| ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2 ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ |
![]() |
| ທ່ານນາງ Karolina Rutkowska, ຜູ້ອຳນວຍການໂຄງການປະຈຳປະເທດຂອງອົງການ VVOB ປະຈຳຫວຽດນາມ. |
- ຂໍຮຽນທ່ານນາງ, ຕາມທ່ານນາງແລ້ວ ປັດໄຈໃດທີ່ຊ່ວຍໃຫ້ໂຄງການໜຶ່ງສາມາດສືບຕໍ່ສ້າງຜົນກະທົບໄດ້ ຫຼັງຈາກໂຄງການສິ້ນສຸດລົງ?
ສິ່ງສຳຄັນປະການທຳອິດ ແມ່ນໂຄງການຕ້ອງໄດ້ຮັບການສ້າງຂຶ້ນໃຫ້ສອດຄ່ອງກັບບັນດາບູລິມະສິດດ້ານການພັດທະນາຂອງຫວຽດນາມ ແລະ ມີການເຂົ້າຮ່ວມຂອງບັນດາຄູ່ຮ່ວມຫວຽດນາມ ນັບແຕ່ຂັ້ນຕອນການອອກແບບ.
ໃນຊຸມປີຜ່ານມາ, ແນວທາງການຮ່ວມມືເພື່ອການພັດທະນາຢູ່ຫວຽດນາມ ໄດ້ມຸ່ງໄປສູ່ການສ້າງສາຍພົວພັນຄູ່ຮ່ວມທີ່ເປັນຮູບປະທຳຫຼາຍຂຶ້ນ, ໃນນັ້ນ ຄຸນຄ່າຕ່າງໆໄດ້ຮັບການຮ່ວມກັນສ້າງສັນລະຫວ່າງບັນດາອົງການຂອງຫວຽດນາມ ແລະ ບັນດາອົງການ NGO ຕ່າງປະເທດ.
ແທນທີ່ຈະສຸມໃສ່ບັນດາການແຊກແຊງຂະໜາດນ້ອຍ ຫຼື ແຍກສ່ວນ, ຈຸດສຸມນັບມື້ນັບຫັນໄປສູ່ບັນດາໂຄງການທີ່ສາມາດສ້າງຜົນກະທົບໃນໄລຍະຍາວ ແລະ ໃນຂອບເຂດກວ້າງ.
VVOB ກໍແບ່ງປັນແນວທາງນີ້. ພວກເຮົາປາດຖະໜາໃຫ້ບັນດາໂຄງການ ບໍ່ພຽງແຕ່ສ້າງໝາກຜົນໃນໄລຍະທີ່ໂຄງການຖືກຜັນຂະຫຍາຍເທົ່ານັ້ນ, ແຕ່ໃຫ້ການປ່ຽນແປງເຫຼົ່ານັ້ນສາມາດສືບຕໍ່ໄດ້ ຫຼັງຈາກໂຄງການສິ້ນສຸດລົງ.
ເພື່ອໃຫ້ເຮັດໄດ້ເຊັ່ນນັ້ນ, ບັນດາຝ່າຍຈຳເປັນຕ້ອງຮ່ວມກັນກຳນົດເປົ້າໝາຍ, ຮ່ວມກັນສ້າງໂຄງການ ແລະ ຮັກສາຄຳໝັ້ນສັນຍາຕະຫຼອດຂະບວນການປະຕິບັດ. ເມື່ອຄູ່ຮ່ວມພາຍໃນປະເທດເຂົ້າຮ່ວມນັບແຕ່ຕົ້ນ, ບັນດາປະສົບການ, ຂີດຄວາມສາມາດ ແລະ ວິທີການເຮັດວຽກທີ່ກໍ່ຮ່າງຂຶ້ນໃນໂຄງການ ກໍຈະມີເງື່ອນໄຂຫຼາຍຂຶ້ນ ເພື່ອສືບຕໍ່ນຳໃຊ້ ແລະ ພັດທະນາໃນຕໍ່ໜ້າ.
- ໃນຂົງເຂດການສຶກສາ ແນວທາງນີ້ໄດ້ສະແດງອອກແນວໃດ?
ການສຶກສາແມ່ນໜຶ່ງໃນຂົງເຂດທີ່ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເຫດໃດຈຶ່ງຈຳເປັນຕ້ອງມຸ່ງໄປສູ່ຜົນກະທົບໃນໄລຍະຍາວ ແລະ ໃນຂອບເຂດກວ້າງ.
