ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

16:02 | 07/01/2021

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ
ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ
ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ
ຄະ​ນ​ະ​ຜູ້​ແທນ​ສອງ​ຝ່າຍ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ (ພາບ: ulis.vnu.edu.vn/)

ອາ​ທິດ​ຜ່ານ​ມາ, ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ - ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບ​ວິ​ທະ​ຍາ​ຄານ​​ທະ​ຫານປ້ອງ​ກັນ​ຊາຍ​ແດນ - ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ໄດ້​ຈັດ​ພິ​ທີ​ອັບ​ຊຸ​ດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາຍ​ແດນ.

ເຂົ້າ​ຮ່ວມ​ພິ​ທີ​ອັດ​ພິ​ທີ, ກ່ຽວ​ກັບ​ມ​ະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ມີ​ທ່ານ ຮອງ​ສາດ​ສະ​ດາ​ຈານ ປ.ອ ເລິມກວາງ​ດົງ - ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ ຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ເລິນ​ຈຸງ - ປະ​ທານ ສະ​ພາ​ພາ​ສາ​ຫວຽດ​ນາມ ຮ່ວມ​ມື ແລະ ພັດ​ທະ​ນາ, ທ່ານ ປະ​ລິນ​ຍາ​ໂທ ຫງວຽນ​ທິ​ເວິນ​ຈີ ຫົວ​ໜ້າ​ຄະ​ນະ​ພາ​ສາ​ຕ່າງ​ປະ​ເທດ ແລະ ວັດ​ທະ​ນະ​ທຳ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທ່ານ ປະ​ລິ​ຍາ​ໂທ ຫງວຽ​ນວຽກ​ຮຸ່ງ ຫົວ​ຫົວ​ໜ້າ​ຫ້ອງ​ຝຶກ​ອົບ​ຮົບ ທັງ​ເປັນຄູ​ສອນວິ​ຊາ​ ພາ​ສາ​ຕ່າງ​ປະ​ເທດ ແລະ ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ສ່ວນ​ຝ່າຍ​ວິ​ທະ​ຍາ​ຄານ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ມີ​ທ່ານ ພັນ​ເອກ ປ.ອ ຫງວຽນ​ຊັວນ​ບັກ - ຮອງ​ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ຄານ, ຕາງ​ໜ້າ​ການ​ນຳ​ບັນ​ດາ​ຫົວ​ໜ່ວຍ ແລ​ະ ພິ​ເສດ​ມີ​ການ​ເຂົ້າ​ຮ່ວມ​ນັກ​ນາຍ​ທະ​ຫານ 43 ສະ​ຫາຍ​ເຊິ່ງ​ແມ່ນ​ນັກ​ສຳ​ມະ​ນາ​ກອນ​ຂອງ​ຊຸດ​ຝຶກ​ອົບ​ຮົມ.

ຢູ່​ພິ​ທີ​ອັດ​ຊຸດ​ຝຶກ​ອົບ​ຮົມ, ຕາງ​ໜ້າ​ວິ​ທະ​ຍາ​ຄານ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ລາຍ​ງານ​ໝາກ​ຜົນ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ ລະ​ດັບ A2. ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ພັນ​ເອກ ປະ​ລິນ​ຍາ​ເອກ. ຫງວຽນ​ຊວັນ​ບັກ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ພາ​ສາ​ໃນ​ໄລ​ຍະ​ປັດ​ຈຸ​ບັນ, ພິ​ເສດ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ການ​ປົກ​ປັກ​ຮັກ​ສາ ເຂດ​ຊາຍ​ແດນ. ທ່ານ ຮອງ​ຜູ້​ອຳ​ນວຍ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ເຊື່ອ​ໝັ້ນ​ວ່າ ຊຸດ​ຝຶ​ກ​ອົບ​ຮົມ​ແມ່ນ​ແຫຼ່ງ​ບັນ​ດານ​ໃຈ, ແຜ່​ຂະ​ຫຍາຍ​ວິ​ວັດ​ການ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ​ໃຫ້​ແກ່​ບັນ​ດາ​ສະ​ຫາຍ​ເພື່ອ​ສືບ​ຕໍ່​ຮ່ຳ​ຮຽ​ນ​ຕື່ມ​ອີກ, ນຳ​ໃຊ້​ເຂົ້າ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ຕົນ.

