ຫວຽດນາມ, ລາວ, ກໍາປູເຈຍຜັນຂະຫຍາຍທ່າໄດ້ປຽບໃນການທ່ອງທ່ຽວຢູ່ພາກພື້ນ

10:10 | 22/12/2020

ຍສໝ - ພັດທະນາການທ່ອງທ່ຽວ ເຂດສາມລ່ຽມພັດທະນາ CLV ຕາມທິດຍືນຍົງ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກ, ບູລະນະຊັບພະຍາກອນການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອສີສັນຊາດ, ຮ່ວມມືກັນເພື່ອປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ.

ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020
ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19
ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ
ພາບປະກອບ: baovanhoa.vn

ເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, 3 ປະເທດ ຫວຽດນາມ, ລາວ, ກໍາປູເຈຍ ໄດ້ພ້ອມກັນເຂົ້າຮ່ວມຫຼາຍກົນໄກ ແລະ ຄຳໝັ້້ນສັນຍາສາກົນ ຂອງພາກພື້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ ແລະ ປະສານສົມທົບການຜັນຂະຫຍາຍແຜນການພັດທະນາການທ່ອງທ່ຽວ. ເປົ້າໝາຍພັດທະນາໄລຍະ ຕໍ່ໄປ ແມ່ນ 3 ປະເທດຈະສືບຕໍ່ເສີມຂະຫຍາຍທ່າໄດ້ປຽບຂອງພາກພື້ນ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຢ່າງສົມເຫດສົມຜົນ ແລະ ມີ ປະສິດທິຜົນ ເພື່ອພັດທະນາການທ່ອງທ່ຽວ. ເຊື່ອມໂຍງ, ສ້າງກຸ່ມຮ່ວມສໍາພັນ, ຈຸດນັດພົບລວມເພື່ອເຊື່ອມຕໍ່ບັນດາທ້ອງຖິ່ນ, ບັນດາເຂດການທ່ອງທ່ຽວທີ່ຂະໜາດ, ສ້າງເຄື່ອງໝາຍການທ່ອງທ່ຽວຢູ່ພາກພື້ນຢູ່ເຂດສາມລ່ຽມພັດທະນາ. ພັດທະນາການທ່ອງທ່ຽວ ເຂດສາມລ່ຽມພັດທະນາ CLV ຕາມທິດຍືນຍົງ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກ, ບູລະນະຊັບພະຍາກອນການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອສີສັນຊາດ, ຮ່ວມມືກັນເພື່ອປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ. ຖືການພັດທະນາການທ່ອງທ່ຽວປະຊາຄົມ ແມ່ນມາດຕະການຊຸກຍູ້ເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.

ລາຍລະອຽດແມ່ນຮອດປີ 2025, ແຂກທ່ອງທຽວສາກົນມາບັນດາແຂວງຢູ່ເຂດ ສາມລ່ຽມພັດທະນາ CLV ບັນລຸ 3,3 ລ້ານເທືື່ອຄົນ, ບັນລຸໄດ້ລະດັບການເຕີບໂຕໄລ່ສະເລ່ຍ 14%/ປີ. ລະບົບພື້ນຖານໂຄງລ່າງເຕັກນິກ ໄດ້ຮັບການກໍ່ສ້າງໃຫ້ສຳເລັດເທື່ອລະກ້າວ, ມີໂຮງແຮມ 2-3ແຫ່ງທີ່ມີ 3 - 4 ດາວ ຢູ່ບັນດາສູນການທ່ອງທ່ຽວຂອງພາກພື້ນ, ລະບົບ homestay ບັນລຸມາດຕະຖານໃນການຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ. ຄ່ອຍໆສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ມີທ່າໄດ້ປຽບຂອງພາກພື້ນ ສາມລ່ຽມພັດທະນາ CLV ເພື່ອສ້າງເຄື່ອງໝາຍການທ່ອງທ່ຽວແບບທຳມະຊາດ, ການທ່ອງທ່ຽວທີ່ມີຄວາມສ່ຽງ, ການທ່ອງທ່ຽວເຂດຊົນນະບົດ ແລະ ການທ່ອງທ່ຽວວັດທະນະທຳ ປະຫວັດສາດ, ມໍລະດົກ. ແຫຼ່ງຊັບພະຍາກອນມະນຸດການທ່ອງທ່ຽວໄດ້ຮັບການປັບປຸງ, ນັບທັງຢູ່ບັນດາບໍລິເວນປະສົບກັບຄວາມຫຍຸ້ງຍາກ. ດຶງດູດໄດ້ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຂອງ ແລະ ໄດ້ຮັບການບຳລຸງສ້າງຂອງ ວິສາຫະກິດເອກະຊົນ ແລະ ປະຊາຄົມທ້ອງຖິ່ນ, ພິເສດແມ່ນພໍ່ແມ່ປະຊາຊົນເຂດຊົນເຜ່ົາສ່ວນໜ້ອຍ. ຮອດປີ 2030 ສ້າງຈຸດນັດພົບຢູ່ພາກພື້ນ ສາມລ່ຽມພັດທະນາ ທີ່ມີບັນດາສະຖານທີ່ທີ່ດຶງດູດໃຈ, ລະບົບພື້ນຖານວັດຖຸດ້ານເຕັກນິກ ແລະ ມີຄວາມສະດວກພໍສົມຄວນ, ລະບົບພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ກໍ່ສະດວກ, ແຫຼ່ງຊັບພະຍາກອນຮັບປະກັນໄດ້ຄວາມຮຽກຮ້ອງໃນການພັດທະນາ, ຈຳນວນແຂກທ່ອງທ່ຽວຕ່າງປະເທດບັນລຸທົບ 2 ເທົ່າເມື່ອທຽບໃສ່ກັບປີ 2025.

ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020

ຍສໝ - ຫວຽດນາມ ໄດ້ຮັບລາງວັນຫຼາຍຢ່າງ ໃນງານປະກາດສຸດທ້າຍ Grand Final ຂອງລາງວັນການທ່ອງທ່ຽວໂລກ (WTA) ໃນປີ 2020, ໂດຍສະເພາະແມ່ນ “ຈຸດໝາຍປາຍທາງມໍລະດົກໂລກອັນດັບໜຶ່ງຂອງໂລກ (World's Leading Heritage Destination) ປີ 2020 ໄດ້ມອບໃຫ້ແກ່ຫວຽດນາມ.

ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19

ຍສໝ - ໃນວັນທີ 7 ພະຈິກ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຮູບການຖ່າຍທອດສົດເພື່ອຊຸກຍູ້ການທ່ອງທ່ຽວສອງຝ່າຍ.

ຫວຽດນາມ ລາວ ກ າປ ເຈຍຜ ນຂະຫຍາຍທ າໄດ ປຽບໃນການທ ອງທ ຽວຢ ພາກພ ນ ປະເທດລາວ ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.