ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ ປີ 2020

11:07 | 10/06/2020

ຍສໝ - ທັນທີພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາຂໍ້ຕົກລົງ EVFTA, ທ່ານ ເຈີ່ນຕ໋ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Phil Hogan ຂ້າຫຼວງໃຫຍ່ການຄ້າສະຫະພາບເອີລົບ (ອີຢູ).    

ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020 ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD
ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020 ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%

ທີ່ການໂອ້ລົມທາງໂທລະສັບ ໃນຕອນບ່າຍວັນທີ 8 ມິຖຸນາ, ສະຫະພາບເອີຣົບໄດ້ຕີລາຄາສູງຕໍ່ເຫດການທີ່ສະພາແຫ່ງຊາດຫວຽດນາມໃຫ້ສັດຕະຍາບັນສັນຍາດັ່ງກ່າວ ແລະ ຖືວ່ານີ້ແມ່ນເຫດການທີ່ມີຄວາມໝາຍ "ປະຫວັດສາດ" ໃນການຮ່ວມມືດ້ານເສດຖະກິດແລະການຄ້າລະຫວ່າງສອງຝ່າຍ. ສະຫະພາບເອີຣົບສະເໜີ ໃຫ້ຈັດຕັ້ງປະຕິບັດ EVFTA ນັບແຕ່ວັນທີ 1 ສິງຫາ, ຕາມຂໍ້ກຳນົດຂອງຂໍ້ຕົກລົງ.

ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020
ທ່ານ ເຈີ່ນຕ໋ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ.

ທ່ານ ເຈີ່ນຕ໋ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ຝ່າຍຫວຽດນາມສະເໜີ ຊຸກຍູ້ການປະຕິບັດ EVFTA ໃນເວລາໄວທີ່ສຸດເພື່ອໃຫ້ 2 ຝ່າຍສາມາດສວຍໂອກາດຈາກບັນດາຂໍ້ຕົກລົງເພື່ອປັບປຸງສະພາບເສດຖະກິດການຄ້າຫຼັງຈາກຜົນກະທົບທາງລົບຂອງການລະບາດຂອງ Covid-19 ໃນໄລຍະຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບເວລາມີຜົນສັກສິດຂອງສັນຍາ EVFTA; ກ່ຽວກັບວຽກງານກະກຽມໃຫ້ການປະຕິບັດສັນຍາ EVFTA ກໍ່ຄືເລື່ອງສ້າງຕ້ັງກຸ່ມໃຫ້ຄຳປຶກສາພາຍໃນປະເທດໃນສັນຍາ EVFTA.

ຕາມຂໍ້ກຳນົດຂອງ EVFTA, ສັນຍານີ້ຈະມີຜົນສັກສິດໃນວັນທໍາອິດຂອງເດືອນທີສອງພາຍຫຼັງເດືອນທີ່ທັງສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບການສຳເລັດບັນດາລະບຽບການນິຕິກຳພາຍໃນ ຫຼື ສອງຝ່າຍເຫັນດີເປັນກະພາບນຳກັນກ່ຽວກັບຈຸດເວລາອື່ນເພື່ອໃຫ້ສັນຍາມີຜົນສັກສິດຢ່າງເປັນທາງການ.

ດ້ວຍບັນດາຄໍາໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງ, ຄໍາໝັ້ນສັນຍາລົບລ້າງພາສີນໍາເຂົ້າຂຶ້ນເຖິງເກືອບ 100% ພາສີປະເພດຕ່າງໆທີ່ໄດ້ລະບຸໃນສາລະບານພາສີ ໃນສັນຍາ EVFTA, ກາລະໂອກາດເພີ່ມວົງເງິນສົ່ງອອກຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນເມື່ອຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ປະຊາຄົມວິສາຫະກິດຫວຽດນາມ ໄດ້ມີໂອກາດ ແລະ ເປັນເຈົ້າການຫຼາຍກວ່າ ເມື່ອທຽບໃສ່ບັນດາວິສາຫະກິດຢູ່ປະເທດອື່ນໆໃນໂລກ.

ດ້ວຍຄວາມເຫັນດີເຫັນພ້ອມຂອງສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 100%, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສສ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2020.

ເລື່ອງໃຫ້ສັດຕະຍາບັນສັນຍາແມ່ນສອດຄ່ອງກັບແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຂອງພັກ ແລະລັດ; ພ້ອມທັງຈະນໍາເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ຫວຽດນາມ, ຊຸກຍູ້ການເພີ່ມທະວີດ້ານການຄ້າສອງສົ້ນລະຫວ່າງສອງຝ່າຍ, ເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນ, ເພີ່ມທະວີຂອບຂະໜາດສົ່ງອອກບາງຂະແໜງສິນຄ້າທີ່ມີທ່າແຮງຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ສິນໃນນໍ້າ, ເຄື່ອງຕັດຫຍິບ.

ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020 ໃນໄຕມາດທີ 1 ປີ 2020, ຍອດວົງເງິນສົ່ງອອກ-ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸລະດັບ 15,2 ຕື້ USD

ຍສໝ - ໃນໄຕມາດທີ 1 ປີ 2020, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ສົ່ງອອກເກີນດູນບັນລຸເກືອບ 2,9 ຕື້ USD, ເພີ່ມຂຶ້ນເກືອບ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020 ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%

ຍສໝ- ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%...

ສ ນຍາ evfta ມ ຜ ນສ ກສ ດແຕ ວ ນທ 1 ສ ງຫາ ປ 2020 ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020 ບັນລຸ 8,55 ຕື້ USD

ຍສໝ - ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີນາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ໄຊພອນ

ເຫດການ
302 Found

Found

The document has moved here.