ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ

06:30 | 13/07/2020

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ - ປະເທດລາວ ນຳພາໂດຍທ່ານສະຖານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ, ໄດ້ເດີນທາງໄປເຮັດວຽກຢູ່ 3 ແຂວງພາກເໜືອຂອງປະເທດລາວ ເພື່ອສົ່ງເສີມການຮ່ວມມື, ຊຸກຍູ້ການລົງທືນ ແລະ ສະໜັບສະໜູນປະຊາຊົນທຸກຍາກຢູ່ພາກເໜືອປະເທດລາວ.

ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19
ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ

ເນື່ອງໃນໂອກາດນີ້, ທ່ານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ ແລະ ຄະນະຜູ້ແທນຍັງໄດ້ຄົ້ນຄວ້າສະພາບການດຳລົງຊີວິດ ຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນຂົງເຂດທີ່ກົມກົງສຸນໄດ້ຮັບຜິດຊອບ ເພື່ອໄດ້ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ແກ່ປະຊາຊົນໂດຍໄວ.

ທີ່ການພົບປະກັບທ່ານເລຂາ, ເຈົ້າແຂວງ 3 ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ, ທ່ານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ ໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆ ເພື່ອຮັດແໜ້ນການຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ ແລະ ບັນດາແຂວງພາກເໜືອປະເທດລາວເວົ້າລວມ, ແລະ 3 ແຂວງດັ່ງກ່າວເວົ້າສະເພາະ. ສອງຝ່າຍໄດ້ສຸມໃສ່ປຶກສາຫາລືມາດຕະການຕ່າງໆ ເພື່ອຊຸກຍູ້, ສົ່ງເສີມວິສາຫະກິດຫວຽດນາມ ສືບຕໍ່ລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງອຸດົມໄຊ.

ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ
ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ. (ພາບ: nhandan)

ບັນດາຜູ້ນຳຂອງ 3 ແຂວງ ໄດ້ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານກົງສຸນໃຫຍ່ຫງວຽນດັ່ງຮຸ່ງ; ແລະ ໄດ້ຕີລາຄາສູງຄວາມມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ, ຮອງຮັບວ່ານີ້ແມ່ນຂີດໝາຍແຫ່ງການຢັ້ງຢືນ ວ່າດ້ວຍການຮັກສາການພົວພັນ, ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ກັບພັກ, ອຳນາດການປົກຄອງ ແລະ ປະຊາຊົນພາກເໜືອ ຂອງປະເທດລາວ.

ທ່ານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ ກໍ່ສະເໜີໃຫ້ຜູ້ນຳບັນດາແຂວງພາກເໜືອຂອງລາວ ໄດ້ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທືນ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດຫວຽດນາມ, ໂດຍສະເພາະແມ່ນການດຳເນີນທຸລະກິດ, ການຄ້າຂາຍ ແລະ ການດຳລົງຊີວິດຂອງດຳລົງຊີວິດ ຂອງຊາວຫວຽດນາມຢູ່ບັນດາແຂວງພາກເໜືອຂອງປະເທດລາວ.

ໃນການຢ້ຽມຢາມຄັ້ງນີ້, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ປະສານສົມທົບກັບສະມາຄົມຊາວຫວຽດນາມຢູ່ແຂວງອຸດົມໄຊ ແລະ ລັດຖະບານແຂວງອຸດົມໄຊ ປະຕິບັດມອບເຂົ້າສານຈຳນວນ 2 ໂຕນ ແລະ ປຶ້ມອ່ານປຶ້ມຂຽນ 2 ພັນໜ່ວຍ ໃຫ້ບັນດາຄອບຄົວມີສະພາບການທຸກຍາກ ແລະ ໃຫ້ແກ່ນັກຮຽນຢູ່ແຂວງອຸດົມໄຊ. ການສະໜັບສະໜູນດັ່ງກ່າວ ແມ່ນເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ນັກຮຽນໃນເຂດຕັ້ງຖິ່ນຖານຄືນໃໝ່ ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກບາງຢ່າງ, ເຮັດໃຫ້ສະຖຽນລະພາບໃນຊີວິດ ແລະ ການຮໍ່າຮຽນ.

ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ ຫວຽດນາມ ສະໜັບສະໜູນວິທີການແກ້ໄຂທາງການທູດສຳລັບອາຟຼິກາຕາເວັນຕົກ ແລະ ເຂດ Sahel

ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ບັນດາການແຈ້ງຂໍ້ຫາ ກ່ຽວກັບການລະເມີດສິດທິມະນຸດໂດຍຫລາຍໆກຸ່ມປະກອບອາວຸດ, ກໍ່ຄືກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງທະຫານໃນຫລາຍປະເທດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel.

ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

ຍສໝ - ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

ຫວຽດນາມ ໄດ ສະໜ ບສະໜ ນເຂ າສານ ໃຫ ແກ ປະຊາຊ ນພາກເໜ ອຂອງປະເທດລາວ ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ປະສົບການກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດຂອງຫວຽດນາມ

ຍສໝ - ວັນທີ 2 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານດິງມິນໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ Tanee Sangrat - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໄດ້ໂອ້ລົມສົນທະນາກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.