ຍສໝ - ໃນລະດູແລ້ງ ປີ 2025-2026, ບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິ ຂອງຫວຽດນາມ ໄດ້ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ໄດ້ທັງໝົດ 173 ອັດຖິ.
ຍສໝ - ຫວຽດນາມ ຫາກໍໄດ້ຮັບການຈັດອັນດັບຈາກ Travel + Leisure, ວາລະສານການທ່ອງທ່ຽວທີ່ມີຊື່ສຽງ, ໃຫ້ຢູ່ໃນອັນດັບທີ 5 ຂອງລາຍຊື່ 10 ຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດ ສຳລັບນັກທ່ອງທ່ຽວລຸ້ນ Gen Z ທົ່ວໂລກ.
ຍສໝ - ເມື່ອ 31 ປີກ່ອນ, ກົງກັບວັນທີ 28 ກໍລະກົດ 1995, ທຸງຊາດພື້ນສີແດງດາວສີເຫຼືອງຂອງຫວຽດນາມໄດ້ໂບກສະບັດຢູ່ເທິງທ້ອງຟ້າຂອງບຣູໄນ, ເປັນສັນຍາລັກວ່າ ຫວຽດນາມ ໄດ້ເຂົ້າເປັນສະມາຊິກລຳດັບທີ 7 ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີວ່າການຕ່າງປະເທດອາຊຽນ ຄັ້ງທີ 28.
ຍສໝ - ໃນຕອນເຊົ້າວັນທີ 27 ກໍລະກົດ, ທ່ານ ກຳມະການກົມການເມືອງ, ຮອງນາຍົກລັດຖະບານຜູ້ປະຈຳ ຟ້າມຢາຕຸກ ໄດ້ຕ້ອນຮັບເຂົ້າພົບຢ້ຽມຂ່ຳນັບ ທ່ານ Salvador Illa, ປະທານແຄວ້ນ Catalonia (ແອັດສະປາຍ) ພ້ອມຄະນະຜູ້ແທນລັດຖະບານແຄວ້ນ Catalonia ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ໝູ່ບ້ານຫວຽດນາມ (K-Vietnam Valley) ຢູ່ເມືອງ Bonghwa (ແຂວງ Gyeongbuk) ເຊິ່ງເປັນສະຖານທີ່ພຽງແຫ່ງດຽວໃນ ສ.ເກົາຫຼີ ທີ່ຍັງຮັກສາຮ່ອງຮອຍປະຫວັດສາດຂອງສາຍຕະກູນ ຫຼີຮວາເຊີນ ທີ່ມີຕົ້ນກຳເນີດຈາກລາຊະວົງຫຼີຂອງຫວຽດນາມ ກຳລັງຄ່ອຍໆສຳເລັດບັນດາລາຍການກໍ່ສ້າງ ເພື່ອກາຍເປັນສະຖານທີ່ຈັດຕັ້ງກິດຈະກຳ ແລະ ເຫດການສຳຄັນຫຼາຍຢ່າງລະຫວ່າງສອງປະຊາຊາດ ຫວຽດນາມ - ສ.ເກົາຫຼີ ພ້ອມທັງເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວທີ່ມັກສຶກສາປະຫວັດສາດຄວາມຜູກພັນລະຫວ່າງສອງປະເທດ.
ຍສໝ - ຕອນບ່າຍວັນທີ 27 ກໍລະກົດ, ທີ່ສຳນັກງານລັດຖະບານ, ຮອງນາຍົກລັດຖະບານ ໂຮ່ກວກຢຸງ ໄດ້ຕ້ອນຮັບທ່ານ Marc Knapper, ອະດີດເອກອັກຄະລັດຖະທູດສະຫະລັດປະຈຳຫວຽດນາມ, ໃນໂອກາດທີ່ທ່ານກັບຄືນມາຫວຽດນາມໃນບົດບາດໃໝ່ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນລະຫວ່າງສະຫະລັດ ແລະ ຫວຽດນາມ.
