ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2021

18:43 | 29/12/2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020 ຫວຽດນາມ: ທົ່ວສັງຄົມພ້ອມແລ້ວທີ່ຈະຕໍ່ສູ້ກັບໂລກລະບາດ ເພື່ອໃຫ້ປະຊາຊົນຕ້ອນຮັບປີໃຫມ່ ຢ່າງປອດໄພ
ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020 ລາວ: ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ

ກອງປະຊຸມຄັ້ງນີ້ມີຫົວໜ້າກຸ່ມ ແລະ ສະມາຊິກຂອງ 5 ກຸ່ມສະໜັບສະໜູນ ຮ່ວມກັບສະມາຊິກທັງໝົດຂອງເຄືອຂ່າຍ ເພື່ອທົບທວນ ແລະ ປະເມີນບັນດາກິດຈະກຳໃນປີ 2020, ແບ່ງປັນຂໍ້ມູນ, ຮຽນຮູ້ຈາກປະສົບການ, ຖອດຖອນບົດຮຽນ ແລະ ປຸກລະດົມ, ຍ້ອງຍໍ ແລະມອບລາງວັນ ເພື່ອປະສານສົມທົບຢ່າງຕໍ່ເນື່ອງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຈະມາເຖິງ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາສະມາຊິກເຄືອຂ່າຍຫຼາຍຄົນເຂົ້າຮ່ວມຈາກບັນດາແຂວງ, ນະຄອນເຊັ່ນ Kazan, Voronev, St. Peterburg, Moscow ແລະ Vladivostok.

ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020
ເຄືອຂ່າຍຂອງຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020. (ພາບ: baoquocte)

ໃນກອງປະຊຸມ, ບັນດາສະມາຊິກລ້ວນແຕ່ຕີລາຄາສູງຕໍ່ທິດທາງຢ່າງໃກ້ຊິດ ແລະ ທັນເວລາຂອງສະຖານທູດຫວຽດນາມ ປະຈຳຣັດເຊຍ ໃນການສ້າງຕັ້ງ ແລະ ປະຕິບັດບັນດາການເຄື່ອນໄຫວຂອງເຄືອຂ່າຍໃນປີ 2020, ພ້ອມກັນນັ້ນຍັງໄດ້ຢັ້ງຢືນຈິດໃຈຄວາມສາມັກຄີ, ປະເພນີຮັກແພງຊ່ວຍເຫຼືອກັນຂອງຊຸມຊົນ ເພື່ອເອົາຊະນະໂລກລະບາດ COVID-19.

ໃນກອງປະຊຸມ, ຜູ້ແທນຫຼາຍທ່ານກໍ່ໄດ້ແລກປ່ຽນຂໍ້ມູນ ກ່ຽວກັບສະພາບການລະບາດຂອງພະຍາດ ໃນທ້ອງຖິ່ນຕ່າງໆ, ຍ້ອງຍໍຄວາມພະຍາຍາມຂອງສະມາຄົມ ແລະ ຄະນະຜູ້ແທນຊຸມຊົນໃນການປ້ອງກັນພະຍາດ, ພ້ອມທັງປຶກສາຫາລືກ່ຽວກັບສະພາບການສັກຢາວັກຊີນ Sputnik-V ໃນສະຫະພັນຣັດເຊຍ. ພ້ອມດຽວກັນນີ້, ຄະນະຜູ້ແທນໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ,ແລະ ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຄວບຄຸມການລະບາດຂອງ COVID-19 ຢ່າງມີປະສິດຕິຜົນ.

ໃນສະຖານະການຂອງການລະບາດ COVID-19 ທີ່ສັບສົນໃນສະຫະພັນລັດເຊຍ, ຜູ້ນຳສະຖານທູດ ໄດ້ປະເມີນວ່າ ເຄືອຂ່າຍຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ໄດ້ດຳເນີນງານຢ່າງມີປະສິດທິຜົນ ແລະ ພ້ອມດຽວກັນກໍ່ຍ້ອງຍໍສະມາຊິກທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການດຳເນີນງານຂອງເຄືອຂ່າຍໃນປີ 2020. ບັນດາສະມາຊິກເຄືອຂ່າຍຍັງໄດ້ ແລກ ຖອດຖອນບົດຮຽນເພື່ອປັບປຸງປະສິດທິຜົນຂອງການປະສານງານ ແລະ ການສະໜັບສະໜູນສະມາຊິກຊຸມຊົນໃນການປ້ອງກັນພະຍາດ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ ໄດ້ຕາງໜ້າສະຖານທູດສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາໝູ່ຄະນະ ແລະ ບຸກຄົນທີ່ໄດ້ປະກອບສ່ວນຢ່າງຈິງຈັງ, ຮ່ວມມືສະໜັບສະໜູນກິດຈະກຳຂອງເຄືອຂ່າຍ ແລະ ສະເໜີໃຫ້ແກ່ສະມາຊິກສືບຕໍ່ເພີ່ມທະວີການປະສານງານ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆພາຍໃນຂອບເຄືອຂ່າຍໃນເວລາທີ່ຈະມາເຖິງ.

ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020 ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນ ມາຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນຂອງວັນທີ 21-22 ທັນວາ, ບັນດາອົງການຕາງໜ້າຫວຽດນາມ, ອົງການຕົວແທນຫວຽດນາມຢູ່ສະຫະລັດອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງເກືອບ 360 ຄົນຫວຽດນາມ ໄດ້ກັບຄືນປະເທດຫວຽດນາມຢ່າງປອດໄພ.

ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020 ບັນດາຮູບພາບ ໃນການຕ້ານພະຍາດ COVID-19 ຢູ່ຫວຽດນາມໄດ້ປະກົດຕົວຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ)

ຍສໝ - ບັນດາຮູບຖ່າຍທີ່ໄດ້ຮັບລາງວັນໃນ "ຫວຽດນາມທີ່ຢືດຢຸ່ນ" - ການເສັງພາບຖ່າຍກ່ຽວກັບຊ່ວງເວລາທີ່ ໜ້າຈົດຈຳຂອງປະເທດຫວຽດນາມ ໃນໄລຍະການປ້ອງກັນ ແລະ ຕ້ານພະຍາດ COVID-19, ໄດ້ສະແດງຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ).

ຊາວຫວຽດນາມໃນທ ວສະຫະພ ນລ ດເຊຍ ປ ອງກ ນ ແລະ ຕ ານ covid 19 ຈ ດຕ ງການສະຫລ ບວຽກງານປ 2020 ທ່ານອະດີດຮອງນາຍົກລັດຖະມົນຕີເຢຍລະມັນ P. Rösler ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຕ້ານໂລກລະບາດ ໂຄວິດ - 19

ຍ​ສ​ໝ - ນັບ​ແຕ່​ຫົວ​ທີ, ຫວຽດນາມມີປະຕິກິລິຍາຢ່າງແຮງ, ໃນນັ້ນມີການປິດຊາຍແດນໂດຍໄວແລະ ທັນທີ ພາ​ຍຫຼັງມີຄົ້ນ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​2-3 ຄົນ​ເທົ່າ​ນັ້ນ, ຫວຽດນາມໄດ້ຈຳ​ກັດບໍ​ລິ​ເວນ​ດັ່ງ​ກ່າວ​ຢ່າງ​ທັນ​ທີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.