ຫວຽດນາມ ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືສຳຄັນຂອງສະຫະປະຊາຊາດ

10:01 | 20/09/2020

ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ.

ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ
ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ ເຊື່ອມ​ຕໍ່​ບາງ​ຖ້ຽວບິນ​ການ​ຄ້າ​ສາກົນ​ຄືນ​ໃໝ່ ນັບ​ແຕ່​ວັນ​ທີ 15 ກັນຍາ ​ເປັນ​ຕົ້ນ​ໄປ

ເນື່ອງໃນໂອກາດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ. ທ່ານກ່າວວ່າ.

ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

“ພວກເຮົາບໍ່ພຽງແຕ່ເຂົ້າຮ່ວມໃນຂົງເຂດພັດທະນາ, ເຊິ່ງສະຫະປະຊາຊາດເຄີຍເຕື້ອງເຖິງເປັນຫຼາຍຄັ້ງນັ້ນແມ່ນ “ເປັນແບບຢ່າງຂອງບັນດາປະເທດພວມພັດທະນາ, ບັນດາປະເທດທີ່ບືນຕົວອອກຈາກຄວາມທຸກຍາກ, ຈາກການພັງທະລາຍຂອງສົງຄາມ” ແລະ ກາຍເປັນປະເທດມີລາຍຮັບປານກາງ. ໃນຂົງເຂດຄວາມໝັ້ນຄົງກໍ່ເຊັ່ນດຽວກັນ, ຫວຽດນາມ ນັບມື້ນັບໄດ້ເຂົ້າຮ່ວມໃນກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າກວ່າ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມບັນດາກົນໄກຕົກລົງນະໂຍບາຍສູງສຸດຂອງສະຫະປະຊາຊາດຄືສະພາຄວາມໝັ້ນຄົງ. ອາຍຸການສະພາຄວາມໝັ້ນຄົງຄັ້ງກ່ອນ, ຫວຽດນາມ ໄດ້ປະຕິບັດໜ້າທີ່ສຳເລັດເປັນຢ່າງດີ ແລະ ໃນອາຍຸການນີ້, ມາຮອດປະຈຸບັນ ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າແມ່ນຄູ່ຮ່ວມມືຕັ້ງໜ້າ”.

ຕາມທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ແລ້ວ, ມີ 3 ປັດໃຈໄດ້ຊ່ວຍໃຫ້ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ບັນລຸຜົນສຳເລັດຄືແນວນີ້ຢູ່ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກຄື:

“ທີ 1, ແມ່ນມູນເຊື້ອການຕໍ່ສູ້ປົກປັກຮັກສາປະເທດຊາດຂອງຫວຽດນາມ. ປັດໃຈທີ 2 ແມ່ນຫວຽດນາມ ໄດ້ມີການປ່ຽນແປງໃໝ່, ເປີດປະຕູບັນລຸຜົນສຳເລັດ, ປະຕິບັດຕາມກົດໝາຍສາກົນ, ສ້າງຜົນງານຫຼາຍຢ່າງ ເຊິ່ງໄດ້ຮັບການຕີລາຄາສູງຈາກຫຼາຍປະເທດກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ລະດັບເຕີບໂຕ ແລະ ປະຈຸບັນພວກເຮົາພວມປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດໃຫ້ເປັນຢ່າງດີ. ທີ 3 ແມ່ນ ການປະພຶດໃນການພົວພັນກັບຕ່າງປະເທດ”.

ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ ກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນຄັ້ງທີ 10

ຍສໝ - ວັນທີ 16 ກັນຍາ ໄດ້ໄຂຂຶ້ນກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄັ້ງທີ 10 (AMOM-10). ກອງປະຊຸມດັ່ງກ່າວໄດ້ດຳເນີນດ້ວຍຮູບແບບຖ່າຍທອດສົດ.

ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຢູ່ ເຢແມນ ຕ້ອງດຳເນີນການເຈລະຈາເພື່ອສັນຕິພາບ

ຍສໝ - ຫວຽດນາມ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງຄະນະການທູດສະເພາະການເລຂາທິການໃຫຍ່ສະ​ຫະ​ປະ​ຊາ​ຊາດ ກ່ຽວກັບສະພາບການເຢເມນ ແລະ ບັນດາອົງການສະຫະປະຊາຊາດ ໃນການຊຸກຍູ້ການແກ້ໄຂທາງດ້ານການເມືອງຢ່າງຮອບດ້ານສຳລັບເຢແມນ.

ຫວຽດນາມ ໄດ ຮ ບຖ ວ າແມ ນຄ ຮ ວມມ ສຳຄ ນຂອງສະຫະປະຊາຊາດ ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45

ຍສໝ - ກອງປະຊຸມສະພາສິດທິມະນຸດຄັ້ງທີ 45 ໄດ້ຈັດຂື້ນພາຍໃຕ້ຮູບການປະຊຸມກັບທີ່ ແລະ ທາງອອນລາຍ.

VOV

ເຫດການ
302 Found

Found

The document has moved here.