ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ

14:00 | 15/10/2020

ນັບແຕ່ປີ 2015 ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ, ມາຮອດເດືອນ 6/2020 ມີທະນາຄານທັງໝົດ 44 ທະນາຄານເພີ່ມຂຶ້ນ 3 ແຫ່ງ, ມີ 14 ສາຂາ ເພີ່ມຂຶ້ນ 26 ສາຂາ, ມີ 536 ໜ່ວຍບໍລິການເພີ່ມຂຶ້ນ 65 ໜ່ວຍ, ມີຕູ້ເອທີເອັມ 1.317 ໜ່ວຍເພີ່ມຂຶ້ນ289 ໜ່ວຍ ທຽບໃສ່ປີ 2015, ຊັບສິນ, ໜີ້ສິນ ແລະ ທຶນທົ່ວລະບົບທະນາຄານ ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະປີ.

ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ
ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ
ນັບແຕ່ປີ 2015 ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ. ພາບປະກອບ

ໃນ 5 ປີຜ່ານມາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ປັບປຸງວຽກງານຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ເຮັດໃຫ້ລະບົບສະຖາບັນການເງິນມີຄວາມໝັ້ນຄົງ ເຂັ້ມແຂງ ໂດຍສຸມໃສ່ການສ້າງ ແລະ ປັບປຸງບັນດານິຕິກໍາຕ່າງໆຫຼາຍສະບັບ ແລະ ເຄື່ອງມືໃນການຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ແລະ ວຽກງານຕ່າງໆ, ວຽກງານກວດກາທາງເອກະສານ ແລະ ກວດກາກັບທີ່ ໄດ້ຮັບການປັບປຸງເປັນແຕ່ລະໄລຍະ ໂດຍສະເພາະເຄື່ອງມືໃນການກວດກາ ເພື່ອໃຫ້ກໍໄດ້ຂໍ້ຄົງຄ້າງຕ່າງໆ ເພື່ອແກ້ໄຂຕາມລະບຽບໄດ້ກໍານົດໄວ້; ສໍາລັບການກວດກາທະນາຄານທຸລະກິດ ກໍ່ໄດ້ລິເລີ່ມທົດລອງການວິເຄາະ-ກວດກາຕາມຄວາມສ່ຽງ, ການສ້າງຄູ່ມືຄຸ້ມຄອງຕາມຄວາມສ່ຽງ, ປັບປຸແບບຟອມລາຍງານຖານະການເງິນສໍາລັບທະນາຄານທຸລະກິດ ແລະ ພັດທະນາຕົວຊີ້ບອກທາງດ້ານການເງິນ.

ນັບແຕ່ປີ 2015 ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ, ມາຮອດເດືອນ 6/2020 ມີທະນາຄານທັງໝົດ 44 ທະນາຄານ ເພີ່ມຂຶ້ນ 3 ແຫ່ງ, ມີ 14 ສາຂາ ເພີ່ມຂຶ້ນ 26 ສາຂາ, ມີ 536 ໜ່ວຍບໍລິການເພີ່ມຂຶ້ນ 65 ໜ່ວຍ, ມີຕູ້ເອທີເອັມ 1.317 ໜ່ວຍເພີ່ມຂຶ້ນ289 ໜ່ວຍ ທຽບໃສ່ປີ 2015, ຊັບສິນ, ໜີ້ສິນ ແລະ ທຶນທົ່ວລະບົບທະນາຄານ ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະປີ, ໃນເດືອນ 06/2020 ມີຊັບສິນທັງຫມົດ 156.833 ຕື້ກີບ ເພີ່ມຂຶ້ນສະເລ່ຍ 12,53% ຕໍ່ປີ; ມີໜີ້ສິນ 147.035 ຕື້ກີບ ເພີ່ມຂຶ້ນສະເລ່ຍ 9,66% ຕໍ່ປີ, ມີເງິນຝາກທັງໝົດ 117 968 ຕື້ກີບ ເພີ່ມຂຶ້ນສະເລ່ຍ 12,19% ຕໍ່ປີ, ມີບັນຊີເງິນຝາກທັງໝົດ 2.665.856 ບັນຊີ ເພີ່ມຂຶ້ນສະເລ່ຍ 10,71% ຕໍ່ປີ; ໜີ້ບໍ່ເກີດດອກອອກຜົນ (NPL) ກວມ 3,21% ຂອງຍອດສິນເຊື່ອທັງໝົດ ເພີ່ມຂຶ້ນສະເລ່ຍ 0,02% ຕໍ່ປີ ທຽບໃສ່ປີ 2015,ຄວາມພຽງພໍຂອງທຶນຂອງທະນາຄານທຸລະກິດ ໂດຍສະເລ່ຍຢູ່ໃນລະດັບ 13,84%.

ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ
ມີເງິນຝາກທັງໝົດ 117 968 ຕື້ກີບ ເພີ່ມຂຶ້ນສະເລ່ຍ 12,19% ຕໍ່ປີ, ມີບັນຊີເງິນຝາກທັງໝົດ 2.665.856 ບັນຊີ ເພີ່ມຂຶ້ນສະເລ່ຍ 10,71% ຕໍ່ປີ. ພາບປະກອບ

ສໍາລັບສະຖາບັນການເງິນ ມີສະຖາບັນການເງິນປະເພດຕ່າງໆ 180 ແຫ່ງ, ມີຊັບສິນທັງໝົດ 7.633 ຕື້ກີບ ເພີ່ມຂຶ້ນສະເລ່ຍ37,70% ຕໍ່ປີ; ມີໜີ້ສິນທັງໝົດ 5 960 ຕື້ກີບເພີ່ມຂຶ້ນສະເລ່ຍ 35,31% ຕໍ່ປີ, ມີເງິນຝາກທັງໝົດ 1.217 ຕື້ກີບເພີ່ມຂຶ້ນສະເລ່ຍ 27,63% ຕໍ່ປີ, ມີບັນຊີເງິນຝາກ 204,358 ບັນຊີ; ອັດຕາສ່ວນ NPL ສະເລ່ຍ 1,7% ຂອງຍອດສິນເຊື່ອຂອງສະຖາບັນການເງິນທັງໝົດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ຄຽງຄູ່ກັນນັ້ນ ເຫັນວ່າທະນາຄານທຸລະກິດ ແລະ ສະຖາບັນການເງິນໃນທົ່ວລະບົບ ໂດຍລວມມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງສາມາດປະຕິບັດລະບຽບຄວາມໝັ້ນຄົງທີ່ ທຫລ ວາງອອກໃນລະດັບດີ, ການດຳເນີນທຸລະກິດມີຜົນກໍາໄລ.

ພິທີເຊັນສັນຍາຮ່ວມມືນໍາໃຊ້ການບໍລິການສູນຂໍ້ມູນດິຈິຕອນ (Data Center) ລະຫ່ວາງ ສູນຂໍ້ມູນດິຈິຕອນ, ກົເຕັກໂນໂລຊີດິຈິຕອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສສ), ທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຂອງກົມດັ່ງກ່າວ.ການຮ່ວມມືກັນໃນຄັ້ງນີ້ແມ່ນເພື່ອຮອງຮັບລະບົບຂໍ້ມູນຂ່າວສານສິນເຊື່ອຂອງ ສປປ ລາວ ແນໃສ່ຍົກສູງປະສິດທິພາບ ແລະນວຍຄວາມສະດວກໃນການຄຸ້ມຄອງການບໍລິຫານ, ການບໍລິການຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໂດຍສອດຄ່ອງຕາມແນວທາງການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຍຸກການປະຕິວັດອຸດສາຫະກໍາ 4.0 ນີ້. ສູນຂໍ້ມູນດິຈິຕອນ ແມ່ນສູນວິຊາການໜຶ່ງທີ່ສັງກັດຢູ່ໃນໂຄງປະກອບການຈັດຕັ້ງຂອງກົມເຕັກໂນໂລຊີດິຈິຕອນ, ກວຕ ຊຶ່ງມີພາລະບົດບາດຄົ້ນຄວ້າ, ພັດທະນາ ແລະ ໃຫ້ບໍລິການລະບົບພື້ນຖານໂຄງລ່າງ (Digital Infrastructure), ບໍລິການຮັບຝາກຂໍ້ມູນ,ລະບົບຊອບແວ, ແອັບພິເຄຊັນ, ເວັບໄຊ, ລະບົບອີເມວ ແລະ ອື່ນໆ ຊຶ່ງໃນປັດຈຸບັນທາງສູນແມ່ນໄດ້ສຸມໃສ່ການໃຫ້ບໍລິການສູນຂໍ້ມູນ (Data Center) ທີ່ມີຄວາມທັນສະໄໝ ແລະ ປອດໄພສູງ ເພື່ອຮອງຮັບ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ແລະ ເງື່ອນໄຂຂອງຜູ້ຊົມໃຊ້ໃນທົ່ວສັງຄົມ.

ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ 42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ.

ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ລະບ ບທະນາຄານໄດ ຂະຫຍາຍຕ ວຢ າງຕ ເນ ອງທ ງປະລ ມານ ແລະ ຄ ນນະພາບ ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ

“ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ” ແມ່ນຫົວຂໍ້ກອງປະຊຸມສໍາມະນາ ໂດຍມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ສົມທົບກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະຫິດຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ຕຸລາ ຢູ່ນະຄອນໂຮ່ຈີມີນ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.