ສະພາແຫ່ງຊາດ ລາວ: ລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX

16:23 | 26/03/2021

ຍສໝ - ກອງ​ປະຊຸມ​ໄດ້​ເຫັນ​ດີ ​ຮັບຮອງ​ເອົາ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ 5 ປີ ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX (2021-2025), ມີ​ທັງ​ໝົດ 96 ສະບັບ, ​ໃນ​ນັ້ນ, ມີ​ກົດໝາຍ​ສ້າງ​ໃໝ່ 38 ສະ ບັບ ​ແລະ ກົດໝາຍ​ປັບປຸງ 58 ສະບັບ.

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ໃນ​ວັນ​ທີ 26 ມີນາ 2021 ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່​ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງຄົບຖ້ວນສົມບູນ ໃສ່ບົດລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX ທີ່​ສະ​ເໜີ​​ໂດຍ ​ທ່ານ ຄຳ​ໃບ ດຳລັດ ​ແລະ ທ່ານ ຈະ​ລີ​ນ ​ເຢຍປາວ​ເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ເຫັນ​ດີ ​ເປັນ​ເອກະ​ພາບ​ກັນ ຮັບຮອງ​ເອົາ​ສອງ​ບົດ​ລາຍ​ງານດັ່ງກ່າວ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ ​ເປັນ​ສ່ວນ​ຫລາຍ.

ກອງ​ປະຊຸມ​ໄດ້​ເຫັນ​ດີ ​ຮັບຮອງ​ເອົາ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ 5 ປີ ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX (2021-2025), ມີ​ທັງ​ໝົດ 96 ສະບັບ, ​ໃນ​ນັ້ນ, ມີ​ກົດໝາຍ​ສ້າງ​ໃໝ່ 38 ສະ ບັບ ​ແລະ ກົດໝາຍ​ປັບປຸງ 58 ສະບັບ ​ເຊິ່ງ​ແບ່ງ​ອອກ​ເປັນ 5 ຂົງ​ເຂດຄື: ​ຂົງ​ເຂດ​ການ​ປົກຄອງ ແລະ ຍຸຕິ​ທຳ ມີ 23 ສະບັບ, ສ້າງ​ໃໝ່ 5 ສະບັບ ​ແລະ ປັບປຸງ 18 ສະບັບ; ​ຂົງ​ເຂດ​ເສດຖະກິດ ມີ 36 ສະບັບ, ສ້າງ​ໃໝ່ 17 ສະບັບ, ປັບປຸງ 19 ສະບັບ; ຂົງ​ເຂດ​ວັດທະນະທຳ-ສັງຄົມ 28 ສະບັບ, ສ້າງ​ໃໝ່ 11 ສະບັບ, ປັບປຸງ 17 ສະບັບ; ​ຂົງ​ເຂດ​ປ້ອງ​ກັນ​ຊາ​ດ-ປ້ອງ​ກັນ​ ຄວາມ​ສະຫງົບ ມີ 7 ສະບັບ, ສ້າງ​ໃໝ່ 3 ສະບັບ, ປັບປຸງ 4 ສະບັບ; ​ຂົງ​ເຂດ​ການ​ຕ່າງປະ​ເທດ (ກົດໝາຍ​ສ້າງ​ໃໝ່) ມີ 2 ສະບັບ, ​ເຊິ່ງ​ແຜນ​ຄາດ​ຄະ​ເນ​ການ​ສ້າງ ​ແລະ ປັບປຸງ​ກົດໝາຍ​ປະຈຳ​ແຕ່ລະ​ປີ ​ແມ່ນ​ມອບ​ໃຫ້​ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ ປະສານ​ສົມທົບ​ກັບ​ລັດຖະບານ, ອົງການ​ທີ່​ຮັບຜິ​ດຊອບ​ສ້າງ ​ແລະ ປັບປຸງ​ກົດໝາຍ, ກະກຽມ​ຄວາມ​ພ້ອມ​ ທາງ​ດ້ານ​ເນື້ອ​ໃນ​ ຂອງ​ຮ່າງ​ກົດໝາຍ ​ເພື່ອ​ໃຫ້​ສາມາດ​ນຳ​ເຂົ້າ ​ພິຈາລະນາ​ຮັບຮອງ​ເອົາ​ ໃນ​ກອງ​ປະຊຸມ​ສະ​ໄໝ​ ສາມັນ​ແຕ່ລະ​ເທື່ອ.

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix
ສະພາແຫ່ງຊາດ ສປປ.ລາວ ຮັບຮອງເອົາແຜນເຄື່ອນໄຫວວຽກງານ ແລະ ແຜນການສ້າງ, ປັບປຸງກົດໝາຍ ຂອງສະພາ ຊຸດທີ IX. (ພາບ: KPL)

ພ້ອມ​ດຽວ​ກັນ​ນັ້ນ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ ທິດ​ທາງ​ແຜ​ນການ​ເຄື່ອນ​ໄຫວ 5 ປີຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX (2021-2025) ທີ່​ໄດ້​ກຳນົດ​ເປົ້າ​ໝາຍ ​ແລະ ທິດ​ທາງ​ລວມ ​ໂດຍ​ຈະ​ປະ ຕິບັດ 8 ທິດ​ທາງ​ລວມ ​ແລະ 5 ​ແຜນ​ງານ​ ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ ​ວຽກງານ​ຕ່າງໆໃນ​ຕໍ່ໜ້າ ໃຫ້​ປະສົບ​ຜົນສຳ​ເລັດ ​ຕາມ​ລະ​ດັບ​ຄາ​​ດໝາຍ​ທີ່​ວາງ​ໄວ້.

