາມມຸ້ງໝັ້ນຂອງຫວຽດນາມ ໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໂດຍຜ່ານການປະສານງານຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ, ແລະ ສືບຕໍ່ຊຸກຍູ້ຜົນສຳເລັດ ແລະ ໝາກຜົນຂອງປີປະທານອາຊຽນປີ 2020 ຂອງຫວຽດນາມ.

ໃນປີ 2021, ຄະນະຜູ້ຕາງໜ້າ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານຂອງ ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ແລະ ສະພາມອບກຳມະສິດກອງທຶນ ອາຊຽນ (AF BOT), ປະຕິບັດສຳເລັດອາຍຸການປະສານງານການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ແລະ ຮັບບົດບາດເປັນປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.

ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020 ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ

ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020 JETRO: ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດແຕ່ການສົ່ງອອກຂອງ 6 ປະເທດ ອາຊຽນ ປີ 2020 ຫລຸດລົງພຽງ 2,2 % ເທົ່ານັ້ນ

ວົງເງິນການຄ້າສົ່ງອອກຂອງ 6 ປະເທດຂຶ້ນກັບ ອາຊຽນ, ໃນນັ້ນ ມີ ຫວຽດນາມ ບັນລຸ 1,35 ພັນຕື້ USD ໃນປີ 2020, ຫລຸດພຽງ 2,2% ເທົ່ານັ້ນ ເມື່ອທຽບໃສ່ປີ 2019.

ທ ານເລຂາທ ການໃຫຍ ອາຊຽນ ໄດ ຕ ລາຄາສ ງຕ ຜ ນສຳເລ ດຂອງຫວຽດນາມ ໃນການເປ ນປະທານອາຊຽນ 2020 ຄະນະກຳມະການອາຊຽນປະຈຳ Pretoria ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນຖານະເປັນປະທານ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຮ່​ວາງວັນ​ເລິ້ຍ ໄດ້ຕິດຕໍ່ກັບສະມາຊິກ APC ເປັນປະ ຈຳ, ກັບກົມໃຫຍ່ອາຊີແລະຕາເວັນອອກກາງ, ກະຊວງການຕ່າງປະເທດແລະການຮ່ວມມືສາກົນ (DIRCO) ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບອາຟຣິກາໃຕ້ແລະອາຟຣິກກາ, ແລກປ່ຽນຂໍ້​ມູນ​ຂ່າວ​ສາ​ນ ໃນການປ້ອງກັນ,ຕ້ານ​ໂລກ​ລະ​ບາດ​ COVID -19 ແລະສົ່ງເສີມການຮ່ວມມືລະຫວ່າງບັນດາຝ່າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.