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດໜ້າທີ່ຢູ່ສະວິດ, ຮອງນາຍົກລັດຖະບານ ຫງວຽນວັນທັງ ໃນວັນທີ 27 ກໍລະກົດ ໄດ້ຈັດກອງປະຊຸມຮ່ວມກັບ ຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ທ່ານນາງ Jennifer DJ Nordquist.
ຍສໝ - ບັນດາຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ຜູ້ແທນ ຫຼາຍພັນຄົນ ໄດ້ຮ່ວມກັນຈູດທຽນສົດຸດີ ຢູ່ສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນະຄອນເກີນເທີ ເພື່ອສະແດງຄວາມສຳນຶກບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນກິດຈະກຳລະນຶກເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເທົ່ານັ້ນ, ແຕ່ຍັງເປັນການສືບສານປະເພນີຮັກຊາດ, ປຸກລະດົມຄວາມປາດຖະໜາໃນການອຸທິດຕົນຂອງຄົນຮຸ່ນໃໝ່ອີກດ້ວຍ.
ຍສໝ - ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ໄດ້ຈັດພິທີເປີດຕົວຢ່າງເປັນທາງການ ຢູ່ສູນແພລັດຟອມຊຸມຊົນ Chungnam (AUREUM), ນະຄອນອາຊານ, ແຂວງ Chungcheongnam-do (Chungnam), ສາທາລະນະລັດ ເກົາຫຼີ. ເຫດການຄັ້ງນີ້ນັບເປັນບາດກ້າວສຳຄັນໃນຂະບວນການສ້າງຕັ້ງເຄືອຂ່າຍອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam ໃຫ້ມີຄວາມເປັນມືອາຊີບ, ເປັນລະບົບ ແລະ ຍືນຍົງ.
ຍສໝ - “ເຖິງວ່າເຂດອາຟຣິກາຕາເວັນອອກຈະຢູ່ຫ່າງໄກ ແລະ ຍັງມີຄວາມຫຍຸ້ງຍາກຫຼາຍດ້ານກ່ຽວກັບສະພາບການດຳລົງຊີວິດ ແລະ ການແພດ, ແຕ່ຄະນະພະນັກງານ ແລະ ລູກຈ້າງຂອງສະຖານທູດຫວຽດນາມປະຈຳຕັງຊານີ ຍາມໃດກໍພາກພູມໃຈທີ່ເປັນນັກຮົບຢູ່ແນວໜ້າການຕ່າງປະເທດ. ພວກຂາ້ພະເຈົ້າຂໍອຸທິດທຸກກຳລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມລິເລີ່ມ ເພື່ອສ້າງຮອຍປະທັບອັນໂດດເດັ່ນໃນການພົວພັນທາງການທູດລະຫວ່າງສອງປະເທດ.”
ຍສໝ - ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດຢ່າງຈະແຈ້ງເຖິງຄວາມຮຽກຮ້ອງໃນການຍົກລະດັບວຽກງານການຕ່າງປະເທດ, ສ້າງການທູດທີ່ຮອບດ້ານ, ທັນສະໄໝ, ມີຄວາມສຳຄັນ, ດຳເນີນເປັນປົກກະຕິ, ເປັນຝ່າຍລິເລີ່ມສ້າງສັນ, ປະກອບສ່ວນ ແລະ ຄ່ອຍໆກຳນົດຮູບແບບສະພາບແວດລ້ອມສາກົນ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊາດ.
