ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ

ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ

ຍສໝ - ຄະນະກຳມະການຕ່າງປະເທດນະຄອນ Saint Petersburg (ສະຫະພັນຣັດເຊຍ) ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຖືວ່ານີ້ແມ່ນສັນຍະລັກຂອງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນຂີດໝາຍເປີດໄລຍະພັດທະນາໃໝ່ຂອງສະຫະພັນ.

ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ

ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ

ຍສໝ - ມີຫຼາຍກວ່າ 50 ອົງການ NGO ຂອງຝຣັ່ງ ພວມເຄື່ອນໄຫວຢູ່ຫວຽດນາມ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ໄດ້ຕີລາຄາສູງບົດບາດຂອງສະຫະພັນໃນການຊ່ວຍເຫຼືອບັນດາອົງການເຫຼົ່ານີ້, ພ້ອມທັງກ່າວເຖິງເຄືອຂ່າຍຄູ່ຮ່ວມ ຝຣັ່ງ - ຫວຽດນາມ ທີ່ໄດ້ຮັບການຂະຫຍາຍ ຜ່ານການຮ່ວມມືລະຫວ່າງສະຖານທູດຝຣັ່ງ ແລະ ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ຝຣັ່ງ.

ຈັດກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຈັດກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຄາດວ່າຈະຈັດຂຶ້ນໃນວັນທີ 14/9 ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ຈະມີຫົວຂໍ້ວ່າ “ເປັນເຈົ້າການປັບຕົວ - ບຸກທະລຸດ້ານນະວັດຕະກຳ - ເປັນຮູບປະທຳ, ມີປະສິດທິຜົນ”.

ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ

ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ

ຍສໝ - ຕາມທ່ານນາງ ຫງວຽນຢ້ຽວເນືອງ, ຜູ້ອຳນວຍການປະຈຳປະເທດ ຂອງອົງການ Room to Read ຫວຽດນາມ (ສະຫະລັດອາເມລິກາ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງຊ່ວຍທ້ອງຖິ່ນກຳນົດໃຫ້ຖືກຄວາມຕ້ອງການ, ຊອກຫາໃຫ້ຖືກຄູ່ຮ່ວມ ແລະ ເຊື່ອມຕໍ່ໃຫ້ຖືກແຫຼ່ງກຳລັງ ເພື່ອໃຫ້ບັນດາໂຄງການຮ່ວມມືກ້າວເຂົ້າສູ່ເນື້ອແທ້ ແລະ ສອດຄ່ອງກັບເງື່ອນໄຂການຜັນຂະຫຍາຍ.

ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ

ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ

ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ.

ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ

ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ

ຍສໝ - ສິ່ງໃດທີ່ສ້າງຄວາມດຶງດູດໃຫ້ແກ່ທ້ອງຖິ່ນໜຶ່ງໃນສາຍຕາຂອງມິດສະຫາຍສາກົນ? ສຳລັບສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ສິ່ງນັ້ນບໍ່ພຽງແຕ່ແມ່ນບັນດາໂຄງການແລກປ່ຽນ, ແຕ່ຍັງແມ່ນຄວາມສາມາດໃນການເລົ່າເລື່ອງກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳ ຜ່ານບັນດາປະສົບການອັນແທ້ຈິງ, ຈາກນັ້ນ ຫັນອັດຕະລັກຂອງທ້ອງຖິ່ນໃຫ້ກາຍເປັນຈຸດແຂງໃນກິດຈະກຳການຕ່າງປະເທດປະຊາຊົນ.

ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ

ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ

ຍສໝ - ແຫຼ່ງກຳລັງການຜະລິດຂອງຫວຽດນາມມີຄວາມຫຼາກຫຼາຍຢ່າງຫຼວງຫຼາຍ. ແຕ່ທ່າແຮງຫຼາຍຢ່າງຍັງຄົງ “ຫຼັບຢູ່” ໃນສ່ວນລຸ່ມຂອງຕ່ອງໂສ້ມູນຄ່າ. ໃນການສຳພາດກັບວາລະສານ ຍຸກສະໄໝ, ທ່ານນາງ ຫຼິວ ຢິດົງ (ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າເສດຖະກິດສາກົນ Vista, ຈີນ) ເຫັນວ່າ, ເພື່ອປະກອບສ່ວນແກ້ໄຂບັນຫານີ້, ຫວຽດນາມ ແລະ ຈີນຈຳເປັນຕ້ອງມີການເຊື່ອມໂຍງທີ່ເລິກເຊິ່ງ ແລະ ຫຼາກຫຼາຍຫຼາຍຂຶ້ນ.

ການຈັບມືຂອງຫຸ່ນຍົນ

ການຈັບມືຂອງຫຸ່ນຍົນ

ຍສໝ - ໃນເດືອນພຶດສະພາ 2026, ໃນເວທີປາໄສສຸດຍອດການພັດທະນາອຸດສາຫະກຳປັນຍາປະດິດ ຈີນ - ອາຊຽນ ຄັ້ງທີ II, ສຽງ “ແຕກ” ເບົາໆຂອງຂໍ້ຕໍ່ກົນຈັກໄດ້ດັງຂຶ້ນ ເມື່ອແຂນຂອງຫຸ່ນຍົນທີ່ຖືກສ້າງຂຶ້ນຈາກຈິງໄດ້ຄ່ອຍໆຍື່ນອອກມາ ແລະ ວາງລົງໃນຝາມືຂອງທ່ານ ຫງວຽນກວັນ – ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຊ່ວງເວລານັ້ນເກີດຂຶ້ນພຽງບໍ່ກີ່ວິນາທີ, ແຕ່ສຳລັບຂ້າພະເຈົ້າ, ມັນແມ່ນຈຸດຈົບທີ່ສົມບູນຂອງເສັ້ນທາງອັນຍາວນານ ແລະ ກໍເປັນການເລີ່ມຕົ້ນຂອງຄວາມຝັນໃໝ່ທີ່ຂ້າພະເຈົ້າບົ່ມເພາະປູກຝັງມາຕະຫຼອດ 2 ທົດສະວັດຢູ່ເທິງຜືນແຜ່ນດິນຮູບຮ່າງຄ້າຍຕົວ S ແຫ່ງນີ້.

ຂ້າພະເຈົ້າມາຫວຽດນາມ ເພາະຕົວເລກ 11

ຂ້າພະເຈົ້າມາຫວຽດນາມ ເພາະຕົວເລກ 11

ຍສໝ - ໃນເຊົ້າມື້ໜຶ່ງຂອງເດືອນ 7, ຂ້າພະເຈົ້າໄດ້ພົບທ່ານ Bob Frank ຢູ່ຮ່າໂນ້ຍ, ໃນການກັບມາຫວຽດນາມຄັ້ງທີ 13 ຂອງທ່ານ. ຄັ້ງນີ້ ທ່ານກໍກັບມາອີກເພາະຕົວເລກທີ່ຝັງໃຈບໍ່ຮູ້ລືມ: ເລກ 11.

ເຊີນມາຢ້ຽມຢາມບ້ານເກີດໃໝ່ຂອງຂ້າພະເຈົ້າ

ເຊີນມາຢ້ຽມຢາມບ້ານເກີດໃໝ່ຂອງຂ້າພະເຈົ້າ

ຍສໝ - ຄຳເຊີນໄປຮ້ອງຄາຣາໂອເກະຈາກຄົນແປກໜ້າຢູ່ເບັ໊ນແຈ, ຄັ້ງໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລະຫວ່າງເດີນທາງຢູ່ຮ່າຢາງ, ບັນດາຄາບເຂົ້າ ແລະ ການພົບປະກັນໃນດິນແດນຕ່າງຖິ່ນ… ສິ່ງນ້ອຍໆແຕ່ລະຢ່າງເຫຼົ່ານັ້ນ ຄ່ອຍໆເຮັດໃຫ້ຂ້າພະເຈົ້າຖືຫວຽດນາມເປັນຄືບ້ານຂອງຕົນເອງ. ຖ້າທ່ານຖາມວ່າ ບ້ານເກີດໃໝ່ຂອງຂ້າພະເຈົ້າຢູ່ໃສ, ຂ້າພະເຈົ້າຈະເຊີນທ່ານມາທີ່ນີ້ – ສະຖານທີ່ທີ່ແມ່ນແຕ່ຜູ້ຄົນທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ກໍຍັງສາມາດປະພຶດຕໍ່ກັນຢ່າງສະໜິດສະໜົມ ແລະ ອົບອຸ່ນຄືຄົນໃນຄອບຄົວ.

