ສານຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກໃນວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

10:12 | 24/09/2020

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.

ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ
ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha

ສານຂອງທ່ານ ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມ ດັ່ງກ່າວໂດຍມີເນື້ອໃນລະບຸວ່າ: ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້.

ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອພ້ອມກັນເຮັດໃຫ້ໂລກນີ້ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ.

ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ
ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກສະເຫຼີມສະຫຼອງານສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75. (ພາບ: kongthap.la)

ຕະຫຼອດໄລຍະ 75 ປີ ຜ່ານມາ, ພວກເຮົາ ໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ ຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງຊາດ ແລະ ເປັນເຈົ້າຕົນເອງໃນການຕັດສິນຊາຕາກຳຂອງຊາດຕົນ; ການເຈລະຈາ ແລະ ປຶກສາຫາລືບັນຫາ ໂດຍສັນຕິວິທີໄດ້ກາຍເປັນຫຼັກ ການ ແລະ ແນວທາງໃນການແກ້ໄຂຂໍ້ຂັດແຍ່ງຕ່າງໆ; ການຮ່ວມມືເພື່ອການພັດທະນາໄດ້ຮັບການເຊີດຊູອັນ ໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ບັນຫາການຈຳແນກເຊື້ອຊາດ-ຜິວພັນ, ຄວາມບໍ່ສະເໝີພາບ ຍິງ-ຊາຍ ໄດ້ຮັບການແກ້ໄຂເປັນກ້າວໆມາ ອັນເປັນການປະກອບສ່ວນທີ່ສຳຄັນ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ.

ເຖິງວ່າ ສະພາບແວດລ້ອມໃນ 7 ທົດສະວັດກວ່າຜ່ານມາ ຈະແຕກຕ່າງຈາກສະພາບໃນປັດ ຈຸບັນ, ແຕ່ຂ້າພະເຈົ້າເຫັນວ່າຈຸດປະສົງເປົ້າໝາຍ ແລະ ຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປັດຈຸບັນ.

ສະນັ້ນ, ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງພ້ອມໃຈກັນສືບຕໍ່ສົ່ງເສີມຈຸດປະສົງເປົ້າໝາຍຂອງອົງການ ສປຊ ແລະ ຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມ ໃນປັດຈຸບັນແນໃສ່ຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆຂອງວົງຄະນາຍາດສາ ກົນ.

ສປປ ລາວ ພວກຂ້າພະເຈົ້າພ້ອມແລ້ວ ທີ່ຈະຮ່ວມກັບບັນດາ ປະເທດສະມາຊິກປະກອບສ່ວນ ຢ່າງຕັ້ງໜ້າເພື່ອເຮັດໃຫ້ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມຂອງບັນດາ ປະຊາຊາດ ໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ.

ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ພັດທະນາສາຍພົວພັນມິດຕະພາບບົນພື້ນຖານຫຼັກການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆຂອງສາກົນໃນດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ.

ປັດຈຸບັນອົງການ ສປຊ ມີສະມາຊິກທັງໝົດຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາເລສຕີນ), ມີສຳນັກງານໃຫຍ່ຕັ້ງຢູ່ ນິວຢອກ ສະຫະລັດອາເມລິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ, ອາຣັບ ແລະ ແອດສະປາຍ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 14 ທັນວາ 1955.

ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ ຫວຽດນາມ ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືສຳຄັນຂອງສະຫະປະຊາຊາດ

ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ.

ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ ສື່ມວ​ນ​ຊົນ​ຕ່າງ​ປະ​ເທ​ດ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ບາດ​ກ້າວ​ກະ​ໂດຍ​ຂັ້ນ​ຂອງ​ຫວຽດ​ນາມ ໃນ 75 ປີ​ທີ່​ຜ່ານ​ມາ.

ຍ​ສ​ໝ - ໜັງ​ສື​ພິມ Aseantoday.com ໃນ​ວັນ​ທີ 16 ກັນ​ຍາ ໄດ້​ເອົາ​ລົງ​ບົດ​ຂຽນ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ສຳ​ເລັດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ຕໍ່​ພາກ​ພື້ນ ແລະ ໂລກ​ໃນ​ຕະຫຼອດ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ.

ສານຂອງທ ານນາຍ ກລ ດຖະມ ນຕ ສປປ ລາວ ກ າວໃນກອງປະຊ ມທາງໄກໃນວ ນສ າງຕ ງອ ງການ ສປຊ ຄ ບຮອບ 75 ປ ລາວ-ສປຊ ກຽມປະເມີນ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2021

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສະຫະປະຊາຊາດ ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ ທີ່ ນິວຢອກ, ສ.ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021. ໂດຍກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂຶ້ນໂດຍອົງການ ...

kongthap.gov.la

ເຫດການ
302 Found

Found

The document has moved here.