ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ

22:05 | 09/09/2026

ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ສະເໜີໃຫ້ປະກາດໃຊ້ຊຸດມາດຖານປະເມີນກິດຈະກຳການຕ່າງປະເທດປະຊາຊົນ ໂດຍອີງໃສ່ປະສິດທິຜົນ, ການແຜ່ຂະຫຍາຍ ແລະ ຄວາມຍືນຍົງ; ສ້າງຖານຂໍ້ມູນນຳໃຊ້ຮ່ວມກັນ, ເພີ່ມທະວີການບຳລຸງສ້າງພະນັກງານ ແລະ ການປະສານສົມທົບລະຫວ່າງພາກພື້ນ.

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ ຄວາມຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ່ 2
ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ
ທ່ານນາງ ປທ. ເລທິແທງຢາງ, ກຳມະການຄະນະປະຈຳ ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ.

ຖືປະສິດທິຜົນ, ການແຜ່ຂະຫຍາຍ ແລະ ຄວາມຍືນຍົງເປັນມາດຖານ

ທຸກກິດຈະກຳການຕ່າງປະເທດປະຊາຊົນ ຕ້ອງເລີ່ມຈາກຄວາມຕ້ອງການພັດທະນາຂອງທ້ອງຖິ່ນ ແລະ ຜົນປະໂຫຍດອັນເປັນຮູບປະທຳຂອງປະຊາຊົນ; ຖືປະສິດທິຜົນ, ການແຜ່ຂະຫຍາຍ ແລະ ຄວາມຍືນຍົງເປັນມາດຖານປະເມີນ ແທນທີ່ຈະອີງໃສ່ຈຳນວນກິດຈະກຳ.

ຈາກພຶດຕິກຳຕົວຈິງ, ພວກເຮົາສະເໜີໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສືບຕໍ່ປັບປຸງກົນໄກກຳນົດທິດທາງຍຸດທະສາດຕໍ່ລະບົບສະຫະພັນຢູ່ທ້ອງຖິ່ນ ຕາມທິດເອກະພາບແຕ່ມີຄວາມຄ່ອງຕົວ; ປະກາດໃຊ້ຊຸດມາດຖານປະເມີນປະສິດທິຜົນກິດຈະກຳການຕ່າງປະເທດປະຊາຊົນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງໃໝ່.

ຢູ່ເກິ່ນເທີ, ບັນດາກິດຈະກຳການຕ່າງປະເທດປະຊາຊົນ ໄດ້ຮັບການສ້າງຂຶ້ນຕາມທິດຕິດພັນກັບຄວາມຮຽກຮ້ອງພັດທະນາຂອງນະຄອນ, ຫຼີກລ່ຽງການຈັດແບບເນັ້ນຮູບການ ຫຼື ກະຈາຍຫຼາຍເກີນໄປ. ນອກຈາກບັນດາກິດຈະກຳຕາມປະເພນີ ເນື່ອງໃນໂອກາດວັນຊາດ, ວັນສ້າງຕັ້ງສາຍພົວພັນການທູດແລ້ວ, ສະຫະພັນນະຄອນຍັງໄດ້ຈັດບັນດາໂຄງການແລກປ່ຽນທີ່ສົມທົບສິລະປະ, ວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະ ການສຳຜັດປະສົບການເຂດແມ່ນ້ຳຂອງ, ຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈຫຼາຍຂຶ້ນກ່ຽວກັບຄົນ, ວັດທະນະທຳຫວຽດນາມ ແລະ ນະຄອນເກິ່ນເທີ.

ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ
ບັນດາຜູ້ແທນ ແລະ ປະຊາຊົນ ເຂົ້າຮ່ວມໂຄງການແລກປ່ຽນມິດຕະພາບ ຫວຽດນາມ - ສະຫະລັດອາເມລິກາ ຢູ່ນະຄອນເກິ່ນເທີ, ວັນທີ 13/9/2025.

ໃນວຽກງານຂົນຂວາຍການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ, ຫຼາຍໂຄງການຊ່ວຍເຫຼືອໄດ້ຮັບການຜັນຂະຫຍາຍໃນບັນດາຂົງເຂດ ເຊັ່ນ: ສາທາລະນະສຸກ, ການສຶກສາ, ການປົກປ້ອງສິ່ງແວດລ້ອມ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການຊ່ວຍເຫຼືອຄົນພິການ, ການເບິ່ງແຍງເດັກນ້ອຍ ແລະ ການພັດທະນາອາຊີບການດຳລົງຊີບ. ບັນດາໂຄງການກວດ, ປິ່ນປົວພະຍາດ, ຜ່າຕັດມະນຸດສະທຳ, ມອບທຶນການສຶກສາ, ຊ່ວຍເຫຼືອລໍ້ເລື່ອນ, ກໍ່ສ້າງຂົວຄົມມະນາຄົມຊົນນະບົດ, ເຮືອນເອື້ອອາທອນ, ເຮືອນບຸນຄຸນ ແລະ ສະໜອງນ້ຳສະອາດ ໄດ້ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນ.

ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ
ບັນດາຜູ້ແທນ ຕັດແຖບຜ້າເປີດນຳໃຊ້ຂົວ ຫງ່ອນຖາຍບິ່ງ ຢູ່ເຂດ ຈຸງເຍິດ, ນະຄອນເກິ່ນເທີ, ເຊິ່ງໄດ້ຮັບທຶນຈາກລັດຖະບານອິນເດຍ ຜ່ານໂຄງການຜົນກະທົບໄວ, ວັນທີ 16/6/2025.

ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ແຕ່ລະໂຄງການຊ່ວຍເຫຼືອທີ່ປະສົບຜົນສຳເລັດ ບໍ່ພຽງແຕ່ສ້າງຄຸນຄ່າທາງວັດຖຸເທົ່ານັ້ນ, ຫາກຍັງປະກອບສ່ວນເຜີຍແຜ່ພາບພົດຫວຽດນາມ ເປັນປະເທດທີ່ເປີດກວ້າງ, ມີມະນຸດສະທຳ, ມີຄວາມຮັບຜິດຊອບ ແລະ ໜ້າເຊື່ອຖື.

ຖານຂໍ້ມູນນຳໃຊ້ຮ່ວມກັນ, ບຳລຸງສ້າງພະນັກງານ ແລະ ປະສານສົມທົບລະຫວ່າງພາກພື້ນ

ພວກເຮົາສະເໜີໃຫ້ສ້າງຖານຂໍ້ມູນນຳໃຊ້ຮ່ວມກັນ ກ່ຽວກັບບັນດາອົງການສາກົນ, ອົງການ NGO ຕ່າງປະເທດ, ຄູ່ຮ່ວມມິດຕະພາບ, ຊ່ຽວຊານ, ວິສາຫະກິດ, ກອງທຶນອຸປະຖຳ ແລະ ບັນດາໂຄງການຮ່ວມມື ເພື່ອໃຫ້ບັນດາທ້ອງຖິ່ນສາມາດຮ່ວມກັນນຳໃຊ້, ເຊື່ອມໂຍງ ແລະ ແບ່ງປັນຂໍ້ມູນ.

ຈຳເປັນຕ້ອງເພີ່ມທະວີການບຳລຸງສ້າງຖັນແຖວພະນັກງານການຕ່າງປະເທດປະຊາຊົນ ຕາມທິດເປັນມືອາຊີບ, ທັນສະໄໝ; ຈັດບັນດາຫຼັກສູດຝຶກອົບຮົມສະເພາະດ້ານ ກ່ຽວກັບການທູດສາທາລະນະ, ການຂົນຂວາຍການຊ່ວຍເຫຼືອ, ການສື່ສານສາກົນ, ການບໍລິຫານໂຄງການ, ທັກສະການເຈລະຈາ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ.

ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ
ບັນດາຜູ້ແທນ ຖ່າຍຮູບຮ່ວມກັບນັກຮຽນເຂດ ເຕິນລົກ, ນະຄອນເກິ່ນເທີ ໃນພິທີເປີດໂຄງການ “ເພື່ອການພັດທະນາຮອບດ້ານຂອງເດັກນ້ອຍທີ່ມີສະພາບການຫຍຸ້ງຍາກໃນບັນດາສະຖານສຶກສາ”, ວັນທີ 31/3/2026.

