ສື່ມວ​ນ​ຊົນ​ຕ່າງ​ປະ​ເທ​ດ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ບາດ​ກ້າວ​ກະ​ໂດຍ​ຂັ້ນ​ຂອງ​ຫວຽດ​ນາມ ໃນ 75 ປີ​ທີ່​ຜ່ານ​ມາ.

19:11 | 18/09/2020

ຍ​ສ​ໝ - ໜັງ​ສື​ພິມ Aseantoday.com ໃນ​ວັນ​ທີ 16 ກັນ​ຍາ ໄດ້​ເອົາ​ລົງ​ບົດ​ຂຽນ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ສຳ​ເລັດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ຕໍ່​ພາກ​ພື້ນ ແລະ ໂລກ​ໃນ​ຕະຫຼອດ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ.

ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຊົມ​ເຊີຍ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19
ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ ສື່ມວນ​ຊົນ ເຊັກ​ໂກ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19
ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ
ບັນ​ດາ​ຜົນ​ງານ ແລະ ການ​ປະ​ກອບ​ສ່ວນ​ຂອ​ງ ​ຫວຽດ​ນາມ​ ຕໍ່​ພາກ​ພື້ນ ແລະ ສາ​ກົນ​ໃນ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ເພື່ອນ​ມິດ​ສາ​ກົນ (ພາບ: Aseantoday)

ຕາມ​ເນື້ອ​ໃນ​ຂອງ​ບົດ​ຂ່າວ, ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກ​ລ​ວ​ມ​ມີ: ກຳ​ປູ​ເຈຍ, ຈີນ, ກູ​ບາ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ລັດ​ເຊຍ, ສິງ​ກະ​ໂປ, ໄທ… ຫວ່າງ​ແລ້ວນີ້​ໄດ້​ສົ່ງ​ໂທ​ລະ​ເລກ ແລະ ສານອວຍ​ພອນ​ການ​ນຳ​ພັກ, ລັດ ຫວຽດ​ນາມ ເນື່ອງ​ໃນ​ໂອກ​າດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ (2 ກັນ​ຍາ). ເຂົາ​ເຈົ້າ​ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ມີ​ພື້​ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ຊາດ​ຫວຽດ​ນາ​ມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ກ່າວ​ວ່າ: 75 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານສຳ​ຄັນຫຼາຍ​ຢ່າງ​ ໃນ​ນັ້ນ​ມີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ ແລະ ຍືນ​ຍົງ, ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ກ່​ວາ​ອີກ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ - ສັງ​ຄົມ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ຢ່າງ​ໝັ້ນ​ແກ່ນ, ການ​ພົວ​ພັນ​ທາງ​ການ​ທູດ​ໄດ້​ເປີດ​ກ້​ວາງ ແລະ ເຂົ້າ​ສູ່​ລວງ​ເລິກ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ແກ່​ສັນ​ຕິ​ພາບ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ເຖິງວ່າ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ Covid – 19, ຫວຽດ​ນາມ​ຍັງ​ຄົງ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເກືອບ 2% ໃນ 6 ເດືອນ​ຕົ້ນ​ປີນີ້, ເມື່ອ​ການ​ຄ້າ​ເກີນ​ດຸນ​ຢູ່​ລະ​ດັບ 11 ຕື້ USD. ລັດ​ຖະ​ບານ​ຫວຽດ​ນາມ ຕັດ​ສິນ​ໃຈ​ສ້າງ​ໂຄງ​ປະ​ກອບ​ພື້​ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ຄືນ​ໃໝ່ ແລະ ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ດີ​ຈີ​ຕອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ:

ສ່ວນ​ທາງ​ການ​ທູດ, ຫວຽດ​ນາມ​ຍາມ​ໃດ​ກໍ່​ມີ​ແຜນ​ນະ​ໂຍ​ບາຍ​ປະ​ຕິ​ບັດ​ແນ​ວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ເອ​ກະ​ລາດ, ເປັນ​ເຈົ້າ​ການ, ຫັນ​ເປັນຫຼາຍ​ຮູບ​ແບບ, ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ແມ່ນເພ​ື່ອນ​ມິດ, ສະ​ມາ​ຊ​ິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄ​ົມ​ສາ​ກົນ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ບົນ​ພື້​ນຸນ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ສັນ​ຕະ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​ຕາງ​ກັນ​ໂດຍ​ສັນ​ຕິ​ວິ​ທີ.

ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂຽນ​ໄດ້​ຫວນ​ຄືນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ Covid – 19 ແບບ​ມະ​ຫັດ​ສະ​ຈັນ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ ມີການເຕີບ​ໂຕ​ຄື​ນໃໝ່.

ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ ສ​ື່ມວນ​ຊົນ​ສາ​ກົນ: ຫວຽດ​ນາມ ພິ​ສູດ​ໄດ້​ບົດ​ບາດ​ເປັນ​ປະ​ທານ​ອາ​ຊ​ຽນ​ທີ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ​ຜິດ​ຊອບ

ຍ​ສ​ໝ - ຕາມ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ສິງ​ກະ​ໂປ, ເວັ​ບ​ໄຊ rsis.edu.sg ໃນ​ວັນ​ທີ 24 ມິ​ຖຸ​ນາ ໄດ້​ເອົາ​ລົງ​ບົດ​ຂຽນ​ທີ່​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຊຸກ​ຍູ້​ອາ​ຊຽນ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື.

ສ ມວ ນ ຊ ນ ຕ າງ ປະ ເທ ດ ຍ ອງ ຍ ຊ ມ ເຊ ຍ ບ ນ ດາ ບາດ ກ າວ ກະ ໂດຍ ຂ ນ ຂອງ ຫວຽດ ນາມ ໃນ 75 ປ ທ ຜ ານ ມາ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຊົມ​ເຊີຍ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂ່າວ Dana Kenedy ໄດ້​ຫວນ​ຄືນ​ຈຸດ​ເວ​ລາ​ຫວຽດ​ນາມ​ປະ​ກາດ​ໂລກ​ລະ​ບາດ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 1 ກ​ຸມ​ພາ​, ເຖິງວ່າ​ໃນ​ຈຸດ​ເວ​ລາ​ນັ້ນ, ຫວຽດ​ນາມ​ໄດ້ຢັ້ງຢືນ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ພຽງ​ແຕ່ 6 ຄົນ. ບັນ​ດາ​ຖ້ຽວ​ບິນ​ທັງ​ໝົດ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ​ຕ້ອງ​ຢຸດ​ຊົ່ວ​ຄາວ​ຢ່າງ​ທັນ​ທີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.