ປະເທດລາວ: ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ຢ່າງເປັນທາງການ

18:28 | 26/08/2020

ຍສໝ - ໃນວັນທີ 25 ສິງຫາ 2020 ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນພິທີປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວຢ່າງເປັນທາງການ.

ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ Vinamilk ໄດ້ລົງທຶນ 1.000 ຕື້ດົ່ງ ເຂົ້າໃນປະເທດລາວ
ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ເຂົ້າຮ່ວມພິທີມີ ທ່ານໄຊສົມພອນ ພົມວິຫານ - ກຳມະການກົມການເມືອງສູນກາງພັກປະທານສູນກາງ ແນວລາວສ້າງຊາດ; ທ່ານອາລຸນໄຊ ສູນນະລາດ - ກຳມະການສຳຮອງສູນກາງພັກເລຂາຄະນະ ບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ອົງການ, ນະຄອນຫຼວງ, ບັນດາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ພະນັກງານຫຼັກແຫຼ່ງທີ່ເຮັດວຽກງານຊາວໜຸ່ມ-ເຍົາວະຊົນ, ບັນດາສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາສະມາຄົມມູນິທິເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີແນວຄິດລິເລີ່ມສ້າງຕັ້ງສະຫະພັນຊາວໜຸ່ມລາວ ມາຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ I ໃນປີ 1983 ຈົນເຖິງກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII ໄດ້ມີຄວາມພະຍາຍາມຕັ້ງບັນຫາສຶກສາຄົ້ນຄວ້າ, ເກັບກໍາຂໍ້ມູນ, ສໍາມະນາວິທະຍາສາດໄປຖອດຖອນແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນມາໂດຍຕະຫຼອດ.

ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ
ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ ຢ່າງເປັນທາງການ. (ພາບ: Kongthap.la)

ພ້ອມກັນນັ້ນເລັ່ງເຫັນສະພາບເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ສັງຄົມມີການແບ່ງງານນັບມື້ນັບລະອຽດອ່ອນ, ຄວາມຮຽກຮ້ອງ ຕ້ອງການຂອງຊາວໜຸ່ມນັບມື້ນັບສູງ, ການຈັດຕັ້ງຊາວໜຸ່ມຕາມ ສາຂາອາຊີບກໍເກີດຂຶ້ນຢ່າງຫຼວງຫຼາຍ ແລະ ມີລັກສະນະວ່ອງໄວມີເປົ້າໝາຍທີ່ແຕກຕ່າງກັນ ແລະ ເຄື່ອນໄຫວຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ.

ການຈັດຕັ້ງທາງສັງຄົມດັ່ງກ່າວ ແມ່ນມີທັງການເຄື່ອນໄຫວສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ມີການເຄື່ອນໄຫວເພື່ອຫວັງຜົນປະໂຫຍດທາງດ້ານການເມືອງ ແລະ ເສດຖະກິດ. ມາຮອດປັດຈຸບັນ, ທົ່ວປະເທດມີສະມາຄົມ ແລະ ມູນນິທິທັງໝົດ 189 ຫົວໜ່ວຍ ໃນນີ້ໄດ້ຂຶ້ນທະ ບຽນແລ້ວມີ 43 ຫົວໜ່ວຍ ມີພະນັກງານທັງໝົດ 3.743 ຄົນ ແລະ 9 ມູນນິທິ, ມີພະນັກງານ ທັງໝົດ 59 ຄົນ ຕາມສະຖິຕິການລົງເກັບກໍາຂອງພະແນກຄຸ້ມຄອງການຈັດຕັ້ງຊາວໜຸ່ມທາງສັງຄົມ ຄັ້ງວັນທີ 19 ກັນຍາ ປີ 2018.