ທ່ານ ຈະ​ເລີ​ນ ​ເຢຍ​ປາວ​ເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 25 ມີນາ 2021 ນີ້​ວ່າ: ການສະ​ເໜີ​ແຜນການ​ສ້າງ ​ແລະ ​ປັບປຸງ​ກົດໝາຍ ຈຳນວນ 96 ສະບັບນັ້ນ, ​ໄດ້​ແບ່ງ​ອອກ​ເປັນ 5 ຂົງ​ເຂດ​ວຽກ​ງານ​ຄື: ຂົງ​ເຂດ​ການ​ປົກຄອງ ​ແລະ ຍຸຕິ​ທຳ ມີ 23 ສະບັບ, ສ້າງ​ໃໝ່ 5 ສະບັບ ​ແລະ ປັບປຸງ 18 ສະບັບ; ຂົງ​ເຂດ​ເສດຖະກິດ ມີ 36 ສະບັບ, ສ້າງ​ໃໝ່ 17 ສະບັບ, ປັບປຸງ 19 ສະບັບ; ​​ຂົງ​ເຂດ​ວັດທະນະທຳ-ສັງຄົມ ມີ 28 ສະບັບ, ສ້າງ​ໃໝ່ 11 ສະບັບ, ປັບປຸງ 17 ສະບັບ; ​ຂົງ​ເຂດ​ປ້ອງ​ກັນ​ຊາ​ດ-ປ້ອງ​ກັນ ​ຄວາມ​ສະຫງົບ ມີ 7 ສະບັບ, ສ້າງ​ໃໝ່ 3 ສະບັບ, ປັບປຸງ 4 ສະບັບ ​ແລະ ​ຂົງ​ເຂດ​ການ​ຕ່າງປະ​ເທດ (ກົດໝາຍ​ສ້າງ​ໃໝ່) ມີ 2 ສະບັບ.

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix
(ພາບ: KPL)

ກົດໝາຍ​ໃນ​ຂົງ​ເຂດ​ດັ່ງກ່າວ ​ແມ່ນ​ໄດ້​ກຳນົດ​ໄວ້​ ໃນ​ແຜນການ​ແລ້ວ, ຫາກ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ສ້າງ ຫລື ປັງ​ປຸງ​ກົດໝາຍ​ໃດ ກໍ​ສາມາດ​ສະ​ເໜີ​ ເຂົ້າ​ໃນ​ແຜ​ນການ​ສ້າງ ​ແລະ ປັບປຸງ​ກົດໝາຍ​ປະຈຳ​ປີ ​ເຊິ່ງການ​ຄາດ​ຄະ​ເນ​ ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ ​ໃນ​ແຕ່ລະ​ປີ ຂອງ​ສະພາ​ແຫ່ງ​ຊາດ ​ຊຸດທີ IX (2021-2025) ກົດໝາຍ​ທີ່​ຈະນຳ​ເຂົ້າ ​ພິຈະລາ​ນາ​ຮັບຮອງ​ເອົາ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX ມີ 15 ສະບັບ, ສ້າງ​ໃໝ່ 4 ສະບັບ, ປັບປຸງ 11 ສະບັບ; ກົດໝາຍ​ທີ່​ຈະ​ນຳ​ເຂົ້າ ພິຈາລະນາ​ຮັບຮອງ​ເອົາ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ປະຈຳ​ປີ 2022 ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX ມີ 30 ສະບັບ, ສ້າງ​ໃໝ່ 12 ສະບັບ, ປັບປຸງ 18 ສະບັບ, ສ່ວນ​ປີ 2023 ມີ 21 ສະບັບ, ສ້າງ​ໃໝ່ 7 ສະບັບ, ປັບປຸງ 14 ສະບັບ, ​ປີ 2024 ມີ 18 ສະບັບ, ສ້າງ​ໃໝ່ 8 ສະ ບັບ, ປັບປຸງ 10 ສະບັບ ​ແລະ ກົດໝາຍທີ່​ຈະ​ນຳ​ເຂົ້າ ​ພິຈາລະນາ​ຮັບຮອງ​ເອົາ​ ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ ປະຈຳ​ປີ 2025 ມີ 12 ສະບັບ, ສ້າງ​ໃໝ່ 7 ສະບັບ, ປັບປຸງ 5 ສະບັບ.

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​

ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາ​​ໄສ​ ຢູ່​ຕ່າງປະ​ເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix ຫາລື ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ຮ່າງ ...

ສະພາແຫ ງຊາດ ລາວ ລາຍງານທ ດທາງ ແຜນການເຄ ອນໄຫວວຽກງານ 5 ປ ແລະ ບ ດລາຍງານກ ຽວກ ບການສ າງ ແລະ ປ ບປ ງກ ດໝາຍ 5 ປ 2021 2025 ຂອງສະພາແຫ ງຊາດ ຊ ດ ທ ix ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.