| ຂ້າພະເຈົ້າໄດ້ກາຍເປັນພົນລະເມືອງຫວຽດນາມແລ້ວ ເຫດຮ້າຍຄັ້ງໜຶ່ງ ກາຍເປັນຄວາມສຸກ |
![]() |
![]() |
| Tiktoker Christian Weizenegger. |
ປີ 2024, ຂ້າພະເຈົ້າມາຫວຽດນາມເປັນຄັ້ງທຳອິດ. ໃນຕອນນັ້ນ, ຂ້າພະເຈົ້າພຽງຄິດວ່າ ທີ່ນີ້ຈະເປັນພຽງຈຸດແວະໜຶ່ງໃນເສັ້ນທາງຄົ້ນຫາອາຊີຕາເວັນອອກສ່ຽງໃຕ້. ແຕ່ແລ້ວ ພາຍໃນໜຶ່ງປີ ຂ້າພະເຈົ້າກັບມາອີກເຖິງ 3 ຄັ້ງ. ຮອດຄັ້ງທີສາມ, ຂ້າພະເຈົ້າຈຶ່ງຮູ້ວ່າ ຕົນເອງບໍ່ຢາກຈອງປີ້ຍົນຂາກັບອີກແລ້ວ. ຫວຽດນາມໄດ້ກາຍເປັນບ້ານຂອງຂ້າພະເຈົ້າ.
![]() |
ຂ້າພະເຈົ້າເຄີຍເດີນທາງໄປຫຼາຍພື້ນທີ່ຂອງຫວຽດນາມ. ແຕ່ລະບ່ອນລ້ວນປະໄວ້ຄວາມຊົງຈຳທີ່ແຕກຕ່າງກັນ. ໃນນັ້ນ, ພາກຕາເວັນຕົກພາກໃຕ້ແມ່ນບ່ອນທີ່ເຮັດໃຫ້ຂ້າພະເຈົ້າສຳຜັດໄດ້ຊັດເຈນທີ່ສຸດເຖິງຄວາມຮູ້ສຶກວ່າ ຕົນເອງໄດ້ຮັບການຕ້ອນຮັບຄືກັບຄົນໃນຄອບຄົວ.
ຢູ່ເອີຣົບ, ພວກເຮົາແທບຈະບໍ່ເຄີຍກ້າວເຂົ້າເຮືອນຂອງຄົນແປກໜ້າ ພຽງເພາະໄດ້ຍິນສຽງຮ້ອງເພງ. ແຕ່ຢູ່ເບັ໊ນແຈ, ເລື່ອງແບບນັ້ນກັບເກີດຂຶ້ນຢ່າງເປັນທຳມະຊາດ.
ຂ້າພະເຈົ້າຈື່ໄດ້ວ່າ, ຕອນບ່າຍມື້ໜຶ່ງ ຂ້າພະເຈົ້າຂີ່ລົດຜ່ານຖະໜົນສາຍນ້ອຍທີ່ຮົ່ມເຢັນດ້ວຍແຖວຕົ້ນໝາກພ້າວ. ຈາກເຮືອນຫຼັງໜຶ່ງແຄມທາງ ມີສຽງຄາຣາໂອເກະດັງຄຶກຄື້ນອອກມາ. ຜູ້ຊາຍສອງສາມຄົນກຳລັງຍົກຈອກຊົນກັນ, ສ່ວນບັນດາແມ່ຍິງສູງອາຍຸກໍທັງຫົວທັງຕົບມືຕາມຈັງຫວະເພງ. ຂ້າພະເຈົ້າຢຸດລົດແລ້ວທັກທາຍ.
ສິ່ງທີ່ເກີດຂຶ້ນຕໍ່ຈາກນັ້ນ ເຮັດໃຫ້ຂ້າພະເຈົ້າປະຫຼາດໃຈ. ຜູ້ຊາຍຄົນໜຶ່ງລຸກຂຶ້ນ ແລ້ວໂບກມືເອີ້ນຂ້າພະເຈົ້າເຂົ້າໄປ. ແມ່ຍິງຄົນໜຶ່ງເອົາຕັ່ງຢາງມາເພີ່ມ. ໄມໂຄຣໂຟນຖືກສົ່ງມາເຖິງມືຂ້າພະເຈົ້າ ກ່ອນທີ່ຈະທັນໄດ້ປະຕິເສດ. ພຽງບໍ່ຈັກນາທີຕໍ່ມາ, ຂ້າພະເຈົ້າກໍໄດ້ນັ່ງຢູ່ກາງວົງເຂົ້າ, ລອງຮ້ອງເພງພາສາຫວຽດນາມສອງສາມປະໂຫຍກ ທ່າມກາງສຽງຫົວທີ່ດັງກ້ອງຂອງທຸກຄົນ.
ບໍ່ມີໃຜຖາມວ່າ ຂ້າພະເຈົ້າມາຈາກໃສ. ບໍ່ມີໃຜຢາກຮູ້ວ່າ ຂ້າພະເຈົ້າເຮັດອາຊີບຫຍັງ. ພວກເຂົາພຽງແຕ່ຢາກໃຫ້ແຂກຄົນໜຶ່ງນັ່ງລົງນຳກັນ, ຮ້ອງເພງນຳກັນ ແລະ ລົມກັນ.
ເມື່ອບົດເພງຈົບລົງ, ຂ້າພະເຈົ້າຮູ້ສຶກຄືຫາກໍອອກຈາກເຮືອນຂອງຄົນຮູ້ຈັກກັນມາດົນນານ, ທັງໆທີ່ນັ້ນເປັນຄັ້ງທຳອິດທີ່ພວກເຮົາພົບກັນ.
![]() |
ການຮ້ອງຄາຣາໂອເກະຢູ່ເບັ໊ນແຈ ບໍ່ແມ່ນຄັ້ງດຽວທີ່ຂ້າພະເຈົ້າສຳຜັດໄດ້ເຖິງຄວາມເປີດໃຈຂອງຄົນຫວຽດນາມ. ຕະຫຼອດການເດີນທາງຂອງຕົນ, ຫຼາຍຄັ້ງຂ້າພະເຈົ້າຮູ້ວ່າ ຢູ່ປະເທດນີ້ ການຍື່ນມືຊ່ວຍເຫຼືອຄົນແປກໜ້າ ເບິ່ງຄືເປັນເລື່ອງທຳມະດາຫຼາຍ.
ອີກຄັ້ງໜຶ່ງຢູ່ຮ່າຢາງ, ຂ້າພະເຈົ້າຂີ່ລົດຈັກໄປຕາມຖະໜົນທີ່ຄົດລ້ຽວຕາມແຄມພູ. ຂ້າງໜຶ່ງແມ່ນໜ້າຜາສູງຊັນ, ອີກຂ້າງໜຶ່ງແມ່ນຮ່ອມພູທີ່ຈົມຢູ່ໃນສາຍເມກ. ເກືອບບໍ່ມີເຮືອນປະຊາຊົນ ແລະ ລົດທີ່ຜ່ານໄປມາກໍມີໜ້ອຍຫຼາຍ. ພໍດີໃນຕອນນັ້ນ, ຢາງລໍ້ຫຼັງກໍແບນລົງຢ່າງກະທັນຫັນ.
![]() |
| ຄ້ອຍເຖິມມ໊າ, ຮ່າຢາງ. |
ຂ້າພະເຈົ້າຈູງລົດເຂົ້າໄປຂ້າງທາງ, ງົມງາຍຢູ່ດົນໂດຍບໍ່ຮູ້ຈະເຮັດແນວໃດ. ສັນຍານໂທລະສັບກໍຕິດໆຂາດໆ. ທ່າມກາງບັນຍາກາດທີ່ມີພຽງສຽງລົມ ແລະ ສຽງແມງໄມ້, ຂ້າພະເຈົ້າເລີ່ມຄິດວ່າ ຄົງຈະຕ້ອງລໍຖ້າອີກດົນ.
ແລ້ວຜູ້ຊາຍຄົນໜຶ່ງຂີ່ລົດຜ່ານມາ ແລະ ຢຸດລົດ. ລາວຖາມສອງສາມຄຳ, ເບິ່ງຢາງລົດ ແລ້ວໂທຫາຄົນຮູ້ຈັກທີ່ຢູ່ໃກ້ນັ້ນທັນທີ. ປະມານ 15 ນາທີຕໍ່ມາ, ຊ່າງຄົນໜຶ່ງກໍມາຮອດພ້ອມອຸປະກອນ. ລາວກົ້ມລົງປະຢາງ, ສູບລົມ ແລະ ກວດລໍ້ລົດຄືນຢ່າງລະອຽດ.
ຂ້າພະເຈົ້າຈື່ຊື່ຂອງພວກເຂົາບໍ່ໄດ້. ແຕ່ຂ້າພະເຈົ້າຍັງຈື່ຮອຍຍິ້ມທ່າມກາງພູຫີນໃນມື້ນັ້ນໄດ້ສະເໝີ.
![]() |
ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຮູ້ຈັກພຽງຮ່າໂນ້ຍ ຫຼື ນະຄອນໂຮ່ຈິມິນ. ແຕ່ສຳລັບຂ້າພະເຈົ້າ, ຫວຽດນາມກວ້າງໃຫຍ່ກວ່ານັ້ນຫຼາຍ. ແຕ່ລະພື້ນທີ່ມີສຳນຽງ, ຮີດຄອງ ແລະ ຈັງຫວະຊີວິດຂອງຕົນເອງ. ແຕ່ບໍ່ວ່າຢູ່ໃສ, ຂ້າພະເຈົ້າກໍໄດ້ພົບກັບຜູ້ຄົນທີ່ພ້ອມຍື່ນມືຊ່ວຍເຫຼືອຄົນທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ.
