ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

20:14 | 27/03/2021

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.

ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ
ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: Kpl)

ກອງປະຊຸມສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອຄື: ແຂວງຊຽງຂວາງ, ໄຊສົມບຸນ ແລະ ແຂວງຫົວພັນ ປະຈຳປີ 2020 ແລະ ຜ່ານທິດທາງແຜນການວຽກງານຈຸດສຸມ ປີ 2021 ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຜ່ານບົດສະຫລຸບຕີລາຄາສະພາບການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງພັກ, ລັດຖະບານ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາກຳລັງປະກອບອາວຸດ ກຳລັງຫລວງ ແລະ ກຳລັງທ້ອງຖິ່ນ ໄດ້ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິກອງປະຊຸມວຽກງານ ປກຊ-ປກສ 3 ແຂວງ ປະຈຳປີ 2019 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານຫລາຍດ້ານ ເປັນຕົ້ນ ພວກເຮົາສາມາດຮັກສາໄດ້ສະຖຽນລະພາບຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງຊີວິດການເປັນຢູ່ຂອງພະນັກງານ, ນັກຮົບກໍາ ລັງປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂື້ນເປັນກ້າວໆ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານດັ່ງກ່າວ ຢູ່ 3 ແຂວງນີ້ ຢ່າງແຂງແຮງ, ເປັນຂະບວນຟົດຟື້ນ, ກວ້າງຂວາງຕໍ່ເນື່ອງ. ສັງລວມແລ້ວການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ສໍາເລັດດ້ວຍໝາກຜົນສູງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ. ພ້ອມກັນນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກວາງອອກ, ປຸກລະດົມກໍາລັງແຮງສັງລວມທົ່ວປວງຊົນປ້ອງຮອບດ້ານ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ພ້ອມຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ ສ້າງໃຫ້ໄດ້ 3 ແຂວງ ມີຄວາມສະຫງົບຜາສຸກ ແລະ ເຂັ້ມແຂງໃນທຸກດ້ານ, ສືບຕໍ່ຕັ້ງໜ້າຜັນຂະຫຍາຍທິດທາງແຜນການວຽກງານຈຸດສຸມໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດຫວຽດນາມ - ລາວ.

ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ຍສໝ - ຕົ້ນອາທິດນີ້, ສະຫາຍ ຟ້າມ ດິ່ງ ງິ, ຮອງເລຂາພັກແຂວງ, ປະທານຄະນະກຳ ມະການປະຊາຊົນແຂວງນາມດິ້ງ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊ, ສປປ ລາວນຳໂດຍ ສະຫາຍ ຄຳແຮ ຂັນທະລີ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າຄະນະຜູ້ແທນ ເດີນທາງໄປເຮັດວຽກ ຢູ່ແຂວງນາມດິ້ງ. ເຂົ້າຮ່ວມໃນພິທີຕ້ອນຮັບຄັ້ງນີ້ປະກອບມີ ບັນດາການ ...

ສະຫລ ບຖອດຖອນບ ດຮຽນ ວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ 3 ແຂວງພາກເໜ ອ ເປີດກອງປະຊຸມໃຫຍ່ຄັ້ງທີ 4 ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ປະເທດກຳປູເຈຍລາຍງານວ່າ: ໃນຕອນເຊົ້າວັນທີ 27 ສິງຫາ 2019 , ກອງປະຊຸມຄັ້ງທີ 4 ຄະນະ ກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້“ ບົດບາດຊີ້ນຳ ຂອງຄະນະ ...

kpl.gov.la/

ເຫດການ
302 Found

Found

The document has moved here.