ຫວຽດນາມ: ທົ່ວສັງຄົມພ້ອມແລ້ວທີ່ຈະຕໍ່ສູ້ກັບໂລກລະບາດ ເພື່ອໃຫ້ປະຊາຊົນຕ້ອນຮັບປີໃຫມ່ ຢ່າງປອດໄພ

10:17 | 28/12/2020

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມຄະນະກຳມະການຊີ້ນຳ, ໃນຕອນບ່າຍວັນທີ 26 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ - ຫົວໜ້າຄະນະຊີ້ນຳລະດັບຊາດ ເພື່ອປ້ອງກັນໂລກລະບາດ COVID-19 ໄດ້ເນັ້ນໜັກວ່າ ຫວຽດນາມມີຄວາມຕັດສິນໃຈຮັກສາບັນດາຜົນງານ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ເພື່ອສະເຫຼີມສະຫຼອງຕ້ອນຮັບປີ​ໃຫມ່ ຢ່າງປອດໄພ ແລະ ສົດໃສ.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ ຫວຽດນາມແມ່ນຈຸດພົ້ນເດັ່ນໃນການຮ່ວມມືຂອງ ລັດເຊຍ ແລະ ອາຊຽນ
ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

ປັດຈຸບັນ, ປະເທດຫວຽດນາມ ບໍ່ມີການຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ ແລະ ພົນລະເມືອງຫວຽດນາມທີ່ກັບມາຈາກຕ່າງປະເທດ ໄດ້ປະຕິບັດການແຍກອອກຫ່າງເພື່ອຮັບປະກັນຄວາມປອດໄພ ຈາກການລະບາດທີ່ສັບສົນຂອງໄວຣັດ SARS-CoV-2 ໃນທົ່ວໂລກ.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ, ການລະບາດຍັງມີຄວາມສັບສົນໃນທົ່ວໂລກ, ເພີ່ມຂື້ນຢ່າງແຮງໃນສະຫະລັດອາເມລິກາ, ບາງປະເທດໃນອາຊີ ແລະ ບາງປະເທດເອີຣົບ. ໂດຍສະເພາະ ແມ່ນການປ່ຽນເນື້ອໃໝ່ຂອງໄວຣັດ SARS-CoV-2 ທີ່ຫາກໍ່ຄົ້ນພົບໃນປະເທດອັງກິດເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ຫຼາຍປະເທດເອີຣົບ ແລະ ບາງປະເທດໃນອາຊີ, ເຊັ່ນ: ຟີລິບປິນ, ຍີ່ປຸ່ນ, ເກົາຫຼີ ແລະ ຮົງກົງ (ຈີນ) ປະຕິບັດການຫ້າມບໍ່ໃຫ້ຖ້ຽວບິນເດີນທາງຈາກອັງກິດ.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ - ຫົວໜ້າຄະນະຊີ້ນຳລະດັບຊາດ ເພື່ອປ້ອງກັນໂລກລະບາດ COVID-19. (ພາບ: thoidai.com.vn)

ຕໍ່ໜ້າກັບສະຖານະການດັ່ງກ່າວ, ຄະນະຊີ້ນຳ ໄດ້ຮຽກຮ້ອງໃຫ້ສະຖາບັນຄົ້ນຄວ້າ ເອົາຕົວຢ່າງຂອງຜູ້ປ່ວຍ COVID-19 ຢ່າງຮີບດ່ວນ ແລະ ປະສານສົມທົບກັບບັນດາຄູ່ຮ່ວມພາຍນອກ ເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບການປ່ຽນເນື້ອໃໝ່ຂອງໄວຣັດ SARS-CoV-2 ທີ່ເຂົ້າມາຫວຽດນາມຫລືບໍ່.

ຄຽງຂ້າງນັ້ນ, ຄະນະຊີ້ນຳ ໄດ້ສຸມໃສ່ເພີ່ມທະວີການຄວບຄຸມເສັ້ນຊາຍແດນທາງບົກຢ່າງແໜ້ນແຟ້ນ, ແກ້ໄຂການລະເມີດຢ່າງເຂັ້ມງວດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ - ຫົວໜ້າຄະນະຊີ້ນຳ ແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19 ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງສືບຕໍ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນເຂດຊາຍແດນ ແລະ ແກ້ໄຂຢ່າງເດັດຂາດຕໍ່ບັນດາການເຂົ້າ - ອອກເມືອງທີ່ຜິດກົດໝາຍ, ໂດຍສະເພາະ ແມ່ນຜູ້ທີ່ຈັດຕັ້ງປະຊາຊົນເຂົ້າອອກເມືອງຜິດກົດໝາຍ”.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ
ທົ່ວສັງຄົມພ້ອມແລ້ວທີ່ຈະຕໍ່ສູ້ກັບໂລກລະບາດ ເພື່ອໃຫ້ປະຊາຊົນຕ້ອນຮັບປີໃຫມ່ ຢ່າງປອດໄພ

ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: “ທຸກມາດຕະການຕ້ານການລະບາດ ຕ້ອງໄດ້ຍົກສູງເປັນລະດັບໃໝ່. ແຕ່ກຳລັງທີ່ຮັບຜິດຊອບໂດຍສະເພາະໃນການຄວບຄຸມການລະບາດ ເຖິງລະບົບທົ່ວປະເທດ, ວິສາຫະກິດ ແລະ ປະຊາຊົນຕ້ອງພ້ອມກັນປະຕິບັດມາດຕະການຕ້ານການລະບາດ, ຕາມຄຳແນະນຳໂດຍຂະແໜງສາທາລະນະສຸກຢ່າງເຂັ້ມງວດ. ທົ່ວສັງຄົມພ້ອມແລ້ວທີ່ຈະຕໍ່ສູ້ກັບໂລກລະບາດ ເພື່ອໃຫ້ປະຊາຊົນຕ້ອນຮັບປີ​ໃຫມ່ ຢ່າງປອດໄພ.”

ປະຈຸບັນ, ໂຮງໝໍຈຳນວນ 100% ຂອງຫວຽດນາມໄດ້ປະຕິບັດມາດຕະການປ້ອງກັນການລະບາດຂອງຕົວເອງ ຕາມການຊີ້ນຳຂອງອົງການສາທາລະນະສຸກ, ໄດ້ປັບປຸງຂໍ້ມູນກ່ຽວກັບແຜນທີ່ຕ້ານໂລກລະບາດ. ຄະນະປະຈຳຊີ້ນຳ ກໍ່ເຫັນດີໃນການກຳນົດມາດຕະການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ ໃນທົ່ວປະເທດເມື່ອເກີດຂຶ້ນຫລາຍກິດຈະກຳ, ບຸນປີໃໝ່ປະຈຳຊາດ, ງານບຸນວັດທະນະ ທຳ, ສາສະໜາໃນຕົ້ນປີ.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

ຍສໝ - ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ຫວຽດນາມ ທ ວສ ງຄ ມພ ອມແລ ວທ ຈະຕ ສ ກ ບໂລກລະບາດ ເພ ອໃຫ ປະຊາຊ ນຕ ອນຮ ບປ ໃຫມ ຢ າງປອດໄພ 84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ

ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.