ບັນດາສິ່ງທຳມະດາເຫຼົ່ານັ້ນເອງ ທີ່ເຮັດໃຫ້ຂ້າພະເຈົ້າຕັດສິນໃຈຢູ່ຫວຽດນາມຕໍ່.
![]() |
| Christian Weizenegger (ເສື້ອສີຂາວ, ໃສ່ແວ່ນຕາກັນແດດ) ຖ່າຍຮູບເປັນທີ່ລະນຶກກັບບັນດາໝູ່ເພື່ອນຊາວຫວຽດນາມ. |
ຂ້າພະເຈົ້າຮັກບັນດາຄາບເຂົ້າທີ່ທຸກຄົນຢູ່ພ້ອມໜ້າ, ຮັກພາບທີ່ຫຼາຍຮຸ່ນຄົນນັ່ງອ້ອມວົງກັນຢູ່ພາຍໃຕ້ຫຼັງຄາດຽວກັນ ແລະ ຮັກຄວາມຮູ້ສຶກທີ່ແມ່ນແຕ່ຄົນແປກໜ້າກໍສາມາດໄດ້ຮັບການຕ້ອນຮັບດ້ວຍຄວາມຈິງໃຈ.
![]() |
| Christian Weizenegger ລອງຊີມອາຫານຫວຽດນາມ. |
ປັດຈຸບັນ, ຂ້າພະເຈົ້າເຂົ້າຮ່ວມກິດຈະກຳການກຸສົນຢູ່ຫຼາຍທ້ອງຖິ່ນ. ແຕ່ລະການເດີນທາງ ເປີດໂອກາດໃຫ້ຂ້າພະເຈົ້າໄດ້ພົບຜູ້ຄົນໃໝ່ໆ, ຮັບຟັງເລື່ອງລາວໃໝ່ໆ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບປະເທດທີ່ຂ້າພະເຈົ້າກຳລັງຜູກພັນ. ຂ້າພະເຈົ້າຫວັງວ່າ ຈະສາມາດສືບຕໍ່ກິດຈະກຳເຫຼົ່ານັ້ນ ເພື່ອເປັນວິທີຕອບແທນສິ່ງດີໆທີ່ຕົນເອງເຄີຍໄດ້ຮັບ.
![]() |
| Christian ຖ່າຍຮູບເປັນທີ່ລະນຶກກັບບັນດາເດັກນ້ອຍຢູ່ສູນພັກພິງ ດຶກກວາງ. (ພາບ: NVCC) |
| Christian Weizenegger (PhởnaticĐức) ແມ່ນນັກສ້າງເນື້ອຫາຊາວເຢຍລະມັນ. ຊ່ອງ TikTok ຂອງລາວມີຜູ້ຕິດຕາມເກືອບ 150.000 ຄົນ, ເນັ້ນແນະນຳຄວາມງາມຂອງອາຫານ, ວັດທະນະທຳ ແລະ ຜູ້ຄົນຫວຽດນາມໃຫ້ແກ່ເພື່ອນມິດສາກົນ ຜ່ານມຸມມອງທີ່ທຳມະດາໃນຊີວິດປະຈຳວັນ ແລະ ຈິງໃຈທີ່ສຸດ. |
ຍສໝ - ຕາມທ່ານນາງ Karolina Rutkowska, ຜູ້ອຳນວຍການໂຄງການປະຈຳປະເທດຂອງອົງການ VVOB ປະຈຳຫວຽດນາມ, ໂຄງການຮ່ວມມືໜຶ່ງຈະມີຄຸນຄ່າຢ່າງແທ້ຈິງ ກໍຕໍ່ເມື່ອໝາກຜົນຂອງມັນບໍ່ຢຸດຢູ່ພຽງໄລຍະເວລາຜັນຂະຫຍາຍ, ແຕ່ຍັງສາມາດສ້າງຂີດຄວາມສາມາດ, ວິທີການເຮັດວຽກ ແລະ ຄຳໝັ້ນສັນຍາ ເພື່ອໃຫ້ການປ່ຽນແປງເຫຼົ່ານັ້ນສືບຕໍ່ດຳລົງຢູ່ ຫຼັງຈາກໂຄງການສິ້ນສຸດລົງ. |
ຍສໝ - ເດີນທາງມາຮ່າໂນ້ຍເມື່ອອາຍຸ 20 ປີ ດ້ວຍແຜນການມາສຶກສາພຽງໜຶ່ງປີ, ສາວ ເດື່ອງບິ່ງ ຈາກກວາງຊີ (ຈີນ) ໃນມື້ນັ້ນ ບໍ່ເຄີຍຄາດຄິດວ່າ ຜືນແຜ່ນດິນແຫ່ງນີ້ຈະຮັ້ງນາງໄວ້ດົນເຖິງພຽງນີ້. ແລະ ນາງຢາກຜູກພັນກັບທີ່ນີ້ຕະຫຼອດຊີວິດ. ນາງເລົ່າວ່າ: |
ມິງດຶກ








