ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia

16:11 | 30/03/2021

ຍສໝ - ຫວ່າງແລ້ວນີ້, ຢູ່ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy (IDS) ຢູ່ Riyadh, Saudi Arabia ໄດ້ຈັດຕັ້ງພິທີລົງນາມໃນໂຄງການ “ຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະ ກະຊວງການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກ Saudi Arabia.

ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia ການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງການນໍາຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ
ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia

ໃນຂອບເຂດພິທີລົງນາມ, ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ສະແດງຄວາມປິຕິຊົມຊື່ນໃນນາມຕາງໜ້າໃຫ້ສະຖາບັນການທູດຫວຽດນາມ ທີ່ລົງນາມໃນໂຄງການຮ່ວມມື, ສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນໂອກາດເປີດກວ້າງການຮ່ວມມືລະຫວ່າງສອງສະຖາບັນໃນການແລກປ່ຽນຂໍ້ມູນຂ່າວສານ, ການຄົ້ນຄວ້າ ແລະ ການຝຶກອົບຮົມກ່ຽວກັບນະໂຍບາຍການຕ່າງປະເທດ, ການພົວພັນສາກົນ, ກົດໝາຍສາກົນ, ເສດຖະກິດສາກົນ, ວິທະຍາສາດການເມືອງ, ການຝຶກອົບຮົມພາສາຕ່າງປະເທດ…

ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia
ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia. (ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໃຫ້ຮູ້ວ່ານີ້ແມ່ນເອກະສານສະບັບທຳອິດ ທີ່ໄດ້ລົງນາມໃນປີ 2021 ລະຫວ່າງຫວຽດນາມ ແລະ ປະເທດ Saudi Arabia, ສະນັ້ນນອກຈາກຄວາມໝາຍສຳຄັນຂອງການຮ່ວມມືລະຫວ່າງສອງສະຖາບັນການທູດ, ມັນຍັງເປັນຂີດໝາຍໃນການພົວພັນການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດຫວຽດນາມ ແລະ ປະເທດ Saudi Arabia; ຫວັງວ່າສະຖາບັນສອງປະເທດ ຈະປະຕິບັດການຮ່ວມມືທີ່ສຳຄັນຢ່າງໄວວາ, ປະກອບສ່ວນປັບປຸງວຽກງານວິຊາສະເພາະຂອງທັງສອງຝ່າຍໃຫ້ດີຂື້ນກ່ວາເກົ່າ.

ສ່ວນທ່ານດຣ Adel H. Al Omrani - ຜູ້ອຳນວຍການການສະແດງຂອງ ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic (IDS) ໄດ້ຕີລາຄາສູງ ສຳຫຼັບຄວາມມານະພະຍາຍາມຂອງສະຖາບັນການທູດຫວຽດນາມ, ພ້ອມທັງການປະສານສົມທົບຢ່າງມີປະສິດທິຜົນຂອງສະຖານທູດຫວຽດນາມປະຈຳ Saudi Arabia ເພື່ອເປັນຂົວຕໍ່ລະຫວ່າງສະຖາບັນການທູດຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy ເພື່ອໃຫ້ສອງຝ່າຍລົງນາມໃນໂຄງການຮ່ວມມືຢ່າງເປັນທາງການໃນເວລາເກີດການລະບາດຂອງ COVID-19.

ທ່ານດຣ Adel H. Al Omrani ໃຫ້ຫູ້ວ່າ ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic ຈັດກອງປະຊຸມສຳມະນາເປັນປະຈຳ ກ່ຽວກັບບັນດາບັນຫາໃນປະຈຸບັນ ຫຼື ບັນຫາທີ່ກ່ຽວຂ້ອງກັບບັນດານັກປາຖະກະຖາ, ເຊັ່ນ: ພະນັກງານສະພາ, ນັກການທູດ, ນັກຄົ້ນຄ້ວາດ້ານການເມືອງ - ນັກວິເຄາະ... ທ່ານດຣ Adel H. Al Omrani ສະແດງຄວາມດີໃຈ ເມື່ອສອງສະຖາບັນວາງພື້ນຖານສຳລັບການຮ່ວມມືໄລຍະຍາວ, ຫວັງວ່າຈະໄດ້ໄປຢ້ຽມຢາມສະຖາບັນການທູດຫວຽດນາມ ໃນເວລາຈະມາເຖິງ. ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia.

ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອະດີດນັກຮົບອາສາສະໝັກ ຂອງເມືອງເຈື່ອງໝິ້

ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...

ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ

ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ.

ພ ທ ລ ງນາມໃນໂຄງການຮ ວມມ ລະຫວ າງສະຖາບ ນການທ ດຫວຽດນາມ ແລະ saudi arabia ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.