ຫວຽດນາມ - ອົດສະຕຣາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

13:52 | 15/08/2026

ຍສໝ - ໃນຕອນເຊົ້າວັນທີ 12 ສິງຫາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງແຄນເບີຣາ, ທ່ານພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ, ໄດ້ເຈລະຈາກັບທ່ານ Richard Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດອົດສະຕຣາລີ, ເພື່ອຫາລືບັນດາທິດທາງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ

ການເຈລະຈາຈັດຂຶ້ນທີ່ສຳນັກງານກະຊວງປ້ອງກັນຊາດອົດສະຕຣາລີ, ໃນຂອບການຢ້ຽມຢາມລະດັບລັດຢູ່ອົດສະຕຣາລີຂອງທ່ານ ໂຕ ເລີມ, ເລຂາທິການໃຫຍ່ພັກ, ປະທານປະເທດຫວຽດນາມ, ພ້ອມຄະນະຜູ້ແທນລະດັບສູງຫວຽດນາມ.

ໃນການເຈລະຈາ, ທ່ານພົນເອກ ຟານ ວັນ ຢາງ ຢືນຢັນວ່າ ການຢ້ຽມຢາມອົດສະຕຣາລີຄັ້ງນີ້ຂອງທ່ານ ໂຕ ເລີມ ມີຄວາມໝາຍສຳຄັນທາງການເມືອງ, ສ້າງແຮງຊຸກຍູ້ອັນແຂງແຮງໃຫ້ແກ່ການນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເຂົ້າສູ່ໄລຍະພັດທະນາໃໝ່ ທີ່ເລິກເຊິ່ງຍິ່ງຂຶ້ນ.

ຫວຽດນາມ - ອົດສະຕຣາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles. ພາບໂດຍ: ກະຊວງປ້ອງກັນຊາດ

ທ່ານພົນເອກ ຟານ ວັນ ຢາງ ສະແດງຄວາມປາດຖະໜາທີ່ຈະຮ່ວມມືຢ່າງໃກ້ຊິດກັບກະຊວງປ້ອງກັນຊາດອົດສະຕຣາລີ ເພື່ອຜັນຂະຫຍາຍຄວາມເຂົ້າໃຈຮ່ວມກັນຂອງການນຳຂັ້ນສູງສອງປະເທດກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ. ພ້ອມກັນນັ້ນ, ທ່ານເນັ້ນເຖິງການເສີມສ້າງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຢ່າງເປັນຮູບປະທຳລະຫວ່າງສອງກະຊວງປ້ອງກັນຊາດ, ສອງກອງທັບ, ແນໃສ່ຊຸກຍູ້ສາຍພົວພັນດ້ານປ້ອງກັນຊາດໃຫ້ພັດທະນາສົມກັບຂອບຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕຣາລີ.

ຫວຽດນາມ - ອົດສະຕຣາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທ່ານ ພົນເອກ ຟານວັນຢາງ ໃນການເຈລະຈາ. ພາບໂດຍ: ກະຊວງປ້ອງກັນຊາດ

ທາງດ້ານທ່ານ Richard Marles ຢືນຢັນຄວາມພ້ອມທີ່ຈະຮ່ວມມືກັບທ່ານພົນເອກ ຟານ ວັນ ຢາງ ແລະ ຄະນະນຳກະຊວງປ້ອງກັນຊາດຫວຽດນາມ ເພື່ອຊຸກຍູ້ ແລະ ຍົກສູງປະສິດທິຜົນຂອງບັນດາກິດຈະກຳຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ທ່ານເນັ້ນວ່າ ການຮ່ວມມືດັ່ງກ່າວຈະປະກອບສ່ວນນຳສາຍພົວພັນສອງປະເທດໃຫ້ພັດທະນາຢ່າງແຂງແຮງ ແລະ ໝັ້ນຄົງ, ບົນພື້ນຖານການເຄົາລົບເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ກໍຄືສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ຫວຽດນາມ - ອົດສະຕຣາລີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ທັງສອງຝ່າຍ ໄດ້ລົງນາມໃນເອກະສານ ປັບປຸງຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນຊາດຂອງສອງປະເທດ. ພາບໂດຍ: ກະຊວງປ້ອງກັນຊາດ

ໃນໂອກາດນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະພາບການໂລກ, ສະພາບການພາກພື້ນ ແລະ ບັນດາບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍການເຈລະຈາ, ສອງຝ່າຍໄດ້ລົງນາມໃນເອກະສານປັບປຸງຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນຊາດຂອງສອງປະເທດ.

ນອກຈາກນັ້ນ, ໃນຂອບກິດຈະກຳຂອງທ່ານພົນເອກ ຟານ ວັນ ຢາງ ຢູ່ອົດສະຕຣາລີ, ສອງຝ່າຍຍັງໄດ້ມອບ ແລະ ຮັບເອກະສານການຮ່ວມມື 3 ສະບັບ ກ່ຽວກັບການຄົ້ນຫາ ແລະ ກູ້ໄພ, ທະຫານຊາຍແດນ ແລະ ຕຳຫຼວດເຝົ້າຝັ່ງ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ
ຍສໝ - ຫວຽດນາມ ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ.
ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບເຈລະຈາກັບ ທ່ານ George Gerapetritis, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮ່ວມແລກປ່ຽນບັນດາມາດຕະການ ແນໃສ່ນຳພາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ເກຣັກ ໃຫ້ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