ຍສໝ - ນະຄອນໂຮ່ຈີມິນກຳລັງຜັນຂະຫຍາຍບັນດາມາດຕະການຢ່າງຮອບດ້ານ ເພື່ອສ້າງຕ່ອງໂສ້ການສະໜອງແບບຍືນຍົງ, ຊຸກຍູ້ການຜະລິດສະອາດ ແລະ ເສດຖະກິດໝູນວຽນ. ນີ້ຖືກຖືວ່າເປັນແຮງຂັບເຄື່ອນສຳຄັນ ທີ່ຊ່ວຍນຳຜະລິດຕະພັນສີຂຽວເຂົ້າໃກ້ຜູ້ບໍລິໂພກຫຼາຍຂຶ້ນ, ພ້ອມທັງເພີ່ມຂີດຄວາມສາມາດແຂ່ງຂັນໃຫ້ແກ່ວິສາຫະກິດທ້ອງຖິ່ນ.
ຍສໝ - ຕາມການຄົ້ນຄວ້າຂອງ ສູນຄົ້ນຄວ້າ ແລະ ວິເຄາະການຍົກຍ້າຍຖິ່ນຖານ (CReAM) ຂຶ້ນກັບ ມູນນິທິ ROCKWOOL Foundation Berlin (RFBerlin), ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ ສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດສາດ ໃນປີ 2025, ຜ່ານນັ້ນໄດ້ຊ່ວຍຮັດແຄບໄລຍະຫ່າງ ກັບກຳລັງແຮງງານທ້ອງຖິ່ນ (ຄົນພື້ນເມືອງ).
ຍສໝ - ການພັດທະນາພື້ນທີ່ດີຈີຕອນ, ຂໍ້ມູນ, ນະວັດຕະກຳ ແລະ ເຕັກໂນໂລຊີຍຸດທະສາດ ໄດ້ຖືກກຳນົດເປັນໜຶ່ງໃນພື້ນຖານທີ່ສຳຄັນ ເພື່ອເຮັດໃຫ້ບັນລຸເປົ້າໝາຍການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງຫວຽດນາມໃນໄລຍະຕໍ່ໄປ.
ຍສໝ - ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານຜູ້ບາດເຈັບ-ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27/7/1947-27/7/2026), ໃນຕອນເຊົ້າຂອງວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະກຳມະການບໍລິຫານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ ຖະຫວາຍທູບທຽນ, ລະນຶກຄຸນບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ອະນຸສາວະລີລະນຶກບັນດາວີລະຊົນພົນສະຫຼະ ຖະໜົນ ບັກເຊີນ (ນະຄອນຮ່າໂນ້ຍ), ວາງພວງມາລາ ແລະ ເຂົ້າຄາລະວະສຸສານປະທານ ໂຮ່ຈີມິນ.
ຍສໝ - ໃນໄລຍະຜ່ານມາ, ຂະບວນການ 500 ວັນຄືນ ໄດ້ສຸມໃສ່ປະຕິບັດບັນດາໜ້າທີ່ຢ່າງສອດຄ່ອງ ທັງວຽກງານຄົ້ນຫາ ແລະ ເກັບກູ້ອັດຖິວີລະຊົນພົນສະຫຼະ; ການເກັບກຳ, ຮັກສາ ແລະ ກວດພິສູດ ADN; ການສ້າງຖານຂໍ້ມູນເພື່ອກວດສອບ ແລະ ປຽບທຽບຂໍ້ມູນ; ພ້ອມທັງດຳເນີນວຽກງານເກັບກູ້ລະເບີດ ແລະ ວັດຖຸລະເບີດ ຢູ່ບັນດາພື້ນທີ່ທີ່ຍັງມີຮ່ອງຮອຍສົງຄາມຈຳນວນຫຼາຍ ແລະ ບໍລິເວນທີ່ສົງໄສວ່າມີຫຼຸມຝັງສົບຂອງວີລະຊົນພົນສະຫຼະ.
ຍສໝ - ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ສະເໜີໃຫ້ສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລັ່ງສ້າງເອກະສານສະເໜີໃຫ້ UNESCO ຂຶ້ນທະບຽນຊຸດເສື້ອຍາວຫວຽດນາມ ເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມະນຸດ.
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ.
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ "ເຮືອນແຫ່ງຄວາມຮັກແພງ" ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ.