ກະສິກຳຫວຽດນາມ ເພີ່ມມູນຄ່າການນຳໃຊ້ທີ່ດິນ ມຸ່ງສູ່ເປົ້າໝາຍສົ່ງອອກ 74 ຕື້ USD

11:28 | 23/06/2026

ຍສໝ - ດ້ວຍຜົນສຳເລັດທີ່ໂດດເດັ່ນໃນໄລຍະເຄິ່ງຕົ້ນປີ 2026, ຂະແໜງກະສິກຳຫວຽດນາມກຳລັງເລັ່ງລັດການດຳເນີນງານ ເພື່ອບັນລຸເປົ້າໝາຍມູນຄ່າສົ່ງອອກ 74 ຕື້ USD ໃນປີ 2026, ຊຶ່ງຈະເປັນລະດັບສູງສຸດໃນປະຫວັດສາດ ແລະ ເປັນພື້ນຖານສຳຄັນສຳລັບວິໄສທັດບັນລຸ 100 ຕື້ USD ພາຍໃນປີ 2030.

ຫວຽດນາມ - ບຣາຊິນ ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເຕັກໂນໂລຊີ ມອບທຶນການສຶກສາ 100 ທຶນ ຂອງອົງການ Children of Vietnam ໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ ດນັງ

ປະສິດທິຜົນການນຳໃຊ້ທີ່ດິນ ກາຍເປັນເກນວັດແທກໃໝ່

ທ່າມກາງສະພາບພູມລັດຖະສາດທີ່ຜັນຜວນ ແລະ ທ່າອ່ຽງການປົກປ້ອງທາງການຄ້າທີ່ນັບມື້ນັບເພີ່ມຂຶ້ນ, ສິນຄ້າກະສິກຳຫວຽດນາມຍັງຄົງຮັກສາຈຸດຢືນຢ່າງໝັ້ນຄົງໃນຕະຫຼາດສາກົນ. ຕາມຂໍ້ມູນຂອງກົມໃຫຍ່ພາສີ, ໃນ 5 ເດືອນຕົ້ນປີ 2026, ມູນຄ່າສົ່ງອອກສິນຄ້າກະສິກຳ, ປ່າໄມ້ ແລະ ສັດນ້ຳ ບັນລຸ 29,82 ຕື້ USD, ເພີ່ມຂຶ້ນ 6,1% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ສິ່ງທີ່ໜ້າສົນໃຈແມ່ນ ຂະແໜງກະສິກຳມີມູນຄ່າການຄ້າເກີນດຸນສູງເຖິງ 7,54 ຕື້ USD, ປະກອບສ່ວນສຳຄັນໃນການຮັກສາດຸນການຄ້າຂອງປະເທດ.

ການຂະຫຍາຍຕົວດັ່ງກ່າວປາກົດໃຫ້ເຫັນຢ່າງສະໝ່ຳສະເໝີໃນຫຼາຍຂົງເຂດສຳຄັນ. ຜົນຜະລິດເຂົ້າລະດູໜາວ - ໃບໄມ້ປົ່ງ ທີ່ເກັບກ່ຽວໄດ້ມີຫຼາຍກວ່າ 15,24 ລ້ານໂຕນ; ປະລິມານການຂຸດຄົ້ນໄມ້ຈາກປ່າປູກເພີ່ມຂຶ້ນ 2,9%; ຂະນະທີ່ຂະແໜງສັດນ້ຳຍັງຮັກສາການເຕີບໂຕຢ່າງໝັ້ນຄົງ ທັງໃນດ້ານການຂຸດຄົ້ນ ແລະ ການລ້ຽງ. ຜົນສຳເລັດເຫຼົ່ານີ້ສະທ້ອນເຖິງຄວາມສາມາດດ້ານການສະໜອງຂອງຫວຽດນາມ ຕໍ່ຄວາມຕ້ອງການສະບຽງອາຫານ ແລະ ອາຫານຂອງໂລກທີ່ປ່ຽນແປງຢູ່ຕະຫຼອດເວລາ.

ການປ່ຽນແປງທີ່ສຳຄັນປະການໜຶ່ງຂອງກະສິກຳຫວຽດນາມໃນໄລຍະນີ້ ແມ່ນການປັບປ່ຽນແນວຄິດຈາກການໃຫ້ຄວາມສຳຄັນແກ່ປະລິມານຜົນຜະລິດ ມາສູ່ການເພີ່ມມູນຄ່າທີ່ສ້າງໄດ້ຕໍ່ໜຶ່ງຫົວໜ່ວຍເນື້ອທີ່. ທ່ານ ຮສ.ປອ. ຫງວຽນ ດິງ ຖໍ້ ຈາກສະຖາບັນຍຸດທະສາດ ແລະ ນະໂຍບາຍກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນວ່າ ມູນຄ່າທາງເສດຖະກິດທີ່ສ້າງໄດ້ຈາກທີ່ດິນແຕ່ລະເຮັກຕາ (ha) ກຳລັງກາຍເປັນເກນວັດແທກສຳຄັນ ທີ່ບົ່ງບອກເຖິງສັກກະຍະພາບພາຍໃນຂອງລະບົບກະສິກຳ.

ກະສິກຳຫວຽດນາມ ເພີ່ມມູນຄ່າການນຳໃຊ້ທີ່ດິນ ມຸ່ງສູ່ເປົ້າໝາຍສົ່ງອອກ 74 ຕື້ USD
ຂະແໜງກະສິກຳ ພວມຫັນປ່ຽນແນວຄິດຈາກການເນັ້ນໜັກໃສ່ຜົນຜະລິດ ມາເປັນການເພີ່ມປະສິດທິຜົນດ້ານຄຸນຄ່າຢູ່ບົນແຕ່ລະຫົວໜ່ວຍເນື້ອທີ່.

ຈາກການວິເຄາະພົບວ່າ ບັນດາກຸ່ມສິນຄ້າກະສິກຳສົ່ງອອກທີ່ສຳຄັນ ມີຄວາມແຕກຕ່າງກັນຢ່າງຫຼາຍໃນດ້ານລາຍຮັບເງິນຕາຕ່າງປະເທດ ເມື່ອຄິດໄລ່ຕໍ່ເນື້ອທີ່ເພາະປູກທີ່ເທົ່າກັນ. ປັດຈຸບັນ, ກາເຟເປັນສິນຄ້າທີ່ນຳໜ້າດ້ວຍມູນຄ່າປະມານ 15.446 USD/ha, ເນື່ອງຈາກລາຄາສົ່ງອອກສະເລ່ຍຢູ່ໃນລະດັບສູງເຖິງ 5.610 USD/ໂຕນ ແລະ ການສ້າງລະບົບນິເວດເສດຖະກິດທີ່ຍືນຍົງໃນເຂດ ໄຕງວຽນ. ສ່ວນການລ້ຽງສັດນ້ຳຢູ່ໃນອັນດັບທີສອງ ດ້ວຍມູນຄ່າເກືອບ 12.938 USD/ha, ສະທ້ອນເຖິງປະສິດທິຜົນຂອງຮູບແບບການຜະລິດແບບເຂັ້ມຂຸ້ນທີ່ນຳໃຊ້ເຕັກໂນໂລຊີສູງ ແລະ ຕ່ອງໂສ້ການປຸງແຕ່ງແບບເລິກເຊິ່ງ.

ໂດຍສະເພາະ, ຂະແໜງຜັກ ແລະ ໝາກໄມ້ ມີການຂະຫຍາຍຕົວຢ່າງໂດດເດັ່ນ ໂດຍສ້າງມູນຄ່າໄດ້ປະມານ 11.410 USD/ha. ຜົນສຳເລັດນີ້ມີສ່ວນສຳຄັນມາຈາກໝາກທຸລຽນ ຫຼັງຈາກທີ່ຕະຫຼາດສົ່ງອອກໄປຍັງຈີນໄດ້ເປີດຢ່າງເປັນທາງການ, ສົ່ງຜົນໃຫ້ໂຄງປະກອບການນຳໃຊ້ທີ່ດິນໃນຫຼາຍທ້ອງຖິ່ນປ່ຽນແປງຢ່າງຂະໜານໃຫຍ່. ໃນຂະນະດຽວກັນ, ເຖິງແມ່ນວ່າການປູກເຂົ້າຈະມີບົດບາດເປັນຫຼັກໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແຕ່ມູນຄ່າທີ່ສ້າງໄດ້ມີພຽງປະມານ 2.377 USD/ha. ສະພາບດັ່ງກ່າວໄດ້ກະຕຸ້ນໃຫ້ບັນດາທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງ ປັບປ່ຽນໄປສູ່ຮູບແບບການຜະລິດເຂົ້າ - ກຸ້ງ ຫຼື ການປູກໄມ້ໃຫ້ໝາກຢ່າງຍືດຫຍຸ່ນ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວຊາວນາ.

ຂະແໜງກະສິກຳຫວຽດນາມໃນປັດຈຸບັນ ບໍ່ໄດ້ມຸ່ງເນັ້ນພຽງແຕ່ຕົວເລກມູນຄ່າສົ່ງອອກຫຼາຍຕື້ USD ເທົ່ານັ້ນ ແຕ່ຍັງມຸ່ງສ້າງລະບົບການຜະລິດທີ່ຖືເອົາຄຸນຄ່າເປັນພື້ນຖານ, ຮັບປະກັນຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມຢູ່ດີກິນດີຂອງຊາວນາ. ດ້ວຍຄວາມພ້ອມພຽງຂອງທົ່ວລະບົບການເມືອງ ແລະ ຄວາມຫ້າວຫັນຂອງວິສາຫະກິດ, ເປົ້າໝາຍສົ່ງອອກ 74 ຕື້ USD ໃນປີ 2026 ຖືວ່າມີຄວາມເປັນໄປໄດ້ຢ່າງເຕັມທີ່, ພ້ອມທັງຈະຊ່ວຍຢືນຢັນບົດບາດຂອງຫວຽດນາມໃນຖານະ “ຫ້ອງຄົວ” ແລະ ໜຶ່ງໃນຂໍ້ຕໍ່ສຳຄັນຂອງຕ່ອງໂສ້ຄຸນຄ່າສິນຄ້າກະສິກຳທົ່ວໂລກ.

ກະສິກຳຫວຽດນາມ ເພີ່ມມູນຄ່າການນຳໃຊ້ທີ່ດິນ ມຸ່ງສູ່ເປົ້າໝາຍສົ່ງອອກ 74 ຕື້ USD
ການນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີ ໄດ້ຮັບການຖືວ່າ ແມ່ນໜຶ່ງພາຍໃດບັນດາກຳລັງຊຸກຍູ້ອັນແຮງກ້າທີ່ສຸດ ເພື່ອພັດທະນາກະສິກຳພາຍໃດໄລຍະເວລາຕໍ່ໜ້າ.

ຂະຫຍາຍຕະຫຼາດ ແລະ ຍົກມາດຕະຖານຕ່ອງໂສ້ອຸປະທານ

ຜົນສຳເລັດຂອງກະສິກຳຫວຽດນາມ ບໍ່ພຽງແຕ່ເກີດຈາກການຜະລິດເທົ່ານັ້ນ ແຕ່ຍັງເປັນຜົນຈາກຍຸດທະສາດການຫຼາກຫຼາຍຕະຫຼາດ ແລະ ການຍົກມາດຕະຖານດ້ານຄຸນນະພາບ. ຈີນຍັງຄົງເປັນຕະຫຼາດໃຫຍ່ທີ່ສຸດ ໂດຍກວມເອົາ 28,4% ຂອງສ່ວນແບ່ງຕະຫຼາດ, ຂະນະທີ່ການສົ່ງອອກໄປຍັງເອີຣົບເພີ່ມຂຶ້ນເຖິງ 11,6% ຍ້ອນການນຳໃຊ້ປະໂຫຍດຈາກບັນດາສັນຍາການຄ້າເສລີ (FTA) ຮຸ່ນໃໝ່ຢ່າງມີປະສິດທິຜົນ.

ການຄຸ້ມຄອງລະຫັດເຂດປູກ ແລະ ລະຫັດສະຖານທີ່ບັນຈຸຫີບຫໍ່ ໄດ້ກາຍເປັນ “ໃບຜ່ານທາງ” ທີ່ຂາດບໍ່ໄດ້ສຳລັບການສົ່ງອອກ. ນັບຮອດເດືອນພຶດສະພາ 2026, ທົ່ວຫວຽດນາມມີລະຫັດເຂດປູກຫຼາຍກວ່າ 9.540 ລະຫັດ ແລະ ລະຫັດສະຖານທີ່ບັນຈຸຫີບຫໍ່ 1.525 ລະຫັດ. ການທີ່ຈີນກຳລັງພິຈາລະນາອະນຸມັດລະຫັດໃໝ່ເພີ່ມອີກຫຼາຍຮ້ອຍລະຫັດ ສຳລັບໝາກທຸລຽນ ແລະ ໝາກໄມ້ຊະນິດອື່ນໆ ກຳລັງເປີດໂອກາດການເຕີບໂຕອັນກວ້າງຂວາງໃນບັນດາເດືອນທ້າຍປີ.

ແນວໃດກໍຕາມ, ການບັນລຸເປົ້າໝາຍ 74 ຕື້ USD ຍັງຕ້ອງຜະເຊີນກັບຄວາມທ້າທາຍຫຼາຍປະການ, ທັງໄພທຳມະຊາດເຊັ່ນ El Nino ແລະ ແຮງກົດດັນດ້ານ “ການຫັນປ່ຽນສູ່ສີຂຽວ” ຈາກຕະຫຼາດທີ່ມີມາດຕະຖານເຂັ້ມງວດ. ຂໍ້ກຳນົດທີ່ເຄັ່ງຄັດກ່ຽວກັບການຫຼຸດການປ່ອຍອາຍພິດ ແລະ ການກວດສອບທີ່ມາຂອງຜະລິດຕະພັນ, ເຊັ່ນ ຂໍ້ກຳນົດ EUDR ຂອງເອີຣົບທີ່ນຳໃຊ້ກັບກາເຟ, ກຳລັງຮຽກຮ້ອງໃຫ້ຊາວນາ ແລະ ວິສາຫະກິດປັບປ່ຽນວິທີການເພາະປູກໄປສູ່ຄວາມຍືນຍົງຫຼາຍຂຶ້ນ.

ເພື່ອບັນລຸມູນຄ່າສົ່ງອອກ 74 ຕື້ USD, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຳລັງເລັ່ງລັດດຳເນີນ 5 ກຸ່ມມາດຕະການສຳຄັນ ດັ່ງນີ້:

ການປັບຕົວຕໍ່ການປ່ຽນແປງສະພາບອາກາດ: ຕິດຕາມສະພາບອຸຕຸນິຍົມທີ່ປ່ຽນແປງຢ່າງໃກ້ຊິດ, ປັບໂຄງປະກອບລະດູການເພາະປູກໃຫ້ເໝາະສົມ ແລະ ພັດທະນາແນວພັນພືດທີ່ທົນທານຕໍ່ໄພແຫ້ງແລ້ງ ແລະ ນ້ຳເຄັມ.

ການຍົກປະສິດທິຜົນລະບົບໂຄງລ່າງ: ເພີ່ມການລົງທຶນໃນລະບົບຊົນລະປະທານ, ເຕັກໂນໂລຊີຫົດນ້ຳແບບປະຢັດ ແລະ ໂດຍສະເພາະ ລະບົບໂລຈິດສະຕິກແບບຄວບຄຸມຄວາມເຢັນ ເພື່ອເກັບຮັກສາສິນຄ້າກະສິກຳສົດ.

ການປຸງແຕ່ງແບບເລິກເຊິ່ງ ແລະ ການສ້າງຍີ່ຫໍ້: ເລັ່ງຫັນປ່ຽນຈາກການສົ່ງອອກວັດຖຸດິບ ໄປສູ່ສິນຄ້າທີ່ຜ່ານການປຸງແຕ່ງເລິກ ແລະ ມີມູນຄ່າເພີ່ມສູງ, ພ້ອມທັງພັດທະນາການຄ້າເອເລັກໂຕຣນິກສຳລັບສິນຄ້າກະສິກຳ.

ການເຊື່ອມໂຍງຕ່ອງໂສ້ຄຸນຄ່າ: ສົ່ງເສີມຮູບແບບການຮ່ວມມືລະຫວ່າງວິສາຫະກິດ ແລະ ຄອບຄົວຊາວນາ ຜ່ານສະຫະກອນ, ແນໃສ່ຮັບປະກັນແຫຼ່ງສະໜອງທີ່ໝັ້ນຄົງ ແລະ ຄຸນນະພາບສິນຄ້າທີ່ສອດຄ່ອງກັນ.

ການນຳໃຊ້ຂໍ້ມູນ: ປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ໃນການຄຸ້ມຄອງເຂດປູກ ແລະ ຄາດຄະເນຕະຫຼາດ, ເພື່ອປັບການຜະລິດຢ່າງຍືດຫຍຸ່ນໃຫ້ສອດຄ່ອງກັບສັນຍານຄວາມຕ້ອງການຂອງຕະຫຼາດໂລກ.