ໃນຂະບວນການທີ່ຫວຽດນາມສືບຕໍ່ປະຕິຮູບການສຶກສາ, VVOB ເຫັນວ່າ ມີຫຼາຍໂອກາດໃນການຮ່ວມເດີນທາງກັບບັນດາຄູ່ຮ່ວມຫວຽດນາມ ໃນການພັດທະນາວິຊາຊີບໃຫ້ແກ່ຄູອາຈານ, ຍົກສູງຂີດຄວາມສາມາດການນຳພາດ້ານວິຊາການຢູ່ໃນໂຮງຮຽນ ແລະ ຊຸກຍູ້ການຮຽນການສອນຕາມທິດພັດທະນາຂີດຄວາມສາມາດ.
ໜຶ່ງໃນມາດຕະການທີ່ສາມາດປັບປຸງຜົນການຮຽນໃນຂອບເຂດກວ້າງ ແມ່ນສືບຕໍ່ລົງທຶນໃສ່ຂີດຄວາມສາມາດດ້ານການສອນ ແລະ ການນຳພາດ້ານການສຶກສາ. ຂະບວນການນີ້ຈຳເປັນຕ້ອງຖືຄຸນນະພາບ, ຄວາມເປັນທຳ ແລະ ນະວັດຕະກຳທີ່ເໝາະສົມໃນການຮຽນການສອນ ເປັນຈຸດສຸມ.
ຖ້າໂຄງການໜຶ່ງສ້າງການປ່ຽນແປງໄດ້ພຽງກັບນັກຮຽນກຸ່ມໜຶ່ງ ໃນໄລຍະເວລາຂອງໂຄງການ, ຜົນກະທົບກໍຈະມີຂອບເຂດຈຳກັດ. ແຕ່ຖ້າໂຄງການສາມາດປະກອບສ່ວນຍົກສູງຂີດຄວາມສາມາດຂອງຄູອາຈານ ແລະ ຄະນະຜູ້ນຳພາດ້ານວິຊາການໃນໂຮງຮຽນ, ຂີດຄວາມສາມາດເຫຼົ່ານັ້ນກໍຈະສາມາດສືບຕໍ່ນຳໃຊ້ໃນຂະບວນການຮຽນການສອນ ຫຼັງຈາກໂຄງການສິ້ນສຸດລົງ.
ນີ້ກໍເປັນວິທີໜຶ່ງ ເພື່ອໃຫ້ຜົນກະທົບບໍ່ຈຳກັດຢູ່ພຽງໃນກຸ່ມຜູ້ໄດ້ຮັບຜົນປະໂຫຍດກຸ່ມໜຶ່ງ ຫຼື ພື້ນທີ່ໃດໜຶ່ງ, ແຕ່ມີເງື່ອນໄຂໃຫ້ສາມາດຮັກສາໄວ້ ແລະ ຂະຫຍາຍອອກຕື່ມ.
![]() |
| ກອງສຳມະນາເປີດໂຄງການ “ປະສົມປະສານການຮຽນຮູ້ຜ່ານການຫຼິ້ນເຂົ້າໃນການຝຶກອົບຮົມຄູປະຖົມ” (PLAYHi) ຈັດໂດຍອົງການ VVOB ປະຈຳຫວຽດນາມ ຮ່ວມກັບມະຫາວິທະຍາໄລຄູສອນນະຄອນໂຮ່ຈິມິນ, ມະຫາວິທະຍາໄລຄູສອນ (ມະຫາວິທະຍາໄລ ຖາຍຫງວຽນ) ແລະ ສະຖາບັນວິທະຍາສາດການສຶກສາຫວຽດນາມ. |
- ຂໍຮຽນທ່ານນາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຄວນສະໜັບສະໜູນຫຍັງເພີ່ມຕື່ມ ໃຫ້ແກ່ບັນດາກິດຈະກຳເຫຼົ່ານີ້?
ຕາມຂ້າພະເຈົ້າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ຄວນສືບຕໍ່ສ້າງບັນດາເວທີ ແລະ ໂອກາດໃຫ້ບັນດາອົງການລັດ, ຄູ່ຮ່ວມທ້ອງຖິ່ນ ແລະ ບັນດາອົງການສາກົນ ໄດ້ແລກປ່ຽນປະສົບການ, ຮ່ວມກັນທົບທວນຄືນບັນດາຜົນສຳເລັດທີ່ບັນລຸໄດ້, ຂໍ້ຈຳກັດທີ່ຍັງຄົງຢູ່ ແລະ ບັນດາວິທີການທີ່ສາມາດສືບຕໍ່ຮັກສາ ແລະ ຂະຫຍາຍຜົນ.
