ທະຫານຊັ້ນພົນໂທ ໂຊວຽດ ໄດ້ເລົ່າກ່ຽວກັບການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຫວຽດນາມ.

00:54 | 14/05/2019

ຍສໝ - ໄຊຊະນະຂອງຫວຽດນາມໃນການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຂອງຊາດ ປີ 1979 ແມ່ນໄດ້ຮັບການຊ່ວຍເຫຼືອບໍ່ໜ້ອຍຈາກປະຊາຊົນຜູ້ກ້າວໜ້າໃນໂລກພິເສດແມ່ນ ໂຊວຽດ.

ທະຫານຊັ້ນພົນໂທ ໂຊວຽດ ໄດ້ເລົ່າກ່ຽວກັບການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຫວຽດນາມ.

ທ່ານພົນໂທ Porfiry Ivashko ເລົ່າກ່ຽວກັບພາບຖ່າຍເກົ່າໆ. (ພາບ: ສຳນັກຂ່າວຫວຽດນາມ)

ໂອກາດຄົບຮັບ 40 ຂອງການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອ (17/2/1979-17/2/2019), ນັກຂ່າວໄດ້ມາການໂອລົມ ແລະ ສຳພາດ ພົນໂທ Porfiry Ivashko, ໜື່ງໃນຜູ້ຊ່ຽວຊານຂອງ ໂຊວຽດ ທຳອິດທີ່ເຂົ້າມາຊ່ວຍຫວຽດນາມ ຕັ້ງແຕ່ການຕໍ່ສູ້ປົກປັກຮັກສາປະເທດເລີ່ມຂື້ນ, ເພື່ອທຳຄວາມເຂົ້າໃຈຕື່ມກ່ຽວການຊ່ວຍເຫຼືອຂອງໂຊວຽດ ໃຫ້ແກ່ຫວຽດນາມ, ກໍ່ຄືຄວາມມະນຸດສະທຳຂອງການຕໍ່ສູ້ ທີ່ທະຫານຫວຽດນາມໄດ້ປະຕິບັດຢ່າງຖຶກຕ້ອງແຕ່ 40ປີກ່ອນ.

ພົນໂທ Porfiry Ivashko,ຢືນຢັນວ່າ: ທ່ານຍາມໃດກໍ່ເກັບຮັກສາຄວາມຊົງຈຳກ່ຽວກັບຫວຽດນາມ. ເດືອນ ກຸມພາ 1979 ທ່ານໄດ້ຮັບພາລະກິດໃໝ່, ເຂົ້າຮ່ວມກັບຄະນະຊ່ຽວຊານ, ເສນາທິການທະຫານ ໄດ້ຮັບການສົ່ງຈາກໂຊວຽດ ມາ ຫວຽດນາມ-ຕາມຄຳສະເໜີຂອງຫວຽດນາມ ເພື່ອຊ່ວຍປະຊາຊົນຫວຽດນາມ ເລີ່ມການປະຕິບັດການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຫວຽດນາມ. ຕອນນັ້ນ ພົນໂທ Porfiry Ivashko, ເປັນໜຶ່ງໃນຄະນະຊ່ຽວຊານ, ເສນາທິການທະຫານກຸ່ມທຳອິດຂອງ ໂຊວຽດ ມາຍັງຫວຽດນາມ. ກ່ອນຈະຖືກສົ່ງມາຫວຽດນາມ ທ່ານກໍ່ໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ປະເທດ, ວິຖີຊີວິດ ແລະ ຈິດໃຈຂອງຄົນຫວຽດນາມແລ້ວ.

ພົນໂທ Porfiry Ivashko, ເນັ້ນໜັກວ່າ ຫວຽດນາມ ແລະ ໂຊວຽດ ມີມູນເຊື້ອສາຍພົວພັນ ແລະ ມິດຕະພາບ ອັນເກົ່າແກ່ຍາວນານ. ປະຊາຊົນ ໂຊວຽດ ເຂົ້າໃຈ ແລະ ແບ່ງປັນຄວາມທຸກຍາກດ້ານວັດຖຸ ກໍ່່ຄືຈິດໃຈ ຄວາມຮູ້ສຶກກັບປະຊາຊົນຫວຽດນາມ ໃນບັນດາການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ. ຈາກນັ້ນປະຊາຊົນໂຊວຽດ ອີກເທື່ອໜຶ່ງຢືນຄຽງຂ້າງຫວຽດນາມໃນການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຂອງປະເທດ.

