ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງຄວາມມານະພະຍາຍາມ ຂອງກຳລັງຊົ່ວຄາວສະຫະປະຊາຊາດຢູ່ເລບານອນ

16:29 | 21/03/2021

ຍສໝ - ຕອນເຊົ້າວັນທີ 19 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງການພົບປະກັນກ່ຽວກັບສະພາບຂອງປະເທດເລບານອນ ແລະ ການຈັດຕັ້ງປະຕິບັດມະຕິເລກທີ 1701 (2006) ຂອງສະພາຄວາມໝັ້ນຄົງ.

ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ
ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ ລັດຖະບານ ອົດສະຕຣາລີ ແລະ ອົງການຢູນີເຊັບ ຂະຫຍາຍການ ສະໜັບສະໜູນ ການຮັບມືກັບພະຍາດໂຄວິດ-19 ໃນ ສປປ ລາວ

ກ່າວຄຳເຫັນທີ່ກອງປະຊຸມ, ຮອງຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ທ່ານນາງ ຫງວຽນເຟື່ອງຈ່າ ໄດ້ຢືນຢັນວ່າ, ຫວຽດນາມ ໄດ້ສະໜັບສະໜູນ ແລະ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາກຳລັງ UNIFIL ໃນການຮັກສາສະຖຽນລະພາບ ແລະ ສະກັດກັ້ນຄວາມເຄັ່ງຕຶງປີນຂັ້ນໃນພາກພື້ນ “ຖະໜົນຂຽວ”.

ຜູ້ຕາງໜ້າຂອງຫວຽດນາມ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຕ້ອງການປະຕິບັດພັນທະຂອງຕົນຕາມມະຕິເລກທີ 1701, ຫຼຸດຜ່ອນ ແລະ ຫລີກລ້ຽງການກະທຳທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງ, ເຄົາລົບສິດເສລີໃນການເຄື່ອນໄຫວຂອງກອງກຳລັງຊົ່ວຄາວສະຫະປະຊາຊາດຢູ່ລີບັງ UNIFIL ແລະ ເພີ່ມທະວີການນຳໃຊ້ກົນໄກທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມກົດດັນ.

ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ
ທ່ານນາງ ຫງວຽນເຟື່ອງຈ່າ ຮອງຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: baoquocte)

ກ່ຽວກັບສະພາບການຢູ່ເລບານອນ, ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຜັນແປໃນປະຈຸບັນ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ມະນຸດສະທຳ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ເລບານອນ ເຫັນດີສ້າງຕັ້ງລັດຖະບານໃໝ່ ເພື່ອນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກ ຮັກສາຄຳໝັ້ນສັນຍາໃນການໜູນຊ່ວຍມະນຸດສະທຳ ໃຫ້ປະຊາຊົນເລບານອນ.

ນອກຈາກນັ້ນ, ຫວຽດນາມ ຍັງສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວທີ່ລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເລບານອນ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິບັນດາການເຄື່ອນໄຫວນີ້ ແລະ ຖອນທະຫານອອກຈາກບັນດາຕຳແໜ່ງທີ່ຄອບຄອງຢູ່ທາງທິດເໜືອ ຂອງພາກພື້ນ “ຖະໜົນຂຽວ”.

ທີ່ກອງປະຊຸມ, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຜູ້ທີ່ຮັບຜິດຊອບວຽກງານຮັກສາສັນຕິພາບ ທ່ານ Jean-Pierre Lacroix ແລະ ຜູ້ປະສານງານພິເສດຂອງສະຫະປະຊາຊາດເລບານອນ ທ່ານ Najat Rochdi ໄດ້ປັບປຸງຂໍ້ມູນກ່ຽວກັບສະພາບການຂອງເລບານອນ, ການເຄື່ອນໄຫວຂອງກອງ ກຳລັງຊົ່ວຄາວສະຫະປະຊາຊາດຢູ່ລີບັງ (UNIFIL) ແລະ ຜົນຂອງການຈັດຕັ້ງປະຕິບັດບັນດາເນື້ອໃນຂອງມະຕິເລກທີ 1701.

ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ ຫວຽດນາມ ໄດ້ຮຽກຮ້ອງຄວາມມານະພະຍາຍາມເຈລະຈາ ແລະ ເພີ່ມທະວີການສະໜັບສະໜູນ ສຳລັບຊີຣີ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາຝ່າຍຢູ່ຊີຣີ ກໍ່ຄື ໃນປະຊາຄົມສາກົນ.

ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ ຫວຽດນາມ ຖືເປັນສຳຄັນການຮ່ວມມືໃນພາກພື້ນ ແລະ ສາກົນໃນການປ້ອງກັນຕ້ານອາດຊະຍາກຳ ຂ້າມຊາດ

ຍສໝ - ໃນວັນທີ 8 ມີນານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ການຍຸຕິທຳທາງອາຍາ ໄດ້ຈັດຂຶ້ນທີ່ນະຄອນ Kyoto ປະເທດຍີ່ປຸ່ນ ໃນຮູບແບບການລວມກັນໂດຍກົງ ແລະ ຖ່າຍທອດສົດ.

ຫວຽດນາມ ສະໜ ບສະໜ ນ ແລະ ຕ ລາຄາສ ງຄວາມມານະພະຍາຍາມ ຂອງກຳລ ງຊ ວຄາວສະຫະປະຊາຊາດຢ ເລບານອນ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ

ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.