ການສົນທະນາເປັນປະຈຳ ແລະ ການຮ່ວມກັນຮຽນຮູ້ຢ່າງເປີດກວ້າງ ແມ່ນມີຄວາມສຳຄັນຫຼາຍ, ເພາະການປ່ຽນແປງໃນໄລຍະຍາວ ບໍ່ສາມາດສ້າງຂຶ້ນໄດ້ດ້ວຍອົງການໃດໜຶ່ງ ຫຼື ໂຄງການໃດໜຶ່ງໂດຍລຳພັງ. ບັນດາຝ່າຍຈຳເປັນຕ້ອງມີຄວາມເຫັນພ້ອມກັນໃນດ້ານເປົ້າໝາຍ, ຮ່ວມກັນເຂົ້າຮ່ວມໃນຂະບວນການຜັນຂະຫຍາຍ ແລະ ຮັກສາຄຳໝັ້ນສັນຍາ ຫຼັງຈາກໂຄງການສິ້ນສຸດລົງ.
ຈາກປະສົບການຫຼາຍປີໃນການເຄື່ອນໄຫວຢູ່ຫວຽດນາມ, VVOB ເຫັນວ່າ ສະຫະພັນມີບົດບາດໃນການສະໜອງຂໍ້ມູນ ແລະ ກຳນົດທິດທາງ ເພື່ອໃຫ້ບັນດາໂຄງການຮ່ວມມືສອດຄ່ອງກັບເປົ້າໝາຍ ແລະ ບູລິມະສິດດ້ານການພັດທະນາຂອງຫວຽດນາມ. ຢູ່ບັນດາກອງປະຊຸມປະຈຳປີ, ສະຫະພັນໄດ້ສະໜອງຂໍ້ມູນກ່ຽວກັບບັນດາບູລິມະສິດທາງຍຸດທະສາດຂອງລັດຖະບານ ແລະ ສະພາບການພາຍໃນປະເທດ, ສາກົນ, ຜ່ານນັ້ນ ຊ່ວຍໃຫ້ບັນດາຄູ່ຮ່ວມພັດທະນາ ສາມາດກຳນົດບັນດາຂົງເຂດທີ່ຄວາມຊຳນານຂອງຕົນສາມາດປະກອບສ່ວນໄດ້ຢ່າງເໝາະສົມ.
ສຳລັບບັນດາໂຄງການທີ່ມຸ່ງໄປສູ່ຜົນກະທົບໃນໄລຍະຍາວ, ບົດບາດຂອງສະຫະພັນ ບໍ່ພຽງແຕ່ຢູ່ການສ້າງເງື່ອນໄຂໃຫ້ການຮ່ວມມືກໍ່ຮ່າງຂຶ້ນເທົ່ານັ້ນ, ແຕ່ຍັງຢູ່ການຊ່ວຍໃຫ້ບັນດາຝ່າຍຮັກສາຄຳໝັ້ນສັນຍາ, ແບ່ງປັນປະສົບການ ແລະ ສ້າງເງື່ອນໄຂໃຫ້ບັນດາວິທີການທີ່ມີປະສິດທິຜົນ ສາມາດສືບຕໍ່ນຳໃຊ້ ຫຼັງຈາກໂຄງການສິ້ນສຸດລົງ.
- ຂໍຂອບໃຈທ່ານນາງ!
ຍສໝ - “ອົງການອ້າຍນ້ອງ” ແມ່ນຄຳທີ່ສະຖາບັນກູບາມິດຕະພາບກັບບັນດາຊົນຊາດ (ICAP) ໃຊ້ເອີ້ນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນສານຊົມເຊີຍກອງປະຊຸມໃຫຍ່ອາຍຸການ 2026-2031. ICAP ສະແດງຄວາມຊື່ນຊົມຕໍ່ການສະໜັບສະໜູນ ແລະ ນ້ຳໃຈສາມັກຄີທີ່ມີຕໍ່ກູບາ, ພ້ອມທັງປາດຖະໜາໃຫ້ສອງອົງການສືບຕໍ່ຮ່ວມກັນເຮັດວຽກ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື. |
ຍສໝ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ… ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ ແລະ ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່. |
ມິງດຶກ