ໂດຍ​ຂອບ​ໃຈ​ການ​ສົມ​ທົບ​ຂອງ​ວິ​ທະ​ຍາ​ຄານ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ທ່ານ ເລິມກວາງ​ດົງ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊຍ​ຕໍ​່​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ທີ່​ໄດ້​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ. ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ຢາກ​ສອງ​ໂຮງ​ຮຽນ​ສືບ​ຕໍ່​ຜັນ​ຂ​ະ​ຫຍາຍຫຼາຍ​ໂຄງ​ການ​ຮ່ວມ​ມື​ກ່​ວາ​ອີກ ເພື່ອ​ຜັນ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ຝ່າຍ ແລະ ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ຮ້ອຍ​ເອກ ເຈິ່ນ​ກວກ​ຈຸງ ຕາງ​ໜ້າ​ໃຫ້​ນັກ​ສຳ​ມະ​ນາ​ກອນ 43 ຄົນ​ຂອງ​ຊຸດ​ຝຶກ​ອົບ​ຮົມ ກໍ່​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ນຳ​ສອງ​ໂຮງ​ຮຽນ ແລະ ບັນ​ດາ​ຄູ​ອາ​ຈານ​ຂອງ​ຊຸດ​ຝຶກ​ອົບ​ຮົມ. ທ່ານ ຮ້ອຍ​ເອກ​ກໍ່​ຢັ້ງ​ຢືນ​ວ່າ ຈະ​ຕັດ​ສິນ​ໃຈ​ສືບ​ຕໍ່​ຍົກ​ສູງ​ລະ​ດັບ​ພາ​ສາ​ລາວ​ຍ້ອນ​ວ່ານີ້​ແມ່ນ​ທັກ​ສະ​ທີ່​ຈຳ​ເປັນ​ໃນ​ວຽກ​ງາ​ນ​ຂອງ​ຕົນຢ່າງ​ແທ​ດ​ຈິງ.

ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ

ຍ​ສ​ໝ - ເຈົ້າ​ໜ້າ​ທີ່ 3 ປະ​ເທດ ລາວ, ຈີນ, ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ອາ​ຊີບ​ຫາ​ປາ​ ທັນ​ສະ​ໄໝ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລ​ລະ​ຫວ່າງ​ບັນ​ດາ​ຝ່າຍ.

ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ມອບ ໃບ ຢ ງ ຢ ນ ສຳ ເລ ດ ຊ ດ ຝ ກ ອ ບ ຮ ມ ພາ ສາ ລາວ ໃຫ ແກ ພະ ນ ກ ງານ ນ ກ ຮຽນ ວ ທະ ຍາ ຊາດ ທະ ຫານປ ອງ ກ ນ ຊາຍ ແດນ ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ຕາມ​ລາຍ​ການນີ້, ປະ​ຊາ​ຊົນ​ລາວ​ທຸກ​ຄົນ ແລະ ຊາວ​ຕ່ງ​ປະ​ເທດ​ເມື່ອ​ເຂົ້າ​ອອກ ເຂດ​ເສດ​ຖະ​ກິດ​ສາມ​ລ່ຽມ​ຄຳ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຈາກ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສດ​ຖະ​ກິດ​ພິ​ເສດ. ບັນ​ດາ​ພໍ່​ຄ້າ​ໄດ້​ຈຳ​ແນກ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ຊົ່ວ​ຄາວ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ຄ້າ​ຂ່າວ ຕະຫຼອດ​ຮອດ​ເມື່ອ​ມີ​ປະ​ກາດ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.