ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ

17:34 | 18/01/2021

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ
ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19
ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ
ພາບປະກອບ

ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ທີ່ເກີດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ໄດ້ລາຍງານ ໃນວັນທີ 18 ມັງກອນ 2021 ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ -19 ເພີ່ມ, ຂະນະທີ່ຜູ້ຕິດເຊື້ອ ໃນທົ່ວໂລກສູງ ເຖິງ 95 ລ້ານກວ່າຄົນ, ເສຍຊີວິດ 2 ລ້ານກວ່າຄົນ. ນອກນີ້, ມີຫລາຍປະເທດ ລວມທັງປະເທດໃກ້ຄຽງ ຍັງໜ້າເປັນຫ່ວງ ເນື່ອງຈາກວ່າ ຍັງພົບຜູ້ຕິດເຊື້ອສູງຂຶ້ນຢ່າງຕໍ່ເນື່ອງ. ຕໍ່ກັບສະພາບດັ່ງກ່າວ, ປະຊາຊົນລາວ ບໍ່ຄວນປະໝາດ ຈົ່ງສືບຕໍ່ປະຕິບັດ ຕາມຄຳແນະນຳ ຕ່າງໆ ທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບ ຜິດຊອບສູງ, ທັງນີ້ເພື່ອປ້ອງກັນ ແລະ ຄວບຄຸມສະພາບການ ແຜ່ລະບາດໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດຮອບໃໝ່ ຄືກັບຫລາຍປະເທດໃນທົ່ວໂລກ ແລະ ປະເທດໃກ້ຄຽງ.

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 17 ມັງກອນ 2021 ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.263 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 808 ຄົນ (ແຮງງານລາວ ກັບມາແຕ່ໄທ 138 ຄົນ); ດ່ານລາວ-ຈີນ 27 ຄົນ, ດ່ານລາວ-ຫວຽດນາມ 1.101 ຄົນ, ດ່ານລາວ-ກຳປູເຈຍ 3 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 324 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ມາກວດຫາເຊື້ອພະຍາດໂຄວິດ-19 ຈາກນັ້ນນຳໄປສະຖານທີ່ຈຳກັດບໍລິເວນ 14 ວັນ.

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ທຸກຄົນບໍ່ຄວນປະໝາດ

ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ​ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ ໃຫ ປະຊາຊ ນບ ຄວນປະໝາດ ລາວ: ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ...

kpl.gov.la

ເຫດການ
302 Found

Found

The document has moved here.