ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

12:15 | 06/07/2020

ຍສໝ - ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ ຂໍ້ສັງ​ເກດ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ເຈິ່ນ​ຕວັນ​ແອງ ກ່ຽວ​ກັບ​ກອງ​ປະ​ຊຸມ RCEP ຄັ້ງ​ທີ 10
ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ ຫວຽດນາມ ໄດ້ຍົກການບຸລິມະສິດເພື່ອຊຸກຍູ້ການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020.

ເມື່ອບໍ່ດົນມານີ້, ໃນກອງປະຊຸມປະຈຳປີຂອງອາຊຽນ, ທ່ານ Iman Pambagyo, ປະທານຄະນະກຳມະການເຈລະຈາການຮ່ວມມືດ້ານເສດຖະກິດຮອບດ້ານ ໃນພາກພື້ນອາຊຽນ (RCEP) ໄດ້ກ່າວວ່າ ຖ້າລົງນາມຖືກກຳນົດເວລາ ໃນເດືອນພະຈິກນີ້, ສັນຍາ RCEP ຈະເປັນ “ສັນຍານທາງດ້ານການເມືອງທີ່ເຂັ້ມແຂງ” ຕໍ່ໂຄງການທີ່ນຳພາໂດຍອາຊຽນ.

ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ
ທ່ານ Iman Pambagyo, ປະທານຄະນະ ກຳມະການເຈລະຈາການຮ່ວມມືດ້ານເສດຖະກິດຮອບດ້ານ ໃນພາກພື້ນອາຊຽນ (RCEP). (ພາບ: baoquocte)

ຂໍ້ຕົກລົງດັ່ງກ່າວອາດຈະມີຜົນບັງຄັບນຳໃຊ້ໃນເວລາ 2-3 ປີຫຼັງຈາກການລົງນາມ, ແຕ່ໃນສະພາບການພະຍາດ COVID-19 ທົ່ວໂລກ, ການເຊັນສັນຍາດັ່ງກ່າວຈະສົ່ງ "ສັນຍານທາງການເມືອງທີ່ແຂງແຮງ " ແລະ ຈະແມ່ນວິທີການທີ່ລົບລ້າງຄວາມສົງໃສຂອງຫຼາຍຝ່າຍຕ່າງໆ ໃນໄລຍະການເຈລະຈາ.

ກ່ຽວກັບຄວາມຫຍຸ້ງຍາກໃນວິວັດການເຈລະຈາ RCEP, ທ່ານ Iman Pambagyo ໄດ້ເຊື່ອວ່າ RCEP ຈະໄດ້ຮັບການລົງນາມໃນເດືອນພະຈິກ ແລະ ກາຍເປັນໜຶ່ງໃນບັນດາໝາກຜົນສຳຄັນຕົ້ນຕໍ ຂອງປີປະທານອາຊຽນ 2020.

ກ່ຽວກັບຜົນກະທົບຂອງສັນຍາ RCEP ວ່າດ້ວຍການແລກປ່ຽນການຄ້າລະຫວ່າງອິນໂດເນເຊຍ ແລະ ຫວຽດນາມ, ທ່ານ Iman Pambagyo ກ່າວວ່າປະຈຸບັນ ອິນໂດເນເຊຍ ແລະ ຫວຽດນາມ ພວມຮ່ວມມືກັນພາຍໃນຂອບເຂດອາຊຽນ, ສະນັ້ນສອງປະເທດຕ້ອງສຸມໃສ່ກຳລັງແຮງເພື່ອເພີ່ມທະວີການຮ່ວມມືໃນຫຼາຍດ້ານ.

ເສດຖະກິດດີຈີຕອນ ແລະ ການຜະລິດແມ່ນຂົງເຂດທີ່ສອງປະເທດ ສາມາດຮ່ວມມື ໃນສັນຍາ RCEP, ໂດຍສະເພາະໃນຂົງເຂດການຜະລິດລົດຍົນ. ນອກຈາກນັ້ນ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນອື່ນໆຫລາຍຢ່າງໃນການຮ່ວມມື, ເຊັ່ນ: ກະສິກຳ ແລະການປຸງແຕ່ງອາຫານ.

ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ວັນທີ 5 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກທີ່ຫວຽດນາມ ໃນລະຫວ່າງແຕ່ວັນທີ 5 - 6 ມິຖຸນານີ້.

ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ ອາຊຽນ 2020: ຫວຽດນາມພວມຊີ້ໃຫ້ເຫັນບັນດາຄຸນຄ່າຂອງການນໍາໃໝ່ຂອງ ອາຊຽນ

ຍສໝ - ໂດຍພາຍໃຕ້ການເປັນປະທານຂອງຫວຽດນາມ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ການນໍາບັນດາປະເທດ ໄດ້ປຶກສາຫາລືຫຼາຍບັນຫາ ເຊິ່ງພາກພື້ນມີຄວາມສົນໃຈ, ໃນນັ້ນ ຈຸດສຸມແມ່ນຊອກຫາບັນດາມາດຕະການເພື່ອຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ກໍຄືບັນຫາເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືອື່ນໆ.

ຄະນະກຳມະການເຈລະຈາ rcep ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມໃນການນຳພາອາຊຽນ ບັນ​ດາ​ປະ​ເທດ​ຕ້ອງ​ຍາດ​ແຍ້ງ​ທັງ​ກາ​ລະ​ໂອ​ກາ​ດ ແລະ ສິ່ງ​ທ້າ​ທາຍ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ບັນ​ດາ​ກົນ​ໄກ​ການ​ຄ້າ ຫຼາຍ​ຝ່າຍ

ຍ​ສ​ໝ - ໃນ​ທຸກໆ​ສິ່ງ​ທ້າ​ທາຍ​ລ້ວນ​ແຕ່​ຄົງ​ຕົວ​ກາ​ລະ​ໂອ​ກາດ ແລະ ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ບັນ​ດາ​ປະ​ເທດ RCEP ຕ້ອງ​ຍາດ​ແຍ້ງ​ກາ​ລະ​ໂອ​ກາດ​ດັ່ງ​ກ່າວ​ໃຫ້​ດີ​ທີ່​ສຸດ​ເພື່ອ​ຍູ້​ແຮງ​ເປົ້າ​ໝາຍ​ຟື້ນ​ຟູ​ເສດ​ຖະ​ກິດ ກໍ່​ຄື​ຍາດ​ເອົາ​ທີ່​ຕັ້ງ​ເປັນ​ໃຈ​ກາງ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ຄືນ​ໃໝ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.