ຫວຽດນາມແມ່ນຈຸດພົ້ນເດັ່ນໃນການຮ່ວມມືຂອງ ລັດເຊຍ ແລະ ອາຊຽນ

16:30 | 27/12/2020

ຍ​ສ​ໝ - ນັກ​ຊ່ຽວຊານລັດ​ເຊຍມີຄວາມສົນໃຈເປັນພິເສດຕໍ່ແງ່ຫວັງຂອງລັດເຊຍໃນການພົວພັນກັບອາຊຽນ;ໂດຍຮັບຮູ້ວ່າໃນປີ2020, ລັດເຊຍ ແລະບັນດາປະເທດອາຊຽນສະເຫຼີມສະຫຼອງຫຼາຍເຫດການສຳຄັນເຊັ່ນ:70 ປີແຫ່ງການພົວພັນທາງການທູດກັບຫວຽດນາມແລະອິນໂດເນເຊຍ, 60 ປີແຫ່ງການພົວພັນທາງການທູດລັດເຊຍ - ລາວ...

ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19
ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ ທ່ານ​ພົນ​ໂທ ຫງວຽນ​ຈີ​໊ວິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ​ລັດ​ເຊຍ
ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສະຫະພັນ ລັດເຊຍ ໂງ​ດຶກ​ແມ້ງ ກ່າວຄຳເຫັນທີ່ກອງ​ປະ​ຊຸມ​ສຳ​ມະ​ນາ.(ພາບ: TTXVN)

ສະ​ພາ​ລັດ​ເຊຍ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ (RIAC) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕ້​ວົງ​ມົນ “ປະ​ເທດ​ລັດ​ເຊຍ ແລະ ອາ​ຊີ - ປາ​ຊີ​ຟິກໃນ​ປີ 2021” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້​ແຖວ​ໜ້າ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ມີຫຼາຍ​ຄຳ​ເຫັນ​ຖື​ວ່າ ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໄດ້​ຮັບ​ຜົນ​ກະ​ທົບຫຼາຍ​ພໍ​ສົມ​ຄ​ວນ​ຈາກ​ບັນ​ດາ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ກ່ອນ​ອື່ນ​ໝົດ​ແມ່ນ​ໂລ​ກ​ລະ​ບາດ​ໂຄວິດ - 19, ຄວ​າມຫຼຸດ​ລົງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ການ​ແກ້ງ​ແຍງ ຈີນ - ອາ​ເມ​ລິ​ກາ, ການ​ລົງ​ນາມ​ສັນ​ຍາ RCEP. ໃນສະພາບການນັ້ນ,ການພົວພັນລັດເຊຍກັບອາຊີ-ປາຊີຟິກເວົ້າລວມ ແລະກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນນີ້ເວົ້າສະເພາະກໍ່ປະສົບກັບຄວາມຫຍຸ້ງຍາກບາງຢ່າງ.

ບາງບົດ​ປະ​ກອບ​ຄຳ​ເຫັນ​ໄດ້​ຖື​ວ່າ ໃນ​ສະ​ພາບ​ການ ຄວາມກົດດັນຈາກການລົງໂທດຂອງສະຫະລັດອາ​ເມ​ລິ​ກາ ເລັ່ງ​ໃສ່ທັງລັດເຊຍ ແລະ ຈີນ, ເຮັດ​ໃຫ້ສາຍພົວພັນລະຫວ່າງສອງປະເທດນີ້ ສາມາດຊອກຫາກຳ​ລັງ​ໜູນໃດ​ໜຶ່ງ​ເພື່ອພັດທະນາ.

ການພົວພັນລັດເຊຍ - ຍີ່ປຸ່ນໃນປີທີ່ຜ່ານມາຍັງໄດ້ເຫັນປະ​ຈັກ​ຕາບາງບາດກ້າວທີ່ຕັ້ງ​ໜ້າຄື: ບັນດາບໍລິສັດຍີ່ປຸ່ນມີ​ການເຄື່ອນໄຫວຢ່າງ​ຕັ້ງ​ໜ້າໃນຕະຫຼາດລັດເຊຍແລະ ໃນ ໂຄງການອາຍແກັດ​ເຫຼວ Arctic-2 LNG, ເຖິງຢ່າງໃດກໍ່ຕາມການເຈລະຈາສົນທິສັນຍາສັນຕິພາບຍາກ​ທີ່​ຈະ​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ປີ 2021.

