ລາວ​ຈະ​ພັດ​ທະ​ນາ​ລະ​ບົດ​ອອກ​ບັດ​ແຮງ​ງານ​ເອ​ເລັກ​ໂຕ​ນິດ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ

15:44 | 22/10/2020

​ຍ​ສ​ໝ - ທ່ານ​ນາງ​ອະ​ນຸ​ສອນ​ໃຫ້​ຮູ້​ວ່າ ແຕ່​ລະ​ປີ, ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດິ​ການ​ສັງ​ຄົມ ລາວ​ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ແຮງ​ງານ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼາຍ ເພື່ອ​ເຮັດ​ວຽກ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ຄ້າ, ຜະ​ລິດ ແລະ ການ​ບໍ​ລິ​ການ.

ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ ລາວ: ການພັດທະນາ ໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ
ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ ລາວ: ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ
ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຄວາມ​ເຂົ້າ​ໃຈ (MOU)

ຫວ່າງ​ແລ້ວນີ້, ທ່ານ​ນາງ ອະ​ນຸ​ສອນ ຄຳ​ສິງ​ສະ​ວາດ ຫົວ​ໜ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດິ​ການ​ສັງ​ຄົມ ຫາ​ກໍ່​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຄວາມ​ເຂົ້າ​ໃຈ (MOU) ກັບ​ທ່ານ ສຸກ​ສະ​ຄອນ ໄຊ​ທິ​ລາດ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Epapa ກ່ຽວ​ກັບ​ຂໍ້​ຕົກ​ລົງ​ກາ​ນ​ຮ່ວມ​ມື​ພັດ​ທະ​ນາ​ລະ​ບົບ​ສະ​ໜອງ​ບັດ​ແຮງ​ງານ​ເອ​ເລັກ​ໂຕ​ນິກ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ລາວ.

ຕາມ​ນັ້ນ​ແລ້ວ, ພາຍຫຼັງ MOU ມີ​ຜົນ​ສັກ​ສິດ, ສອງ​ຝ່າຍ​ຈະ​ດຳ​ເນີນ​ຄົ້ນ​ຄ້​ວາ​ລັດ​ສະ​ນະ​ເປັນ​ໄປ​ໄດ້​ຂອງ​ການ​ພັດ​ທະ​ນາ​ຄົງ​ການ​ດັ່ງ​ກ່າວ​ໃນ​ຮອບ​ເວ​ລາ 1 – 2 ເດືອນ ແລະ ອາດ​ຈະ​ແກ່​ຍາວ​ຕື່ມ​ອີກ 12 ເດືອນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ​ອະ​ນຸ​ສອນ​ໃຫ້​ຮູ້​ວ່າ ແຕ່​ລະ​ປີ, ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດິ​ການ​ສັງ​ຄົມ ລາວ​ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ແຮງ​ງານ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼາຍ ເພື່ອ​ເຮັດ​ວຽກ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ຄ້າ, ຜະ​ລິດ ແລະ ການ​ບໍ​ລິ​ການ.

ປີ2019, ລາວ​ໄດ້​ສະ​ໜອງ ໂຄ​ຕາ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານຕ່າງ​ປະ​ເທດ 65.000 ຄົນ, ໃນ​ຂະ​ນະ​ທີ່ ປີ 2020 ແມ່ນ 60.000 ຄົນ. ພະ​ແນກ​ແຮງ​ງາ​ນ​ຂັ້ນ​ນະ​ຄອນ, ແຂວງ​ແມ່ນ​ອົງ​ການ​ໄດ້​ຮັບ​ໜ້າ​ທີ່​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ສະ​ໜອງ​ໂຄ​ຕາ​ແຮງ​ງານ ກໍ່​ຄື​ສະ​ໜອງ​ບັດ​ແຮງ​ງານ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດ​ມາ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.

