ຫວຽດນາມ ຍົກສູງຄຸນນະພາບການສຶກສາດ້ານກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນຕິດກັບ ສປປ.ລາວ

09:46 | 25/09/2020

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ກະຊວງຍຸຕິທຳ ປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາທາງຖ່າຍທອດສົດ ກ່ຽວກັບວິທີແກ້ໄຂເພື່ອຍົກສູງຄຸນນະພາບຂອງການເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ປະຊາຊົນໃນເຂດທີ່ມີຊາຍແດນຕິດກັບຊາຍແດນສປປ.ລາວ.

ທະຫານຊາຍແດນຫວຽດນາມ ໄດ້ມອບສິ່ງທີ່ຈຳເປັນ ໃຫ້ແກ່ທະຫານຊາຍແດນປະເທດລາວ ເພື່ອຕໍ່ຕ້ານ COVID-19.
ສປປ ລາວ ສະເໜີ ສ້າງຕະຫຼາດຊາຍແດນ ຫວຽດນາມ - ລາວ

ໃນບົດລາຍງານສະຫຼຸບສັງລວມ ກ່ຽວກັບສະພາບການສຶກສາກົດໝາຍ ແລະ ວິທີແກ້ໄຂໃນປະຈຸບັນ ເພື່ອຍົກສູງປະສິດທິຜົນຂອງວຽກງານນີ້ຢູ່ບັນດາແຂວງທີ່ມີຊາຍແດນຕິດກັບສປປ.ລາວ ໃນໄລຍະຈະມາເຖິງ, ທ່ານຟານໂຮງຫງວຽນ - ຮອງຫົວໜ້າພະແນກໂຄສະນາເຜີຍແຜ່ ແລະ ສຶກສາກົດໝາຍ ໄດ້ກ່າວວ່າ ວຽກງານນີ້ມີບົດບາດ ແລະ ຄວາມໝາຍທີ່ສຳຄັນເປັນພິເສດ, ໄດ້ຮັບຄວາມເອົາໃຈໃສ່ຂອງການນຳພາ ແລະ ການຈັດຕັ້ງປະຕິບັດຂອງທຸກຂັ້ນ ແລະ ສາຂາຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ. ຍ້ອນເຫດນັ້ນ, ວຽກງານໂຄສະນາເຜີຍແຜ່ ແລະ ການສຶກສາກົດໝາຍ ບັນລຸໄດ້ໝາກຜົນດີພໍສົມຄວນ.

ຫວຽດນາມ ຍົກສູງຄຸນນະພາບການສຶກສາດ້ານກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນຕິດກັບ ສປປ.ລາວ
ຫວຽດນາມ ຍົກສູງຄຸນນະພາບການສຶກສາດ້ານກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນຕິດກັບ ສປປ.ລາວ. (ພາບ: PLO)

ກະຊວງຍຸຕິທຳປະເທດຫວຽດນາມ ໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ແລະ ການສຶກສາກົດໝາຍ ໃຫ້ແກ່ປະຊາຊົນໃນເຂດຊາຍແດນ ໂດຍທົ່ວໄປ ແລະ ເຂດຊາຍແດນຕິດກັບປະເທດລາວໂດຍສະເພາະ ແມ່ນໜຶ່ງໃນໜ້າທີ່ສຳຄັນໃນແຜນການເຜີຍແຜ່ກົດໝາຍ ແລະ ການສຶກສາກົດໝາຍ ປະຈຳປີີ, ສ້າງພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດທີ່ແທດເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນ.

ທ່ານຟານໂຮງຫງວຽນ - ຮອງຫົວໜ້າພະແນກໂຄສະນາເຜີຍແຜ່ ແລະ ສຶກສາກົດໝາຍ ໄດ້ກ່າວວ່າ ສາມາດເວົ້າໄດ້ວ່າ ການໂຄສະນາເຜີຍແຜ່ ແລະ ການສຶກສາກົດໝາຍ ໄດ້ປັບປຸງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ທາງດ້ານກົດໝາຍໃນການປະຕິບັດກົດໝາຍ ຂອງບັນດາເຈົ້າໜ້າທີ່ ແລະ ປະຊາຊົນໃນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັບສປປ.ລາວ. ຜ່ານນັ້ນ, ປະກອບສ່ວນຫຼຸດຜ່ອນການລະເມີດກົດໝາຍ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ປະກອບສ່ວນແທດຈິງໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ.

ທ່ານ ຟານໂຮງຫງວຽນ ໄດ້ເນັ້ນໜັກວ່າ: ຕ້ອງຍູ້ແຮງ ແລະ ສ້າງຄວາມສະດວກໃຫ້ບັນດາກົນໄກ, ນະໂຍບາຍ ເພື່ອສ້າງຄວາມຫຼາຍຮູບຫຼາຍແບບໃຫ້ແກ່ບັນດາແຫຼ່ງກຳລັງ ໃຫ້ແກ່ວຽກງານໂຄສະນາເຜີຍແຜ່ ແລະ ການສຶກສາກົດໝາຍໃນພາກພື້ນນີ້; ສ້າງຄວາມເຂັ້ມແຂງ ແລະ ຍົກສູງປະສິດທິພາບຂອງການປະສານງານ, ສຸມໃສ່ການວາງແຜນໃນວຽກງານຈຸດໜັກ ແລະ ປະຕິບັດຕົວຈິງ.

ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ

ຍສໝ - ເນື່ອງຈາກຮັບຜົນກະທົບຈາກ ພາຍຸຫົວທີ 5, ຢູ່ເຂດຕາແສງນາງອຍ, ບາກລິ ແລະ ໝີລິ ໃນເມືອງ ກີເຊີນ, ແຂວງ ເຫງອ່ານ, ຝົນຕົກໜັກເຮັດໃຫ້ຕົ້ນໄມ້ລົ້ມ ແລະດິນເຊາະເຈື່ອນຢູ່ບາງເສັ້ນທາງ; ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ.

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ຍ​ສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ​ນຳ​ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າ​ສູ່​ລວງ​ເລິກ .

ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.