ນັກສຶກສາລາວສະໜັບສະໜູນປະຊາຊົນພາກກາງທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ

14:20 | 09/11/2020

ຜູ້ຕາງໜ້າ ຄະນະຄຸ້ມຄອງເອງນັກສຶກສາລາວ ຂໍແບ່ງປັນກ່ຽວກັບຄວາມເຈັບປວດ ແລະການສູນເສຍທາງຊີວິດ ແລະຊັບສິນຢູ່ບັນດາແຂວງພາກກາງຂອງຫວຽດນາມ ໃນໄລຍະທີ່ຜ່ານມາ; ຫວັງວ່າປະຊາຊົນ ແລະອໍານາດການປົກຄອງບັນດາແຂວງພາກກາງຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ແລະການສູນເສຍໂດຍໄວເພື່ອດໍາລົງຊີວີດການເປັນຢູ່ເປັນປົກກະຕິ.

ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​
ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ
ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ
ຫໍພັກນັກສຶກສາລາວ ໄດ້ຮັບເງິນຈຳນວນ 6.465.000 ດົ່ງຈາກນັກສຶກສາລາວ ເພື່ອສະໜັບສະໜູນ ແລະຊ່ວຍເຫຼືອບັນດາແຂວງພາກກາງຂອງ ຫວຽດນາມທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ.

ເມື່ອບໍ່ດົນມານີ້, ຫໍພັກນັກສຶກສາລາວ ໄດ້ຮັບເງິນຈຳນວນ 6.465.000 ດົ່ງຈາກນັກສຶກສາລາວ ເພື່ອສະໜັບສະໜູນ ແລະຊ່ວຍເຫຼືອບັນດາແຂວງພາກກາງຂອງ ຫວຽດນາມທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ. ທີ່ພິທີມອບຮັບ, ຜູ້ຕາງໜ້າ ຄະນະຄຸ້ມຄອງເອງນັກສຶກສາລາວ ຂໍແບ່ງປັນກ່ຽວກັບຄວາມເຈັບປວດ ແລະການສູນເສຍທາງຊີວິດ ແລະຊັບສິນຢູ່ບັນດາແຂວງພາກກາງຂອງຫວຽດນາມ ໃນໄລຍະທີ່ຜ່ານມາ; ຫວັງວ່າປະຊາຊົນ ແລະອໍານາດການປົກຄອງບັນດາແຂວງພາກກາງຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ແລະການສູນເສຍໂດຍໄວເພື່ອດໍາລົງຊີວີດການເປັນຢູ່ເປັນປົກກະຕິ.

ເມື່ອບໍ່ດົນມານີ້, ຫຼັງຈາກນໍ້າຖ້ວມຖອຍລົງ, ນັກສຶກສາລາວໄດ້ຊວນກັນໄປສະຖານທີ່ທີ່ຢູ່ອາໄສຂອງປະຊາຊົນພາກກາງທີ່ຖືກເຄາະຮ້າຍຈາກໄພທໍາມະຊາດ ເພື່ອພ້ອມກັນເກັບມ້ຽນ, ທໍາຄວາມສະອາດ ແລະສະໜັບສະໜູນທຸກໆຄົນບັນດາໜ້າວຽກທີ່ສາມາດເຮັດໄດ້. ກຸ່ມນັກສຶກສາລາວ ໄດ້ເຕົ້າໂຮມເພື່ອຮັບຟັງຄູຈານຕັກເຕືອນ, ຈຶ່ງຂຶ້ນລົດໄປເຖິງບັນດາ ຕາແສງເພື່ອຊ່ວຍເຫຼືອປະຊາຊົນເຮັດອະນາໄມພາຍຫຼັງໄພນໍ້າຖ້ວມ. ພາຫະນະແມ່ນອຸດົມສົມບຸນຄືລົດຖີບ ແລະລົດຈັກ... ນ້ອງ ຢາຍ ວິລາຍສິດ (ນັກສຶກສາລາວ ຢູ່ມະຫາວິທະຍາໄລຮ່າຕີ້ງ) ແມ່ນໜຶ່ງ ໃນບັນດານັກສຶກສາເຂົ້າຮ່ວມການເຮັດອະນາໄມຢູ່ເມືອງເກີ໊ມ ຊວຽນ ແບ່ງປັນວ່າ “ພວກນ້ອງໄປເຖິງບ່ອນໃດ ເຮັດອະນາໄມຢູ່ບ່ອນນັ້ນ, ຄອບຄົວໃດພວມຕາກເຂົ້າເປືອກ, ພວກນ້ອງເຂົ້າມາຊ່ວຍເຫຼືອ, ຄອບຄົວໃດຕ້ອງການມີຜູ້ເຊັດຖູໂຕະຕັ່ງ, ພວກນ້ອງກໍ່ເຂົ້າເຖິງ”.

ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ
ນັກສຶກສາລາວສະໜັບສະໜູນປະຊາຊົນພາກກາງທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ. ພາບ: thanhnien.vn

ຄວາມຫຍຸ້ງຍາກທີ່ສຸດ ເຊິ່ງກຸ່ມນັກສຶກສາລາວປະສົບກັບເມື່ອເຂົ້າຮ່ວມ ເຮັດອະນາໄມແມ່ນຄວາມຂາດເຂີນກ່ຽວກັບເຄື່ອງມືປົກປ້ອງ. ນ້ອງ ຢາຍ ແບ່ງປັນວ່າ “ສອງສາມມື້ຜ່ານມາ, ປະຊາຊົນໄດ້ນໍາເອົາສະບຽງອາຫານ, ນໍ້າດື່ມບໍລິສຸດໃຫ້ແກ່ພວກນ້ອງ. ສະນັ້ນ, ເມື່ອປະຊາຊົນມີຄວາມຕ້ອງ ການ, ພວກນ້ອງຈະຊ່ວຍເຫຼືອ”.

ບັນດາຮູບພາບດັ່ງກ່າວໄດ້ບັນທຶກໄວ້ໃນວິວັດການທີ່ບັນດານັກສຶກສາລາວ ຢູ່ຮ່າຕີ້ງ ໄດ້ມາເຮືອນຂອງພໍ່ແມ່ປະຊາຊົນພາກກາງ ເພື່ອໜູນຊ່ວຍການເກັບມ້ຽນ, ເຮັດອານາໄມ, ແກ້ໄຂຜົນຮ້ານຢ້ອນຫຼັງຈາກໄພທໍາມະຊາດ ເປັນເວລາ 3 ວັນ. ອະທິບາຍເຖິງການກະທຳດັ່ງກ່າວ, ບັນດານັກສຶກສາລາວ ໃຫ້ຮູ້ວ່າ:“ ໃນຍາມຫຍຸ້ງຍາກ, ພວກນ້ອງໄດ້ຮັບການຊ່ວຍເຫຼືອຈາກຊາວຫວຽດນາມ”, ສະນັ້ນດຽວນີ້ພວກນ້ອງຢາກຕອບບຸນແທນຄຸນດ້ວຍການກະທຳທີ່ແທດຈິງທີ່ສຸດ. ໂດຍສະເພາະນັກສຶກສາລາວ ໄດ້ຖືຫວຽດນາມ ປຽບເໝືອນບ້ານເກີດເມືອງນອນທີ່ສອງຂອງຕົນ.

ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ 67 ມື້ແລ້ວທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ

ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ ຄະນະປະຕິບັດງານກອງບັນຊາການທະຫານແຂວງສາລະວັນ, ລາວ ໄດ້ມາຢ້ຽມຢາມ, ມອບຂອງຂວັນໜູນຊ່ວຍໃຫ້ກອງບັນຊາການທະຫານແຂວງກວ໋າງຈິ ແລະແຂວງເທື່ອທຽນເຫວ້

ຍສໝ - ການມອບຂອງຂວັນໃນຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມສາມັກຄີຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງສອງປະເທດຫວຽດນາມ - ລາວ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

ນ ກສ ກສາລາວສະໜ ບສະໜ ນປະຊາຊ ນພາກກາງທ ຖ ກຜ ນກະທ ບໜ ກຈາກໄພນ າຖ ວມ ອາເມລິກາ ໄດ້ສະໜັບສະໜູນ ຫວຽດນາມ ໃນການປະຕິບັດນະໂຍບາຍປະກັນໄພສຸຂະພາບ

ຍສໝ - ໃນວັນທີ 7 ພະຈິກ, ອົງການພັດທະນາສາກົນ (USAID) ປະຈຳຫວຽດນາມ ແລະ ອົງການປະກັນໄພສັງຄົມຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອຮັດແໜ້ນການປະຕິບັດນະໂຍບາຍປະກັນໄພສຸຂະພາບ.

ໄຊພອນ

ເຫດການ
302 Found

Found

The document has moved here.