ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

14:22 | 18/06/2020

ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.

ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ
ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ ປະເທດລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ເປັນເວລາ 61 ວັນຕິດຕໍ່ກັນ

ເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ບຸນແຕງ ສີມູນ - ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານພັນໂທ ແສງຖະໜອມ ບຸດຕະວົງ - ຫົວໜ້າ ຫ້ອງການກອງບັນຊາການທະຫານອາກາດ, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ - ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ, ທ່ານ ບຸນຈັນ ສີວົງພັນ - ຮອງເຈົ້າແຂວງຊຽງຂວາງ, ມີຜູ້ຕາງໜ້າກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບອ້ອມຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີສົ່ງມອບ, ທ່ານ ບຸນແຕງ ສີມູນ ກ່າວວ່າ: ສະໜາມບິນທົ່ງໄຫຫີນຊຽງຂວາງໃນເມື່ອກ່ອນ ແມ່ນໄດ້ສ້າງຂຶ້ນມາ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແຕ່ເພື່ອເຮັດໃຫ້ການນໍາໃຊ້ສະໜາມ ບິນດັ່ງກ່າວໃຫ້ມີຜົນປະໂຫຍດສູງສຸດ ເພື່ອຮັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະ ເທດລາວ ແລະ ຂອງແຂວງຊຽງຂວາງ ຈຶ່ງໄດ້ມອບ-ໂອນໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ.

ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ

ພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດ. (ພາບ: KPL)

ຕະຫຼອດໄລຍະ 22 ປີທີ່ມີການນໍາໃຊ້ສະໜາມບິນຮ່ວມກັນ, ກົມການບິນພົນລະເຮືອນ ໄດ້ສ້າງກົດໝາຍ, ລະບຽບການ ແລະ ຄູ່ມືໃນການຄຸ້ມຄອງວຽກງານການບິນໃນຂອບເຂດທົ່ວປະເທດ ເຊິ່ງໃນນັ້ນສະໜາມບິນທົ່ງໄຫຫີນ ກໍແມ່ນສະໜາມບິນແຫ່ງໜຶ່ງທີ່ຢູ່ ພາຍໃຕ້ການຄຸ້ມຄອງທີ່ສອດຄ່ອງ ກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ເພື່ອເຮັດໃຫ້ການບໍລິການວຽກງານການບິນພົນລະ ເຮືອນຢູ່ສະໜາມບິນທົ່ງໄຫຫີນ ສາມາດຈັດຕັ້ງປະຕິບັດສອດຄ່ອງ ຕາມມາດຕະຖານສາກົນ, ກົມການບິນພົນລະເຮືອນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສອງກອງວິຊາການຄື: ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາກາດລາວ ລວມທັງບໍລິສັດສາຍ ການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມ ບິນ, ການບໍລິການພາກພື້ນດິນ, ລົດດັບເພີງ, ໄຟຟ້າ, ການປ້ອງ ກັນຄວາມປອດໄພການບິນ, ປັບ ປຸງເດີ່ນຫຍ້າ ແລະ ການພັດທະນາດ້ານບຸກຄະລາກອນໃຫ້ໄດ້ ມາດຕະຖານ, ດ້ານວຽກງານຈະລາຈອນອາກາດ ໄດ້ມີການພັດ ທະນາລະບົບການບໍລິການຈະລາ ຈອນອາກາດເຊັ່ນ: ຕິດຕັ້ງລະບົບ ວິທະຍຸສື່ສານ, ວິທະຍຸນໍາທາງ, ວິທະຍຸຕິດຕາມເປົ້າໝາຍ, ລະບົບອຸຕຸນິຍົມການບິນ, ການຍົກລະ ດັບຂີດຄວາມສາມາດດ້ານບຸກ ຄະລາກອນນັກບັນຊາຈະລາ ຈອນອາກາດ ແລະ ນາຍຊ່າງ ສ້ອມແປງວິທະຍຸການບິນ ແລະ ອື່ນໆ, ດ້ານການບໍລິການສາຍ ການບິນ, ໄດ້ມີການຍົກລະດັບ ການບໍລິການຂົນສົ່ງຜູ້ໂດຍສານ ດ້ວຍການນໍາໃຊ້ເຮືອບິນທີ່ມີ ຄວາມທັນສະໄໝລະດັບ 70 ບ່ອນ ນັ່ງທີ່ສ້າງຄວາມເຊື່ອໝັ້ນໃຫ້ ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກການພັດທະນາວຽກ ງານການບິນທີ່ນັບມື້ນັບມີການ ຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ ການບິນພົນລະເຮືອນ ແລະ ກອງ ທັບ ໄດ້ສືບຕໍ່ພັດທະນາໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ໂດຍປະຕິ ບັດຕາມທິດຊີ້ນຳຂອງລັດຖະບານກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ສະບັບເລກທີ 01/ຫສນຍ, ລົງວັນທີ 12 ກຸມພາ 2020.