ວິ​ວັດ​ການ​ຄົ້ນ​ຄ້າຄວາມ​ເປັນ​ໄປ​ດ້ວຍ​ໃຫ້​ແກ່​ຄົງ​ການ​ລວມ​ມີ​ການ​ສຳຫຼວດ, ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານ​ແຮງ​ງານ​ຈາກ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ແຮງ​ງານ ແລະ ອົງ​ການ​ແນະ​ນຳ​ວຽກ​ເຮັດ​ງານ​ທຳ​ໃນ​ທົ່ວ​ປະ​ເທດ ເພື່ອ​ສ້າງ​ຖານ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແກ່​ການ​ວາງ​ແຜນ​ກຳ​ນົດ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ສະ​ໜອງ​ບັດ​ແຮງ​ງານ ເອ​ເລັກ​ໂຕ​ນິກ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໂດຍ​ກ່ຽວ​ກັບ​ຂົງ​ເຂດ​ຄຸ້ມ​ຄອງ​ແຮງ​ງານ​ຂອງ​ລັດ​ຖະ​ບານ ລາວ, ໃນ​ເດືອນ​ທັນ​ວາປີ 2019, ສະ​ຖາ​ບັນ ເອ​ເລັກ​ໂຕ​ນິກ - ເຕັກ​ໂນ​ໂລ​ຢີ ກອມ​ປູ​ເຕີ (TCEI) ແລະ Posco International ແລະ Pantagate ໂດຍ​ເປັນ​ບໍ​ລິ​ສັດ​ທີ່​ມີ​ສຳ​ນັກ​ງານ​ປະ​ຈຳ​ສ.ເກົາຫຼີ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ ໄດ້​ລົງ​ນາມ​ເຂົ້າ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນຳ​ໃຊ້ Big data ໃນ​ການ​ຄຸ້ມ​ຄອງ ແຮງ​ງານ​ຢູ່​ລາວ. ສອງ​ອົງ​ການນີ້​ມາ​ຈາກ ສ.ເກົາຫຼີ​ ຈະ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ປະ​ເທດ​ຢູ່​ລາວ ກໍ່​ຄື​ແຮງ​ງານ​ລາວ​ຢູ່​ຕ່າງ​ປະ​ເທດ​ໃນ​ທຸກໆ​ອາ​ຊີບ.

ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ ລາວ: ການພັດທະນາ ໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ

ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດ ພາຍຫລັງ ທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ.

ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ ລາວ: ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ

ການປັບລາຄາຄັ້ງນີ້, ແອັດຊັງພິເສດ ປັບຂຶ້ນ 60 ກີບ/ລິດ, ແອັດຊັງທຳມະດາ ປັບຂຶ້ນ 60 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 40 ກີບ/ລິດ, ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 16 ຕຸລາ 2020, ເວລາ 06:00 ໂມງ ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ ...

ລາວ ຈະ ພ ດ ທະ ນາ ລະ ບ ດ ອອກ ບ ດ ແຮງ ງານ ເອ ເລ ກ ໂຕ ນ ດ ໃຫ ແກ ຊາວ ຕ າງ ປະ ເທດ ລາວ: ຊົມໃຊ້ຜະລິດຕະພັນຂອງຄົນລາວ ໃຫ້ຫລາຍຂຶ້ນ ເພື່ອກະຕຸ້ນເສດຖະກິດໃຫ້ດີຂຶ້ນ

ເພື່ອເປັນການອະນຸລັກຮັກສາພູມປັນຍາ ທາງດ້ານຫັດຖະກຳ ແລະ ການຟື້ນຟູການຜະລິດ ເຄື່ອງຫັດຖະກຳ ຂອງຊົນເຜົ່າຕ່າງໆ ທີ່ຖືກປະຖິ້ມຄືນໃໝ່, ພ້ອມທັງເປັນການຊຸກຍູ້ສົ່ງເສີມ ຜະລິດຕະພັນຂອງຄົນລາວ, ສົ່ງເສີມໃຫ້ການຜະລິດ ເຄື່ອງຫັດຖະກຳກາຍເປັນສິນຄ້າ, ສ້າງລາຍໄດ້ໃຫ້ກັບຊຸມຊົນ ເຮັດໃຫ້ເຂົາເຈົ້າສາມາດ ຊ່ວຍເຫລືອຄອບຄົວ ໃຫ້ມີຊີວິດທີ່ດີໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.