ສຳລັບສະມາຄົມ ແລະ ສະໂມສອນທີ່ຂຶ້ນກັບການຄຸ້ມຄອງຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມີສະມາຄົມນັກທຸລະກິດໜຸ່ມຈຳນວນສະມາຊິກ 309 ຄົນ, ສະໂມສອນຊາວໜຸ່ມເດີນທະເລມີ 525 ຄົນ, ສະໂມສອນໂຄງການມິດຕະພາບລາວ-ຍີ່ ປຸ່ນມີສະມາຊິກ 468 ຄົນ, ກອງອາສາສະໝັກຊາວໜຸ່ມມີ 122 ກອງມີສະມາຊິກ 12.810 ຄົນ, ສະໂມສອນປາກກາໃໝ່ມີ 30 ຄົນ, ນອກນັ້ນຍັງມີສະມາຄົມ ແລະ ການຈັດຕັ້ງຂອງຊາວໜຸ່ມທີ່ຮ່ວມມືກັບສູນກາງຊາວໜຸ່ມມີສະມາຄົມເພື່ອສຸຂະພາບ, ຊາວໜຸ່ມຈຳປາຄຼາດສິກ, ສະມາຄົມພັດ ທະນາບົດບາດຍິງ-ຊາຍເປັນຕົ້ນ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມ ແລະ ເນັ້ນໜັກບາງບັນຫາວ່າ: ເປັນເວລາ 35 ກວ່າປີ ທີ່ຄະນະຊາວໜຸ່ມມີຄວາມພະຍາຍາມ ໃນການຄົ້ນຄວ້າຫຼາຍລົບຫຼາຍຕ່າວໄດ້ສ້າງເອກະສານຂຶ້ນມາຫຼາຍສະບັບ ເພື່ອຮັບໃຊ້ວຽກງານສະຫະພັນຊາວໜຸ່ມລາວ ແລະ ໄດ້ນຳສະເໜີຕໍ່ກົມການເມືອງສູນກາງພັກຫຼາຍຄັ້ງ ເພື່ອຂໍການອະນຸມັດໃນການສ້າງຕັ້ງແຕ່ສະພາບເງື່ອນໄຂບໍ່ເອື້ອອຳນວຍ, ສະພາບການຍັງບໍ່ສຸກງອມຈຶ່ງບໍ່ສາມາດສ້າງຕັ້ງໄດ້.

ມາຮອດປັດຈຸບັນຜ່ານການ ເຄື່ອນໄຫວຕົວຈິງຂອງຊາວໜຸ່ມ ແລະ ບັນດາຜົນງານຕ່າງໆທີ່ໄດ້ ສ້າງຂຶ້ນມາເຮັດໃຫ້ກົມການເມືອງສູນກາງພັກ ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນຂອງການສ້າງຕັ້ງສະຫະພັນຊາວໜຸ່ມ ຈຶ່ງໄດ້ມີມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດສ້າງຕັ້ງສະຫະພັນຊາວໜຸ່ມລາວ ໃນວັນທີ 24 ພະຈິກ 2019.

ສະຫະພັນຊາວຫນຸ່ມໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການແລ້ວ ຈະສືບຕໍ່ເຄື່ອນໄຫວແນວໃດເພື່ອໃຫ້ຖືກຕາມພາລະບົດບາດ ແລະ ຈຸດປະສົງທີ່ໄດ້ວາງໄວ້ນັ້ນແມ່ນສິ່ງທ້າທາຍຫຼາຍ ເພາະວ່າຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນອົງການຈັດຕັ້ງທີ່ມີຂອບເຂດຄວາມຮັບຜິດຊອບກວ້າງຂວາງຢູ່ແລ້ວ ແຕ່ມາໄລຍະນີ້ຂັ້ນເທິງ, ກໍຄືພັກໄດ້ມອບໝາຍໃຫ້ສະຫະພັນຊາວໜຸ່ມລາວ ມີບົດບາດກວ້າງຂວາງ ແລະ ທ້າທາຍກວ່າເກົ່າ.

ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

ຍ​ສ​ໝ - ສ່ວນທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລາວ​ ທີ່​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ່​ຄື ການ​ຮ່ວມ​ມື​ໃນ​ອາ​ຊຽນ; ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ລັດ​ຖະ​ບານ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ລາວ​ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ຂ້ຽ​ວ​ຂາດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງຄົມ.

ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ ປະເທດລາວ ຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

ປະເທດລາວ ປະກາດການສ າງຕ ງສະຫະພ ນຊາວໜ ມ ຢ າງເປ ນທາງການ ປະເທດລາວໄດ້ຈັດພິທີເອົາທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 53 ປີຂອງອາຊຽນ

ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ ...

kongthap.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.