ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ

16:30 | 25/10/2020

ຍ​ສໝ - ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.

ນາຍົກລັດຖະມົນຕີຫວຽດນາມ ສົ່ງຈົດໝາຍເຖິງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທຸກຄົນ
ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ
ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ
ເຂດ​ພາກ​ກາງ​ຫວຽດ​ນາມ​ປະ​ສົບ​ໄພ​ນ້ຳ​ຖ້ວມ

ວັນທີ 23 ຕຸລາ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມໄດ້ປະກາດບ້ວງເງິນຊ່ວຍເຫຼືອມະນຸດສະທຳທີ່ມີມູນຄ່າ 100.000 AUD ໂດລາອົດສະຕາລີ ຂອງລັດຖະບານ ໃຫ້ຫວຽດນາມໂດຍດ່ວນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸນ້ຳຖ້ວມຢູ່ພາກກາງ ຫວຽດນາມ.

ໃນແຈ້ງການສະບັບໜຶ່ງ, ອົດສະຕາລີໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ໄພທຳມະຊາດເຊິ່ງປະຊາຊົນຢູ່ບັນດາແຂວງພາກກາງ ຫວຽດນາມ ພວມແບກຫາບ, ໃນນັ້ນມີການສູນເສຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ບ້ວງເງິນຊ່ວຍເຫຼືອດ່ວນໃນເບື້ອງຕົ້ນນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີທີ່ມີຕໍ່ປະຊາຊົນ ຫວຽດນາມ. ອົດສະຕາລີໃຫ້ຮູ້ວ່າ ຈະສືບຕໍ່ຕິດຕາມລະດັບຜົນສະທ້ອນຂອງພາຍຸນ້ຳຖ້ວມ ກໍ່ຄືຄວາມຕ້ອງການໜູນຊ່ວຍ.

ໃນເຫດການທີ່ກ່ຽວຂ້ອງ, ເມື່ອໄດ້ຮັບຂ່າວວ່າ ຢູ່ພາກກາງຫວຽດນາມ ເກີດພາຍຸນ້ຳຖ້ວມ ແລະ ດິນເຊາະເຈື່ອນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ຂອງປະຊາຊົນຢູ່ບາງແຂວງພາກກາງ ຫວຽດນາມ, ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.

8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ

ປັດຈຸບັນປະຊາຊົນ 8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ ຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພີນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງ.

ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່ ອົດ​ສ​ະ​ຕາ​ລີ, ກາ​ນາ​ດາ ​ໄດ້​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ​ຢູ່​ເຂດ​ພາກ​ກາງ​ທີ່​ຖືກ​ນ້ຳ​ຖ້ວມຂອງ​ຫວຽດ​ນາມ

ຍ​ສ​ໝ - ຢູ່​ກາ​ນາ​ດາ, ໃນ​ວັນ​ທີ 20 ຕຸ​ລາ, ສະ​ຖານ​ທູດ ຫວຽດ​ນາມ​ໄດ້​ປຸກ​ລະ​ດົມ​ຂ​ະ​ບວນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄົນ​ທຸກ​ຍາກ ແລະ ບໍ​ລິ​ຈາກ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ.

ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສົ່ງສານຢື້​ຢາມ​ຖາມ​ຂ່າວກ່ຽວ​ກັບ​ໄພ​ນ້ຳ​ຖ້ວມຢູ່​ພາກ​ກາງ ຫວຽດ​ນາມ

ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.