ຄົນແມ່ນປັດໄຈຕັດສິນ. ຖັນແຖວພະນັກງານການຕ່າງປະເທດປະຊາຊົນ ຕ້ອງມີທັດສະນະຫຼັກໝັ້ນທາງການເມືອງອັນໜັກແໜ້ນ, ຄວາມສາມາດໃນການເຊື່ອມໂຍງ, ພາສາຕ່າງປະເທດ ແລະ ທັກສະໃນການເຊື່ອມຕໍ່ສາກົນ. ການນຳໃຊ້ການຫັນປ່ຽນດິຈິຕອນ, ການສື່ສານດິຈິຕອນ ແລະ ປັນຍາປະດິດ ກໍຈຳເປັນຕ້ອງໄດ້ຮັບການເພີ່ມທະວີ ໃນການຈັດກິດຈະກຳ, ຄຸ້ມຄອງຄູ່ຮ່ວມ, ໂຄສະນາພາບພົດ ແລະ ເຊື່ອມໂຍງແຫຼ່ງກຳລັງສາກົນ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງສືບຕໍ່ສົ່ງເສີມບົດບາດໃນການປະສານງານ, ເຊື່ອມໂຍງບັນດາທ້ອງຖິ່ນກັບອົງການຕາງໜ້າການທູດ, ອົງການສາກົນ, ສະມາຄົມວິສາຫະກິດຕ່າງປະເທດ ແລະ ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນເປີດກວ້າງສາຍພົວພັນຮ່ວມມື.

ພວກເຮົາຍັງສະເໜີໃຫ້ສ້າງບັນດາໂຄງການປະສານສົມທົບລະຫວ່າງພາກພື້ນ ລະຫວ່າງບັນດາສະຫະພັນຢູ່ທ້ອງຖິ່ນ ເພື່ອແບ່ງປັນປະສົບການ, ຈັດບັນດາກິດຈະກຳມິດຕະພາບຂະໜາດໃຫຍ່, ເພີ່ມທະວີການເຊື່ອມໂຍງ ແລະ ການແຜ່ຂະຫຍາຍ.

ພາຍຫຼັງເກິ່ນເທີ, ເຮົ້າຢາງ ແລະ ຊອກຈັງ ໄດ້ໂຮມເຂົ້າເປັນໜ່ວຍບໍລິຫານໃໝ່, ນະຄອນເກິ່ນເທີມີພື້ນທີ່ພັດທະນາກວ້າງຂວາງຂຶ້ນ; ຂະໜາດປະຊາກອນ, ເນື້ອທີ່ ແລະ ສາຍພົວພັນການຕ່າງປະເທດ ໄດ້ຮັບການເປີດກວ້າງ. ການກະທັດລັດກົງຈັກ ແລະ ການນຳບັນດາສະມາຄົມມະຫາຊົນທີ່ພັກ, ລັດ ມອບໝາຍໜ້າທີ່, ໃນນັ້ນມີສະຫະພັນບັນດາອົງການມິດຕະພາບຫວຽດນາມ, ເຂົ້າຢູ່ພາຍໃຕ້ຫຼັງຄາດຽວກັນຂອງແນວໂຮມແຫ່ງຊາດ ແມ່ນເງື່ອນໄຂສະດວກເພື່ອສົ່ງເສີມກຳລັງແຮງລວມໃນການຂົນຂວາຍປະຊາຊົນ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວຊາດ ແລະ ເປີດກວ້າງການຮ່ວມມືສາກົນ.

ເກິ່ນເທີ ປາດຖະໜາສືບຕໍ່ໄດ້ຮັບການສະໜັບສະໜູນໃນການເຊື່ອມໂຍງຄູ່ຮ່ວມສາກົນ, ແນະນຳແຫຼ່ງການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ ແລະ ຈັດບັນດາເວທີປາໄສສາກົນກ່ຽວກັບການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ກະສິກຳສີຂຽວ, ເສດຖະກິດໝູນວຽນ ແລະ ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຊີ.

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ
ຍສໝ -​ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ສົ່ງຈົດໝາຍຊົມເຊີຍ. ໃນຈົດໝາຍ, ສະມາຄົມໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພ້ອມທັງປາດຖະໜາໃຫ້ສອງຝ່າຍສືບຕໍ່ຈັດບັນດາໂຄງການແລກປ່ຽນ, ສ້າງຂົວເຊື່ອມການຮ່ວມມື ຫວຽດນາມ - ຈີນ ເພີ່ມຕື່ມ.
ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1 ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1
ຍສໝ - ດ້ວຍຄວາມຕັ້ງໃຈ ແລະ ແນວຄິດຂອງຕົນ, ບັນດານັກວິຊາການ, ຜູ້ອາວຸໂສ, ນັກທຸລະກິດ, ນັກທ່ອງທ່ຽວ, ນັກສິລະປິນ, ຊາວໜຸ່ມ, ຊາວຫວຽດນາມຢູ່ຕ່າງປະເທດ... ຕະຫຼອດຮອດບັນດານັກການທູດພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳເຫັນ, ສະແດງຄວາມປາດຖະໜາຕໍ່ກອງປະຊຸມໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