ດັ່ງນັ້ນ, ກົມການບິນພົນລະເຮືອນ ຈຶ່ງມອບຄືນຄວາມຮັບຜິດຊອບ ການຄຸ້ມຄອງວຽກງານການບິນ ໃນເຂດສະໜາມບິນທົ່ງໄຫຫີນ ໃຫ້ໄປຂຶ້ນກັບຄວາມຮັບຜິດຊອບ ໂດຍກົງຂອງກອງບັນຊາການທະ ຫານອາກາດກະຊວງປ້ອງກັນ ປະເທດ, ເພື່ອເຮັດໃຫ້ສະໜາມ ບິນແຫ່ງນີ້ ໄດ້ມີການສືບຕໍ່ພັດທະນາ ແລະ ສາມາດຮັບປະກັນຄວາມປອດໄພດ້ານຕ່າງໆ ສອດຄ່ອງ ຕາມລະບຽບການ ແລະ ມາດຕະ ຖານສາກົນ ເພື່ອສ້າງໃຫ້ສະໜາມ ບິນແຫ່ງນີ້ ເປັນສະໜາມບິນໃຊ້ ຮ່ວມກັນ ແລະ ສືບຕໍ່ພັດທະນາ ວຽກງານການບິນຮ່ວມກັນ ແນໃສ່ຮັບປະກັນໃນການປະຕິບັດ ການບິນມີຄວາມສະດວກ, ວ່ອງ ໄວ ແລະ ປອດໄພສູງສຸດ.

ທ່ານ ພັນໂທ ແສງຖະໜອມ ບຸດຕະວົງ ກ່າວວ່າ: ໂດຍປະ ຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືຂອງກະຊວງ ປ້ອງກັນປະເທດໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ມີແບບແຜນທີ່ທັນສະໄໝ ໄປຄຽງ ຄູ່ກັບການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງເຫຼົ່າຮົບວິຊາສະເພາະຂອງ ກອງທັບໃຫ້ນັບມື້ ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ໃນນີ້ ເຫຼົ່າຮົບທະຫານອາກາດກໍແມ່ນ ເຫຼົ່າຮົບໜຶ່ງທີ່ມີພາລະບົດບາດ ແລະ ໜ້າທີ່ອັນສໍາຄັນໃນການປະ ຕິບັດເຮັດໜ້າທີ່ວິຊາສະເພາະ ຂົງເຂດວຽກງານການບິນ ເພື່ອ ປົກປັກຮັກສາເຂດນ່ານຟ້າຂອງ ປະເທດໃຫ້ມີຄວາມສະຫງົບ, ຮັບໃຊ້ການລຳລຽງຂົນສົ່ງທາງອາ ກາດ ກໍຄືການບິນຮັບໃຊ້ການນໍາ ພັກ-ລັດ, ຮັບໃຊ້ສັງຄົມ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນໃນການນໍາ ໃຊ້ເດີ່ນບິນທົ່ງໄຫຫີນແຫ່ງນີ້ ເພື່ອ ຮອງຮັບເຂົ້າໃນວຽກງານເຝິກ ແອບຮໍ່າຮຽນການບິນ ແລະ ນໍາ ໃຊ້ເຂົ້າໃນວຽກງານຍຸດທະສາດ ການທະຫານຂອງກອງທັບ ປະ ຊາຊົນລາວ ແລະ ຈະນໍາໃຊ້ສະ ໜາມບິນແຫ່ງນີ້ ໃຫ້ເກີດປະໂຫຍດ ສູງສຸດໃນການບິນບໍລິການສັງຄົມ ແລະ ກຽມພ້ອມປົກປ້ອງ ນ່ານຟ້າ ສປປ ລາວ.

ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19

ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).

ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ ແຂວງເງະອານ ສສ.ຫວຽດນາມ ມອບອຸປະກອນການແພດ ລວມຍອດມູນຄ່າທັງໝົດຫຼາຍກວ່າ 700 ລ້ານດົ່ງ ໃຫ້ແຂວງຊຽງຂວາງ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານຄະນະກໍາມະການປະຊາຊົນແຂວງເງະອານ ນໍາໂດຍທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ຈັດຕັ້ງພິທີມອບ-ຮັບອຸປະກອນການແພດ, ເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ແຂວງຊຽງຂວາງ, ປະເທດລາວ.

ປະເທດລາວ ສ ງມອບສະໜາມບ ນທ ງໄຫຫ ນ ແຂວງຊຽງຂວາງ ໃຫ ກະຊວງປ ອງກ ນປະເທດຮ ບຜ ດຊອບໂດຍກ ງ ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ

ຍສໝ - ຕອນບ່າຍວັນທີ 30 ທັນວາ 2019,ກອງບັນຊາການທະຫານແຂວງເຊີນລາ ໄດ້ຈັດຕັ້ງພິທີແຮກສ່ຽວກັບກອງບັນຊາການທະຫານແຂວງຊຽງຂວາງ.

kongthap.gov.la

ເຫດການ
302 Found

Found

The document has moved here.