| ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດເຢຍລະມັນ ມາລົງທຶນຢູ່ຫວຽດນາມ ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ |
![]() |
| ບັນດາວິສາຫະກິດເຢຍລະມັນຢູ່ຫວຽດນາມ ພວມໃຫ້ບຸລິມະສິດແກ່ການຫັນການຜະລິດ ແລະ ການປະດິດສ້າງໃຫ້ມີຄວາມຫຼາກຫຼາຍ, ໂດຍສຸມໃສ່ບັນດາໂຄງການລົງທຶນສີຂຽວ. |
ຕອນເຊົ້າວັນທີ 18 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ນະຄອນຮ່າໂນ້ຍ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ ແລະ ກຳມະການຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດສະຫະພັນເຢຍລະມັນ, ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ໃນການພົບປະ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ຫວຽດນາມພ້ອມສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ວິສາຫະກິດເຢຍລະມັນເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດ, ໂດຍໃຫ້ຄວາມສຳຄັນແກ່ບັນດາຂົງເຂດທີ່ເຢຍລະມັນມີຈຸດແຂງ ແລະ ສອດຄ່ອງກັບທິດທາງພັດທະນາໃໝ່ຂອງຫວຽດນາມ ເຊັ່ນ ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ.
ທ່ານນາງ ເລ ທິ ທູ ຮັ່ງ ຍັງໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນປະສົບການດ້ານການສ້າງກົດໝາຍ ແລະ ການກວດກາຕິດຕາມ ລະຫວ່າງບັນດາສະມາຊິກສະພາ ແລະ ຄະນະກຳມາທິການວິຊາສະເພາະຂອງສອງປະເທດ. ພ້ອມກັນນັ້ນ, ທ່ານນາງໄດ້ສະເໜີໃຫ້ສະພາແຫ່ງຊາດເຢຍລະມັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ຊຸມຊົນຄົນຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ກຳລັງດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຢຍລະມັນ. ທາງດ້ານທ່ານ Rolf Mutzenich ຢືນຢັນວ່າ ສາຍພົວພັນຫວຽດນາມ - ເຢຍລະມັນ ຍັງມີທ່າແຮງ ແລະ ໂອກາດອີກຫຼາຍໃນການພັດທະນາໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ.
ຍສໝ - ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ. |
ຍສໝ - ໃນກອງປະຊຸມຄັ້ງນີ້, ທ່ານ Peter Altmaier ລັດຖະມົນຕີເສດຖະກິດເຢຍລະມັນໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຂອງປະເທດນີ້ຄວນຊອກຫາຫຼາຍວິທີການປ່ຽນແທນໃນການດຳເນີນທຸລະກິດເພື່ອຫັນລະບົບການສະໜອງເປັນຫຼາຍຮູບແບບຢູ່ພາກພື້ນ |
ມິງດຶກ