ເຫດຮ້າຍຄັ້ງໜຶ່ງ ກາຍເປັນຄວາມສຸກ

ເຫດຮ້າຍຄັ້ງໜຶ່ງ ກາຍເປັນຄວາມສຸກ

ຍສໝ - ຕອນບ່າຍມື້ໜຶ່ງໃນທ້າຍເດືອນ 7, ການໂທຜ່ານອອນລາຍໄດ້ເຊື່ອມຕໍ່ພວກເຮົາກັບຊາຍໜຸ່ມຊາວອູແກຣນ Bohdan Eduard ໃນຂະນະທີ່ລາວຫາກໍສິ້ນສຸດວັນເຮັດວຽກຢູ່ນະຄອນໂຮ່ຈິມິນ. Bohdan ຍິ້ມ, ປັບມຸມກ້ອງໃຫ້ເຂົ້າທີ່, ແລ້ວເລີ່ມເລົ່າເຖິງເສັ້ນທາງ 6 ປີຂອງລາວກັບຜືນແຜ່ນດິນຫວຽດນາມ.

ຂ້າພະເຈົ້າໄດ້ກາຍເປັນພົນລະເມືອງຫວຽດນາມແລ້ວ

ຂ້າພະເຈົ້າໄດ້ກາຍເປັນພົນລະເມືອງຫວຽດນາມແລ້ວ

ຍສໝ - ວັນທີ 23/6/2026 ໄດ້ກາຍເປັນໝຸດໝາຍພິເສດໃນຊີວິດຂອງທ່ານນາງ Hastie Gonzalez Brizaida (ກູບາ). ນັ້ນແມ່ນມື້ທີ່ນາງໄດ້ຮັບຂໍ້ຕົກລົງໃຫ້ສັນຊາດຫວຽດນາມ, ເປັນມື້ທີ່ນາງມີຊື່ວ່າ ເຈິ່ນຫງອກລິງ ແລະ ມີສິດໄດ້ຮັບສິດຜົນປະໂຫຍດທັງໝົດ ພ້ອມທັງປະຕິບັດພັນທະຂອງພົນລະເມືອງຫວຽດນາມຢ່າງຄົບຖ້ວນ.

ຢາກໜຶ່ງປີ ແຕ່ໄດ້ຕະຫຼອດຊີວິດ

ຢາກໜຶ່ງປີ ແຕ່ໄດ້ຕະຫຼອດຊີວິດ

ຍສໝ - ເດີນທາງມາຮ່າໂນ້ຍເມື່ອອາຍຸ 20 ປີ ດ້ວຍແຜນການມາສຶກສາພຽງໜຶ່ງປີ, ສາວ ເດື່ອງບິ່ງ ຈາກກວາງຊີ (ຈີນ) ໃນມື້ນັ້ນ ບໍ່ເຄີຍຄາດຄິດວ່າ ຜືນແຜ່ນດິນແຫ່ງນີ້ຈະຮັ້ງນາງໄວ້ດົນເຖິງພຽງນີ້. ແລະ ນາງຢາກຜູກພັນກັບທີ່ນີ້ຕະຫຼອດຊີວິດ. ນາງເລົ່າວ່າ:

ເພື່ອໃຫ້ປະສິດທິຜົນຍືນຍາວກວ່າອາຍຸໂຄງການ

ເພື່ອໃຫ້ປະສິດທິຜົນຍືນຍາວກວ່າອາຍຸໂຄງການ

ຍສໝ - ຕາມທ່ານນາງ Karolina Rutkowska, ຜູ້ອຳນວຍການໂຄງການປະຈຳປະເທດຂອງອົງການ VVOB ປະຈຳຫວຽດນາມ, ໂຄງການຮ່ວມມືໜຶ່ງຈະມີຄຸນຄ່າຢ່າງແທ້ຈິງ ກໍຕໍ່ເມື່ອໝາກຜົນຂອງມັນບໍ່ຢຸດຢູ່ພຽງໄລຍະເວລາຜັນຂະຫຍາຍ, ແຕ່ຍັງສາມາດສ້າງຂີດຄວາມສາມາດ, ວິທີການເຮັດວຽກ ແລະ ຄຳໝັ້ນສັນຍາ ເພື່ອໃຫ້ການປ່ຽນແປງເຫຼົ່ານັ້ນສືບຕໍ່ດຳລົງຢູ່ ຫຼັງຈາກໂຄງການສິ້ນສຸດລົງ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 3

ຍສໝ​ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ… ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ

ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ

ຍສໝ - ໃນວັນທີ 4 ກັນຍາ 2026, ທ່ານ ໂອນາກາ ຊິນອິຈິ, ອະດີດຮອງປະທານສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແຂວງ ຮິໂຣຊິມາ ແລະ ອະດີດເລຂາທິການໃຫຍ່ ຄະນະກຳມະການຕ້ານລະເບີດປະລະມານູ ນະຄອນ ຮິໂຣຊິມາ, ໄດ້ເຖິງແກ່ອະສັນຍະກຳ. ການຈາກໄປຂອງທ່ານ ໄດ້ຝາກໄວ້ຄວາມອາໄລຢ່າງໃຫຍ່ຫຼວງ ໃນຈິດໃຈຂອງບັນດາຜູ້ຮັກສາສັນຕິພາບ, ໂດຍສະເພາະແມ່ນ ປະຊາຊົນ ຫວຽດນາມ ກໍ່ຄື ຄະນະກຳມະການສັນຕິພາບ ນະຄອນ ໂຮ່ຈີມິນ - ບັນດາຜູ້ທີ່ຍາມໃດກໍ່ເຄົາລົບຮັກ ເພື່ອນມິດຜູ້ໃຫຍ່ ທີ່ໄດ້ສະຫງວນ ຕະຫຼອດຊີວິດ ເພື່ອສະໝານບາດແຜສົງຄາມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ...

ຮ່ວມກັນຂຽນຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ກູບາ

ຮ່ວມກັນຂຽນຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ກູບາ

ຍສໝ - “ອົງການອ້າຍນ້ອງ” ແມ່ນຄຳທີ່ສະຖາບັນກູບາມິດຕະພາບກັບບັນດາຊົນຊາດ (ICAP) ໃຊ້ເອີ້ນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນສານຊົມເຊີຍກອງປະຊຸມໃຫຍ່ອາຍຸການ 2026-2031. ICAP ສະແດງຄວາມຊື່ນຊົມຕໍ່ການສະໜັບສະໜູນ ແລະ ນ້ຳໃຈສາມັກຄີທີ່ມີຕໍ່ກູບາ, ພ້ອມທັງປາດຖະໜາໃຫ້ສອງອົງການສືບຕໍ່ຮ່ວມກັນເຮັດວຽກ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື.

ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ

ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ

ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ສະເໜີໃຫ້ປະກາດໃຊ້ຊຸດມາດຖານປະເມີນກິດຈະກຳການຕ່າງປະເທດປະຊາຊົນ ໂດຍອີງໃສ່ປະສິດທິຜົນ, ການແຜ່ຂະຫຍາຍ ແລະ ຄວາມຍືນຍົງ; ສ້າງຖານຂໍ້ມູນນຳໃຊ້ຮ່ວມກັນ, ເພີ່ມທະວີການບຳລຸງສ້າງພະນັກງານ ແລະ ການປະສານສົມທົບລະຫວ່າງພາກພື້ນ.

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2

ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2

ຍສໝ​ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ... ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ

ຍສໝ - ຫວນຄືນ 10 ປີແຫ່ງການຮ່ວມມືກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Margot Carlson Delogne, ຜູ້ກໍ່ຕັ້ງອົງການ 2 Sides Project (ສະຫະລັດອາເມລິກາ), ໃຫ້ຮູ້ວ່າ ສາຍພົວພັນລະຫວ່າງສອງຝ່າຍ ໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄຳໝັ້ນສັນຍາຮ່ວມຕໍ່ສັນຕິພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນບັນດາປະເທດ. ໃນຈົດໝາຍຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ທ່ານນາງສະແດງຄວາມປາດຖະໜາໃຫ້ສອງຝ່າຍສືບຕໍ່ຮ່ວມມືເພື່ອສັນຕິພາບ, ມິດຕະພາບ ແລະ ຈິດໃຈມະນຸດສະທຳຮ່ວມກັນ.

ຫາຍຟ່ອງ: ສຸມແຫຼ່ງກຳລັງໃສ່ບັນດາໂຄງການຈຸດສຸມ

ຫາຍຟ່ອງ: ສຸມແຫຼ່ງກຳລັງໃສ່ບັນດາໂຄງການຈຸດສຸມ

ຍສໝ - ພາຍຫຼັງການໂຮມເຂົ້າກັນ, ສະຫະພັນບັນດາອົງການມິດຕະພາບນະຄອນຫາຍຟ່ອງ ບໍ່ໄດ້ວາງເປົ້າໝາຍຈັດກິດຈະກຳໃຫ້ຫຼາຍຂຶ້ນ, ຫາກສຸມແຫຼ່ງກຳລັງໃສ່ບັນດາໂຄງການຈຸດສຸມທີ່ຕິດພັນກັບໜ້າທີ່ພັດທະນາຂອງນະຄອນ, ມີຄູ່ຮ່ວມຮ່ວມເດີນທາງໃນໄລຍະຍາວ ແລະ ມີຄວາມສາມາດລະດົມແຫຼ່ງກຳລັງສາກົນ.

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ

ຍສໝ -​ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ສົ່ງຈົດໝາຍຊົມເຊີຍ. ໃນຈົດໝາຍ, ສະມາຄົມໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພ້ອມທັງປາດຖະໜາໃຫ້ສອງຝ່າຍສືບຕໍ່ຈັດບັນດາໂຄງການແລກປ່ຽນ, ສ້າງຂົວເຊື່ອມການຮ່ວມມື ຫວຽດນາມ - ຈີນ ເພີ່ມຕື່ມ.

ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ. ໂທລະເລກໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພາລະກິດປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ, ເພື່ອສັນຕິພາບ, ມິດຕະພາບ, ເອກະລາດຂອງຊາດ ແລະ ຄວາມສາມັກຄີສາກົນ.

ແນວຄິດໃໝ່ໃນພື້ນທີ່ໃໝ່

ແນວຄິດໃໝ່ໃນພື້ນທີ່ໃໝ່

ຍສໝ - ໃນອາຍຸການຕໍ່ໜ້າ, ສະພາບການຂອງໂລກ ແລະ ພາຍໃນປະເທດ ຈະເປີດກວ້າງຫຼາຍພື້ນທີ່ໃໝ່ໃຫ້ແກ່ວຽກງານການຕ່າງປະເທດປະຊາຊົນ. ດັ່ງນັ້ນ, ວຽກງານໃນຂົງເຂດນີ້ ຈຳເປັນຕ້ອງຜັນຂະຫຍາຍດ້ວຍແນວຄິດໃໝ່.

ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ

ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ

ຍສໝ - ເຫດການງານບຸນ ຫວຽດນາມ – ຮອກໄກໂດ ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ກັນຍາ ຢູ່ທີເມືອງ ອາຊາຮິກາວະ. ນີ້ແມ່ນຄັ້ງທຳອິດທີ່ໂຄງການໄດ້ຖືກຈັດຂຶ້ນຢູ່ເຂດນີ້, ສ້າງບາດກ້າວຂະຫຍາຍຕົວໃໝ່ ໃນກິດຈະກຳການເຊື່ອມໂຍງວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ກັບ ແຂວງ ຮອກໄກໂດ.

[Infographic] ການກຳນົດ​ທິດ​ຂອງພັກ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ

[Infographic] ການກຳນົດ​ທິດ​ຂອງພັກ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ

ຍສໝ - ໄລຍະ 2019 - 2026 ເປັນຂີດໝາຍບາດກ້າວພັດທະນາໃໝ່ດ້ານທັດສະນະ ແລະ ແນວທາງຂອງພັກຕໍ່ວຽກງານການຕ່າງປະເທດ, ໃນນັ້ນລວມມີການຕ່າງປະເທດປະຊາຊົນ.

“ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ” ໃນວຽກງານການຕ່າງປະເທດປະຊາຊົນ ແມ່ນຫຍັງ?

“ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ” ໃນວຽກງານການຕ່າງປະເທດປະຊາຊົນ ແມ່ນຫຍັງ?

ຍສໝ - ໃນບົດຂຽນ “ຊຸກຍູ້ການຕ່າງປະເທດຮອບດ້ານໃນລະດັບສູງໃໝ່”, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ວຽກງານການຕ່າງປະເທດໃນຍຸກໃໝ່ ຕ້ອງ “ຮັບປະກັນຜົນປະໂຫຍດຂອງປະເທດຊາດ - ຂອງຊາດໃນລະດັບສູງສຸດ; ຖືເອົາສັນຕິພາບ, ເອກະລາດ, ການເປັນເຈົ້າຕົນເອງ ແລະ ການເພິ່ງຕົນເອງເປັນພື້ນຖານ; ຖືປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ; ຖືການປະກອບສ່ວນໃຫ້ແກ່ປະຊາຄົມສາກົນເປັນຄວາມຮັບຜິດຊອບ”. ນີ້ແມ່ນທິດທາງສຳຄັນຂອງວຽກງານການຕ່າງປະເທດ, ໃນນັ້ນລວມມີການຕ່າງປະເທດປະຊາຊົນ. ວາລະສານ ຍຸກສະໄໝ ໄດ້ສັງລວມບາງເນື້ອໃນກ່ຽວກັບທິດທາງ, ການຊີ້ນຳຂອງພັກ ແລະ ຄຳເຫັນຂອງບັນດາຊ່ຽວຊານ ກ່ຽວກັບແນວຄິດ “ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ” ໃນວຽກງານການຕ່າງປະເທດປະຊາຊົນ.

ຊຸກຍູ້ການຮ່ວມມືເຕັກໂນໂລຊີ ຫວຽດນາມ - ເກົາຫຼີ: ປະທານສະພາແຫ່ງຊາດ ພົບປະ ເຄືອຂ່າຍນວັດຕະກຳ ຢູ່ ເຊອຸນ

ຊຸກຍູ້ການຮ່ວມມືເຕັກໂນໂລຊີ ຫວຽດນາມ - ເກົາຫຼີ: ປະທານສະພາແຫ່ງຊາດ ພົບປະ ເຄືອຂ່າຍນວັດຕະກຳ ຢູ່ ເຊອຸນ

ຍສໝ - ໃນຕອນບ່າຍວັນທີ 6 ກັນຍາ ຕາມເວລາທ້ອງຖິ່ນ, ຢູ່ທີ່ນະຄອນຫຼວງ ເຊອຸນ, ທ່ານ ເຈີນແທັງເມິ້ນ ປະທານສະພາແຫ່ງຊາດ ໄດ້ມີການພົບປະສຳຄັນກັບ ບັນດາສະມາຊິກ ເຄືອຂ່າຍນວັດຕະກຳ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ສ.ເກົາຫຼີ. ເຫດການນີ້ ໄດ້ດຳເນີນໃນຂອບເຂດການຢ້ຽມຢາມຢ່າງເປັນທາງການຢູ່ ປະເທດ ອາຊີຕາເວັນອອກ ແຫ່ງນີ້, ເຊິ່ງໄດ້ຮັບຄວາມຫວັງວ່າ ຈະເປີດໂອກາດການຮ່ວມມືຍຸດທະສາດຢ່າງຫຼາກຫຼາຍ, ປະກອບສ່ວນສ້າງບາດກ້າວບຸກທະລຸ ໃຫ້ແກ່ເສດຖະກິດເຕັກໂນໂລຊີ ແລະ ຫັນເປົ້າໝາຍນຳເອົາ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ໃນປີ 2045 ໃຫ້ປະກົດຜົນເປັນຈິງ.

|< < 1 2 3 4 5 > >|