ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ

12:49 | 10/11/2020

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ ADB ໜູນຊ່ວຍເງິນ 2,5 ລ້ານ USD ໃຫ້ແກ່ຫວຽດນາມເພື່ອຮັບມືກັບໄພທຳມະຊາດ
ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່).

ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍ ສະບັບນີ້ ຈະເປັນການເພີ່ມ ຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໃນສະພາບປັດຈຸບັນ ແລະ ອະນາຄົດຊາວຫນຸຸ່ມລາວ ແມ່ນນັບມື້ເພີ່ມຂຶ້ນ; ໃນນັ້ນ, ມີຊາວຫນຸຸ່ມຈໍານວນຫລາຍສົມຄວນ ທີ່ຍັງບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ຢ່າງເປັນລະບົບ ຈຶ່ງພາໃຫ້ມີຊາວຫນຸ່ມ ຈໍານວນຫນຶ່ງມີແນວຄິດ ແລະ ເຄື່ອນໄຫວບໍ່ສອດຄ່ອງ ກັບກົດຫມາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເຊິ່ງເປັນ ສາເຫດທີ່ພາໃຫ້ເກີດມີ ປະກົດການຫຍໍ້ທໍ້ ດ້ານຕ່າງໆໃນສັງຄົມ ເປັນຕົ້ນ ມີການຈັດຕັ້ງ ຂອງຊາວຫນຸ່ມ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດຫມາຍຫລາຍສົມຄວນ ໂດຍໄດ້ຮັບການສະຫນັບສະຫນູນຈາກບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ. ຊາວຫນຸ່ມລາວຈໍານວນບໍ່ຫນ້ອຍມີການພົວ ພັນກັບສິ່ງເສບຕິດ, ການຂັບຂີ່ທີ່ລະເມີດກົດຫມາຍ ພາໃຫ້ເກີດອຸປະຕິເຫດ ຕາມທ້ອງຖະຫນົນ ນັບມື້ນັບເພີ່ມຂຶ້ນ, ການຂີ້ລັກ, ງັດແງະ, ການປຸ້ນຈີ້ ຊີງຊັບ, ຂ້າເຈົ້າເອົາຂອງ, ການຄ້າມະນຸດ, ບໍ່ມີວິຊາຊີບ, ບໍ່ມີວຽກເຮັດງານທໍາ, ມີຄ່ານິຍົມທີ່ບໍ່ດີ, ປະລະການຮຽນ, ລວມທັງການເຂົ້າເຖິງ ການບໍລິການສຸຂະພາບ ຍັງບໍ່ທັນຮັບປະກັນ, ແຕ່ງດອງກ່ອນໄວອາຍຸ, ການປະຮ້າງ ແລະ ອື່ນໆ.

ພາຍຫລັງກົດຫມາຍ ວ່າດ້ວຍຊາວຫນຸ່ມລາວສະບັບນີ້ໄດ້ຮັບການພິຈາລະນາຮັບຮອງ ຈາກສະພາແຫ່ງຊາດໃນຄັ້ງນີ້ທຸກການຈັດຕັ້ງຂອງຊາວຫນຸ່ມລາວແມ່ນຂຶ້ນກັບການຄຸ້ມຄອງ ຂອງສະຫະພັນຊາວຫນຸ່ມລາວ ໂດຍມີຄະນະຊາວຫນຸ່ມປະຊາຊົນ ປະຕິວັດລາວ ເປັນແກນນໍາ; ການຈັດຕັ້ງຂອງລັດ, ການຈັດ ຕັ້ງຂອງພາກສ່ວນອື່ນ ແລະ ຄອບຄົວ ມີສິດ ແລະ ຫນ້າທີ່ ຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະ ນາຊາວຫນຸ່ມລາວ ຕາມທີ່ໄດ້ກໍານົດໄວ້ ໃນກົດຫມາຍສະບັບນີ້ ເຊິ່ງຈະເຮັດໃຫ້ ຊາວຫນຸ່ມລາວ ໄດ້ຮັບ ການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດລົງເທື່ອລະກ້າວ ແລະ ຈະເຮັດໃຫ້ສາກົນ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ນະໂຍບາຍຂອງລັດຕໍ່ການພັດ ທະນາຊາວຫນຸ່ມລາວ ໃນໄລຍະໃໝ່.

ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ ວິທະຍາໄລເຊີນລາ ໄດ້ມອບໃບຢັ້ງຢືນພາສາຫວຽດຊັ້ນ 4 ແລະມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ມີຜົນງານການສຶກສາດີເລີດ ໃນສົກຮຽນ 2019-2020

ຍສໝ - ໃນສົກຮຽນ 2019 - 2020, ທາງໂຮງຮຽນໄດ້ຮັບໜ້າທີ່ກໍ່ສ້າງພາສາຫວຽດ ໃຫ້ນັກສຶກສາລາວ 192 ຄົນ.

ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ ນັກສຶກສາລາວສະໜັບສະໜູນປະຊາຊົນພາກກາງທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ

ຜູ້ຕາງໜ້າ ຄະນະຄຸ້ມຄອງເອງນັກສຶກສາລາວ ຂໍແບ່ງປັນກ່ຽວກັບຄວາມເຈັບປວດ ແລະການສູນເສຍທາງຊີວິດ ແລະຊັບສິນຢູ່ບັນດາແຂວງພາກກາງຂອງຫວຽດນາມ ໃນໄລຍະທີ່ຜ່ານມາ; ຫວັງວ່າປະຊາຊົນ ແລະອໍານາດການປົກຄອງບັນດາແຂວງພາກກາງຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ແລະການສູນເສຍໂດຍໄວເພື່ອດໍາລົງຊີວີດການເປັນຢູ່ເປັນປົກກະຕິ.

ສະພາແຫ ງຊາດພ ຈາລະນາຮ າງກ ດໝາຍວ າດ ວຍຊາວໜ ມລາວ ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​

ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ຈົນໄດ້​ຮັບ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ ອົງການ​ໄອ​ຍະ​ການ​ປະຊາຊົນ ​ໄດ້​ເອົາ​ໃຈໃສ່​ປະຕິບັດ ​ພາລະ​ບົດບາດ ​ໃນ​ການ​ຕິດຕາມ​ກວດກາ ​ການ​ປະຕິບັດ ​ກົດໝາຍ​ຂອງ​ອົງ ການ​ສືບສວນ​-ສອບ​ສວນ ​ເຮັດ​ໃຫ້​ອົງການ​ດັ່ງກ່າວ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການນັບ​ມື້​ດີ​ຂຶ້ນ​ເລື້ອໆ...

kpl.gov.la

ເຫດການ
302 Found

Found

The document has moved here.