ທ່ານ ເລ ມິງ ຮວານ, ອະດີດລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເຫັນວ່າ ກະສິກຳຫວຽດນາມກຳລັງຢູ່ໃນໄລຍະປ່ຽນຜ່ານທີ່ສຳຄັນ ຈາກແນວຄິດການຜະລິດກະສິກຳ ທີ່ເນັ້ນໃສ່ຜະລິດຕະພາບ ແລະ ປະລິມານຜົນຜະລິດ ໄປສູ່ແນວຄິດເສດຖະກິດກະສິກຳ ທີ່ໃຫ້ຄວາມສຳຄັນແກ່ການເພີ່ມມູນຄ່າ ແລະ ການຄຸ້ມຄອງຄວາມສ່ຽງ. ການຂາດຄວາມຕໍ່ເນື່ອງໃນຕ່ອງໂສ້ອຸປະທານ ເຊັ່ນ ປະກົດການພໍ່ຄ້າຄົນກາງ “ຍອມເສຍເງິນມັດຈຳ” ສະທ້ອນໃຫ້ເຫັນວ່າ ລະບົບການເຊື່ອມໂຍງຍັງບໍ່ແໜ້ນແຟ້ນ, ຂາດຄວາມສາມາດໃນການຈັດຕັ້ງຕະຫຼາດຢ່າງທັນສະໄໝ ແລະ ກົນໄກຮ່ວມແບ່ງປັນຄວາມສ່ຽງ.

ເພື່ອບັນລຸເປົ້າໝາຍທີ່ວາງໄວ້, ຂະແໜງກະສິກຳຈຳເປັນຕ້ອງສ້າງລະບົບນິເວດຂອງແຕ່ລະຂະແໜງສິນຄ້າໃຫ້ຄົບວົງຈອນ. ລະບົບນິເວດດັ່ງກ່າວຕ້ອງອາໄສການມີສ່ວນຮ່ວມຢ່າງໃກ້ຊິດຂອງວິສາຫະກິດປຸງແຕ່ງ, ຜູ້ປະກອບການໂລຈິດສະຕິກ, ທະນາຄານ, ນັກວິທະຍາສາດ ແລະ ບັນດາສະມາຄົມ ເພື່ອປະສານຂໍ້ມູນ, ສ້າງຄວາມໂປ່ງໃສດ້ານຂ່າວສານ ແລະ ຫຼຸດຜ່ອນຜົນກະທົບຈາກຄວາມຜັນຜວນທີ່ຍາກຈະຄາດຄະເນຂອງຕະຫຼາດໂລກ.

ຫົວໃຈສຳຄັນຂອງການປ່ຽນຜ່ານຄັ້ງນີ້ ແມ່ນການສ້າງກຳລັງແຮງ “ຊາວນາມືອາຊີບ”. ນັ້ນແມ່ນບັນດາຜູ້ຜະລິດທີ່ມີການຈັດຕັ້ງ, ເຂົ້າໃຈກ່ຽວກັບສັນຍາ, ມາດຕະຖານສາກົນ ແລະ ການບໍລິຫານຄວາມສ່ຽງ, ແທນທີ່ຈະດຳເນີນການຜະລິດແບບໂດດດ່ຽວ. ໃນຂະບວນການນີ້, ບັນດາສະຫະກອນທີ່ທັນສະໄໝຈະເຮັດໜ້າທີ່ເປັນສູນກາງປະສານງານດ້ານຄຸນນະພາບ ແລະ ເຊື່ອມໂຍງຕະຫຼາດ, ສ້າງຄວາມເຂັ້ມແຂງຈາກພາຍໃນໃຫ້ແກ່ຊຸມຊົນຜູ້ຜະລິດ.

ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030 ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030.

ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ “ຄອບຄົວທີສອງ” ຢູ່ທີ່ນະຄອນໂຮ່ຈີມິນ

ຍສໝ - ຫວ່າງມໍ່ໆມານີ້, ຢູ່ທີ່ມະຫາວິທະຍາໄລການແພດ ຟ້າມຫງອກແທັກ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ປະସານງານຮ່ວມກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຈັດຕັ້ງແຜນງານ “ຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ ປະຈຳປີ 2026”.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