ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

16:48 | 04/04/2020

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ
ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ນາຍົກລັດຖະມົນຕີ ສປປ.ລາວ ຮຽກຮ້ອງໃຫ້ທົ່ວປວງຊົນປ້ອງກັນ ແລະ ຕ້ານພະຍາດ Covid-19
ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19
ເຄື່ອງອຸປະກອນການແພດ ຕ້ານພະຍາດ Covid-19 ຈາກ ສສ. ຫວຽດນາມ ໄດ້ສົ່ງຮອດສະໜາມບິນສາກົນວັດໄຕ ໃນຕອນຄືນຂອງວັນທີ 3 ເມສາ 2020. (ພາບ: vov.vn))

ໃນຕອນກາງຄືນຂອງວັນທີ 3 ເມສາ 2020, ທີ່ສະໜາມບິນສາກົນວັດໄຕ, ສາຍການບິນພິເສດຂອງຫວຽດນາມ ໄດ້ນຳເອົາເຄື່ອງຊ່ວຍເຫລືອອຸປະກອນການແພດ ຈາກລັດຖະບານ ສສ. ຫວຽດນາມ ມາມອບໃຫ້ລັດຖະບານ ສປປ.ລາວ ເພື່ອຮ່ວມແຮງຮ່ວມໃຈໃນວຽກງານການປ້ອງກັນ ແລະ ຕ້ານພະຍາດ Covid-19 ຢູ່ລາວ.

ຕອນເຊົ້າວັນທີ 4 ເມສາ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ມອບເຄື່ອງອຸປະກອນການແພດດັ່ງກ່າວ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ.ລາວ.

ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19
ທ່ານ ຫງວຽນບາຮຸ່ງ, ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ມອບເຄື່ອງອຸປະກອນການແພດດັ່ງກ່າວ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ.ລາວ. (ພາບ: Laopost)

ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ໄດ້ໃຫ້ຮູ້ວ່າການຊ່ວຍເຫລືອຄັ້ງນີ້ ສະແດງຄວາມປາດຖະໜາ ຢາກໄດ້ແບ່ງປັນຄວາມຫຍຸ້ງຍາກທີ່ປະຊາຊົນ ລາວ ກຳລັງປະເຊີນໜ້າກັບ ການລະບາດຂອງ Covid-19, ແລະ ຈະເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ.ລາວ ແລະ ສສ. ຫວຽດນາມ.

ເຄື່ອງອຸປະກອນການແພດດັ່ງກ່າວມີນໍ້າໜັກ 4,8 ໂຕນ, ມີມູນຄ່າຫລາຍກວ່າ 7 ຕື້ດົງ (300.000 ໂດລາສະຫະລັດ) ໃນນັ້ນຈາກລັດຖະບານ ຫວຽດນາມ 100.000 ໂດລາ, ຈາກກະຊວງສາທາລະນະສຸກ ຫວຽດນາມ 5 ຕື້ດົງ (200.000 ກວ່າໂດລາ) ແລະ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ 250 ລ້ານດົງ (ປະມານ 10.000 ໂດລາສະຫະລັດ).

ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ສະຖານທູດຫວຽດນາມ ປະຈຳ ລາວ ກ່າວເຕືອນພົນລະເມືອງ ຫວຽດນາມ ບໍ່ຄວນຟ້າວກັບເມືອປະເທດຍ້ອນ COVID-19

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ ຟ້າວກັບເມືອປະເທດ, ເພາະວ່າລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ.

ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ສະຖານທູດຫວຽດນາມ ຢູ່ ຕ່າງປະເທດ ໜູນຊ່ວຍຊາວຫວຽດນາມຮັບມືກັບໂລກລະບາດ Covid-19

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.

ຫວຽດ ນາມ ໜ ນ ຊ ວຍ ລາວ ອ ປະກອນ ການ ແພດ ເພ ອ ປ ອງ ກ ນ ສະ ກ ດ ກ ນ ໂລກ ລະ ບາດ covid 19 ສະຖານທູດຫວຽດນາມປະຈຳລາວ ມອບເງິນຊ່ວຍເຫລືອລາວ ເພື່ອຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ

ຍສໝ - ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫຼວງວຽງຈັນ ລາວ, ເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນບາຮຸ່ງ ໄດ້ມອບຂອງຂວັນ ສະໜັບສະໜູນ ແລະ ເງິນທີ່ປະຊາຄົມຊາວຫວຽດນາມຢູ່ລາວບໍລິຈາກ ເພື່ອໜູນຊ່ວຍປະຊາຊົນເຂດພາກໃຕ້ ແລະ ພາກກາງຂອງລາວ ຜ່ານຜ່າຜົນຮ້າຍຈາກ ໄພນ້ຳຖ້ວມ ແລະ ລົມພາຍຸໃນຕົ້ນເດືອນກັນຍາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.