ແຕ່​ວ່ານັກຊ່ຽວຊານລັດ​ເຊຍມີຄວາມສົນໃຈເປັນພິເສດຕໍ່ແງ່ຫວັງຂອງລັດເຊຍໃນການພົວພັນກັບອາຊຽນ;ໂດຍຮັບຮູ້ວ່າໃນປີ2020,ລັດເຊຍ ແລະບັນດາປະເທດອາຊຽນສະເຫຼີມສະຫຼອງຫຼາຍເຫດການສຳຄັນເຊັ່ນ: 70 ປີແຫ່ງການພົວພັນທາງການທູດກັບຫວຽດນາມແລະອິນໂດເນເຊຍ, 60 ປີແຫ່ງການພົວພັນທາງການທູດລັດເຊຍ - ລາວ...

ມີຫຼາຍໂຄງການ, ສັນຍາ ຫລື ແຜນການຕ່າງໆຕ້ອງໄດ້ປ່ຽນແປງຫລືບໍ່​ປະ​ຕິ​ບັດ ຍ້ອນຜົນກະທົບຂອງການລະບາດຂອງໂລກລະ​ບາດ ໂຄວິດ - 19, ມາດ​ຕະການລົງໂທດຂອງອາ​ເມ​ລິ​ກາ ຫລື ຄວາມຂາດສະຖຽນລະພາບໃນບາງປະເທດອາຊີຕາເວັນອອກສ່ຽງໃຕ້.ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຄົງແມ່ນຈຸດພົ້ນ​ເດັ່ນໃນການຮ່ວມມືຂອງລັດເຊຍ ກັບ ອາຊຽນ, ໂດຍສະເພາະໃນປີທີ່ຫວຽດນາມເປັນປະທານອາຊຽນ 2020, ມີຫຼາຍກອງປະຊຸມທາງ​ອອນ​ລາຍໄດ້ຖືກຈັດຂື້ນ, ລວມທັງໃນລະດັບສູງສຸດ, ມີຫຼາຍກົນໄກປະສານງານໃໝ່ ໄດ້ສ້າງຕັ້ງຂຶ້ນໃນການຕໍ່ສູ້ກັບໂລກ​ລະ​ບາດ​ໂຄວິດ - 19.

ໃນປີ 2021, ລັດເຊຍ ແລະ ອາຊຽນຈະສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ເຈລະຈາ ແລະ ສອງຝ່າຍຈະຕ້ອງມາ​ນະພະຍາຍາມຫຼາຍກວ່າເກົ່າເພື່ອເພີ່ມທະວີການຮ່ວມມືຍຸດທະສາດທີ່ບັນລຸໄດ້ໃນສອງປີທີ່ຜ່ານມາ.

ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ຍສໝ - ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...

ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ ລັດເຊຍ ແລະ ອູແກຼນ ບໍລິຈາກຢາມີມຸນຄ່າຫຼາຍກວ່າ 40.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອໂຮງໝໍ ເຂດຮ້ອນສູນກາງຮ່າໂນ້ຍ ໃນການປິ່ນປົວ ພະຍາດ COVID-19

ຍສໝ - ທ່ານ Kharinov Viacheslav, ຫົວໜ້າຜູ້ຕາງໜ້າການຄ້າລັດເຊຍປະຈຳ ຫວຽດນາມໄດ້ເນັ້ນໜັກ ເຖິງການຮ່ວມມືຢ່າງ ແໜ້ນແຟ້ນລະຫວ່າງລັດເຊຍ ແລະ ຫວຽດນາມ ໃນຂົງເຂດສາທາລະນະສຸກ.

ຫວຽດນາມແມ ນຈ ດພ ນເດ ນໃນການຮ ວມມ ຂອງ ລ ດເຊຍ ແລະ ອາຊຽນ ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ພວມນັບມື້ນັບພັດທະນາ, ນະຄອນໂຮ່ຈີມິນແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

​ບຸນ​ຄົງ

302 Found

Found

The document has moved here.