ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA

17:00 | 24/12/2020

ຍ​ສ​ໝ - ທີ່ກອງປະຊຸມ, ສະມາຊິກສະພາຄວາມໝັ້ນຄົງ ສ​ປ​ຊ ສ່ວນຫຼາຍໄດ້ເຫັນດີກັບການຕີລາຄາຂອງນັກລາຍ​ງານ ແລະ ຢືນຢັນເຖິງຄວາມສຳຄັນຂອງມະຕິເລກທີ 2231 ແລະ JCPOA ໃນການແກ້ໄຂບັນຫານິວເຄຼຍອີຣານ ແລະ ພັນທະຂອງບັນດາຝ່າຍໃນ​ການປະຕິບັດຂອງມະຕິແລະຂໍ້ຕົກລົງສະບັບນີ້ຢ່າງຄົບ​ຖ້ວນ.

ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa ຫວຽດນາມສືບຕໍ່ສະແດງບົດບາດຄວບຄູ່ຢູ່​ ສ​ປ​ຊ
ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ
ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa

ກອງປະຊຸມອອນລາຍ ກ່ຽວກັບສະພາບການປະຕິບັດ ມະຕິເລກທີ 2231 ຂອງ ສະພາຄວາມໝັ້ນຄົງ ສ​ປ​ຊ. (ພາບ: baoquocte.vn)

ວັນທີ 22 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍ ກ່ຽວກັບສະພາບການປະຕິບັດ ມະຕິເລກທີ 2231 ຂອງ ສະພາຄວາມໝັ້ນຄົງ ສ​ປ​ຊ, ເຊິ່ງເປັນມະຕິທີ່ສະໜັບສະໜູນການຜັນຂະຫຍາຍໂຄງການກະທຳລວມຮອບດ້ານ ປີ 2015 ຫຼືເອີ້ນຫຍໍ້ວ່າ JCPOA.

ສະພາຄວາມໝັ້ນຄົງໄດ້ຮັບຟັງທ່ານນາງ Rosemary DiCarlo, ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດຊອບວຽກງານການເມືອງ, ທ່ານເອກອັກຄະລັດຖະທູດ Olof Skoog, ຫົວໜ້າຄະນະຜູ້​ຕາງ​ໜ້າ EU ປະຈຳ ສະຫະປະຊາຊາດ ແລະ ທ່ານເອກອັກຄະລັດຖະທູດ ຟີ​ລິບ​ປິນ Kridelka, ຫົວ ໜ້າຕ່າງ​ໜ້າປະເທດແບນຊິກ, ຜູ້ປະສານງານກົນຈັກການສະໜັບສະໜູນ ການປະຕິບັດມະຕິ ເລກ​ທີ 2231, ລາຍງານອັບ​ເດັດສະຖານະພາບ.

ບັນ​ດາ​ນັກ​ລາຍ​ງານໄດ້ຢືນຢັນວ່າຂໍ້ຕົກລົງ JCPOA ແລະ ມະຕິເລກ​ທີ 2231 ແມ່ນຜົນສຳເລັດທີ່ສຳຄັນຂອງການທູດຫຼາຍຝ່າຍ ແລະ ມານະພະຍາຍາມບໍ່ເຜີຍ​ແຜ່ອາ​ວຸດ​ນິວ​ເຄຼຍ, ແມ່ນວິທີດີທີ່ສຸດເພື່ອຊຸກຍູ້ວິ​ທີ​ການແກ້ໄຂບັນຫາຢ່າງຮອບດ້ານ, ຍາວນານ ແລະ ເໝາະສົມສຳລັບບັນຫານິວເຄຼຍ ຂອງອີຣານ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນແລະສາກົນ.

ທີ່ກອງປະຊຸມ, ສະມາຊິກສະພາຄວາມໝັ້ນຄົງ ສ​ປ​ຊ ສ່ວນຫຼາຍໄດ້ເຫັນດີກັບການຕີລາຄາຂອງນັກລາຍ​ງານ ແລະ ຢືນຢັນເຖິງຄວາມສຳຄັນຂອງມະຕິເລກທີ 2231 ແລະ JCPOA ໃນການແກ້ໄຂບັນຫານິວເຄຼຍອີຣານ ແລະ ພັນທະຂອງບັນດາຝ່າຍໃນ​ການປະຕິບັດຂອງມະຕິແລະຂໍ້ຕົກລົງສະບັບນີ້ຢ່າງຄົບ​ຖ້ວນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນລຸລ່ວງຂອງ ຫວຽດນາມ ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນ ມີອາວຸດນິວເຄຼຍ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງການກະທຳທີ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດໜ້ອຍຖອຍລົງ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ຈົ່ງດຳເນີນການເຈລະຈາ ແລະ ໄກເກ່ຍ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດ​ນາມ​ພ້ອມ​​ແລ້ວ​ທີ່​ຈະ​ເຮັດ​ວຽກ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື​ພາຍ​ໃນ ແລະ ນອ​ກສ​ະ​ພ​າ​ຄວາມ​ໝັ້ນ​ຄົງ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້​ນ​ຕາ​ເວັນ​ອອກ​ກາງ.

ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ

ຍ​ສ​ໝ - ທ່ານ​ນາງ Deborah Lyons ທູດ​ພິ​ເສດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ທັງ​ເປັນ​ຜູ້​ນຳ​ໜ້າ UNAMA ໃຫ້​ຮູ້​ວ່າ ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ກຳ​ລັງ​ຕາ​ລີ​ບານ ບັນ​ລຸ​ໄດ້​ບາງ​ຄວາມ​ຄືບ​ໜ້າ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຂໍ້​ກຳ​ນົດ ແລະ ລະ​ບຽບ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 2 ທັ​ນ​ວາ 2020.

ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa ຫວຽດນາມ ແລະ ອິນໂດເນເຊຍສະໜັບສະໜູນ ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ຊູດັງ

ຍ​ສ​ໝ - ຫວຽດນາມແລະອິນໂດເນເຊຍຕີລາຄາສູງບົດບາດຂອງສະຫະປະຊາຊາດ, AU ແລະບັນດາປະເທດໃນພາກພື້ນໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຢູ່ັຊູດັງ

ຫວຽດນາມ ສະໜ ບສະໜ ນມະຕ ສະບ ບເລກທ 2231 ແລະ ສ ນຍາ jcpoa ສະຫະປະຊາຊາດ,ລັດເຊຍ ສະໜັບສະໜູນຄວາມມານະພະຍາຍາມຂອງ EU ປົກປ້ອງຂໍ້ຕົກລົງ JCPOA

ໃນຂະນະນັ້ນ, ທ່ານ Junker ຢັ້ງຢືນຄືນໃໝ່ຄຳຕັດສິນຂອງ EU ປົກປ້ອງ JCPOA ຍ້ອນຄວາມສຳຄັນແຖວໜ້າແມ່ນຮັກສາສັນຕິພາບໃນພາກພື້ນ, ກໍ່ຄືໃນທົ່ວໂລກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.