ທະຫານຊັ້ນພົນໂທ ໂຊວຽດ ໄດ້ເລົ່າກ່ຽວກັບການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອຫວຽດນາມ.

ຄອບຄົວຂອງ ທ່ານ ພົນໂທ Porfiry Ivashko ແນະນຳກ່ຽວກັບ ປື້ມກ່ຽວກັບ ປະທານໂຮ່ຈິ໋ມິງ. (ພາບ: ສຳນັກຂ່າວຫວຽດນາມ)

ໂຊວຽດ ໄດ້ຊ່ວຍເຫຼືອຫວຽດນາມຮອບດ້ານໃນການຕໍ່ສູ້ປົກປັກຮັກສາອຳນາດອະທິປະໄຕນີ້. ພົນໂທ Porfiry Ivashko ຕີລາຄາສູງບັນດາທະຫານນັກຮົບປະຊາຊົນຫວຽດນາມ ທີ່ມີຄວາມສະຫຼາດສ່ອງໄສ, ວ່ອງໄວ ກຳແໜັນ ແລະ ນຳໃຊ້ຢ່າງມີປະສິດທິຜົນບັນດາຄວາມຮູ້, ເຕັກນິກການທະຫານໃໝ່.

ເຖິງວ່າຈະຢູ່ໃນສະພາບເງື່ອນໄຂອັນຫຍຸ້ງຍາກລຳບາກ ແລະ ຂາດເຂີນ, ຊ່ຽວຊານ, ເສນາທິການທະຫານ ໂຊວຽດ ຍາມໃດກໍ່ພະຍາຍາມຄຽງບ່າຄຽງໄລ່ກັບທະຫານ ແລະ ປະຊາຊົນຫວຽດນາມໃນການຕໍ່ສູ້ອັນຖືກຕ້ອງຂອງຕົນ. ໂຊຫວຽດຍັງຊ່ວຍ ຫວຽດນາມ ດ້ານການຕ່າງປະເທດ, ລະດົມການຊ່ວຍເຫຼືອຂອງປະຊາຄົມສາກົນ ຕໍ່ກັບການຕໍ່ສູ້ປົກປັກຮັກສາປະເທດຊາດ ຂອງທະຫານ ແລະ ປະຊາຊົນຫວຽດນາມ. ທ່ານຢັ້ງຢືນວ່າ ເຖິງຈະຫຍຸ້ງຍາກລຳບາກ, ແຕ່ບັນດາຊ່ຽວຊານຂອງ ໂຊວຽດ ຮູ້ສຶກພາກພູມໃຈ ຍ້ອນໄດ້ປະກອບສ່ວນຂອງຕົນເຂົ້າໃນການຊ່ວຍເຫຼືອປະຊາຊົນຫວຽດນາມ ອ້າຍນ້ອງ.

ພົນໂທ Porfiry Ivashko, ໄດ້ແບ່ງປັນຄວາມຮູ້ສຶກກັບປະຊາຊົນຫວຽດນາມ ທີ່ໄດ້ຂ້າມຜ່ານການຕໍ່ສູ້ອັນລະອິດລະອ້ຽວຍາວນາມ ກັບ ຈັກກະພັດອາເມລິກາ. ທ່ານໄດ້ໃຫ້ຮູ້ວ່າ: ໄດ້ເຫັນໂດຍປະຈັກຕາ ຜູ້ເຄາະຮ້າຍຊາວຫວຽດນາມ ໄດ້ຮັບຜົນກະທົບຈະລະເບີດ napalm. ທ່ານຢັ້ງຢືນວ່າ ໂຊວຽດ ສະໜັບສະໜູນ ການຕໍ່ສູ້ອັນມະນຸດສະທຳ ຂອງປະຊາຊົນຫວຽດນາມ, ຕໍ່ສູ້ປົກປັກຮັກສາ ພື້ນຖານຄວາມເປັນເອກລາດຂອງປະເທດຂອງຕົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.