| ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ |
![]() |
| ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບຫຼຽນໄຊແຮງງານ ຊັ້ນໜຶ່ງ ໃນພິທີລະນຶກ 75 ປີ ວັນປະເພນີ, ວັນທີ 17/11/2025 ຢູ່ຮ່າໂນ້ຍ. |
ກອງປະຊຸມໃຫຍ່ຄາດວ່າຈະມີປະມານ 600 ຜູ້ແທນ ແລະ ແຂກຖືກເຊີນ. ຜູ້ແທນປະກອບມີຜູ້ຕາງໜ້າຈາກອົງການສະຫະພັນ, ບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ. ແຂກຖືກເຊີນປະກອບມີຜູ້ຕາງໜ້າການນຳພັກ, ລັດ, ແນວໂຮມແຫ່ງຊາດຫວຽດນາມ; ບັນດາຄະນະ, ກະຊວງ, ຂະແໜງການ; ບັນດາອົງການການທູດ, ອົງການສາກົນ ແລະ ບັນດາຄູ່ຮ່ວມຂອງສະຫະພັນ.
ກອງປະຊຸມໃຫຍ່ຈະສະຫຼຸບການປະຕິບັດມະຕິອາຍຸການທີ VI (2019-2026); ພິຈາລະນາຜົນສຳເລັດ, ສາເຫດ ແລະ ບົດຮຽນປະສົບການ; ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່ ແລະ ວິທີແກ້ໄຂ ສຳລັບອາຍຸການ 2026-2031. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຈະພິຈາລະນາບັນດາເອກະສານ, ເນື້ອໃນການດັດແກ້, ເພີ່ມເຕີມກົດລະບຽບ ແລະ ດຳເນີນວຽກງານບຸກຄະລາກອນສຳລັບອາຍຸການໃໝ່.
ຕາມຄະນະຈັດຕັ້ງ, ກອງປະຊຸມໃຫຍ່ຈະປຶກສາຫາລືກ່ຽວກັບບັນດາຄວາມຮຽກຮ້ອງໃນການສືບຕໍ່ປ່ຽນໃໝ່ຢ່າງຮອບດ້ານທັງເນື້ອໃນ ແລະ ຮູບແບບການເຄື່ອນໄຫວຂອງລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຂະຫຍາຍ ແລະ ເຮັດໃຫ້ສາຍພົວພັນກັບມິດສະຫາຍ, ຄູ່ຮ່ວມສາກົນ ເລິກເຊິ່ງຍິ່ງຂຶ້ນ; ເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ແລະ ຄູ່ຮ່ວມຕ່າງປະເທດ ກັບບັນດາພາກສ່ວນພາຍໃນປະເທດ; ຍົກສູງປະສິດທິຜົນການລະດົມ ແລະ ຄຸ້ມຄອງແຫຼ່ງກຳລັງສາກົນ.
ທິດທາງນີ້ ແມ່ນການສືບທອດບາດກ້າວປ່ຽນແປງທີ່ໄດ້ກໍ່ຮູບຂຶ້ນໃນອາຍຸການ 2019-2026.
ໃນອາຍຸການໃໝ່, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ຂະຫຍາຍສາຍພົວພັນກັບບັນດາອົງການປະຊາຊົນ, ອົງການ NGO, ວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ປັນຍາຊົນ ແລະ ຊາວໜຸ່ມ. ຄຽງຄູ່ກັບການພັດທະນາເຄືອຂ່າຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍັງຖືກກຳນົດທິດໃຫ້ເພີ່ມທະວີການເຊື່ອມຕໍ່ຄູ່ຮ່ວມຕ່າງປະເທດ ກັບບັນດາທ້ອງຖິ່ນ ແລະ ບັນດາພາກສ່ວນພາຍໃນປະເທດ.
![]() |
| ທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ພົບປະກັບບັນດາມິດສະຫາຍ ສ.ເກົາຫຼີ ຢູ່ Seoul ໃນວັນທີ 6/9/2026 ໃນໂຄງການທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະສານສົມທົບຈັດຕັ້ງ. |
ບັນດາຂົງເຂດຮ່ວມມືທີ່ຖືກຍົກຂຶ້ນ ປະກອບມີ ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ, ການເຕີບໂຕສີຂຽວ ແລະ ການແລກປ່ຽນລະຫວ່າງຄົນຮຸ່ນໜຸ່ມ.
ກອງປະຊຸມໃຫຍ່ຈະສະເໜີບັນດາຄາດໝາຍປະຈຳປີ ກ່ຽວກັບການພັດທະນາອົງການ ແລະ ບຸກຄົນຄູ່ຮ່ວມ; ການເຊື່ອມຕໍ່ບັນດາຄູ່ທ້ອງຖິ່ນ ແລະ ຄູ່ຮ່ວມຕ່າງປະເທດ ກັບບັນດາພາກສ່ວນພາຍໃນປະເທດ. ບາງເປົ້າໝາຍກ່ຽວກັບຖານຂໍ້ມູນນຳໃຊ້ຮ່ວມກັນ, ການບໍລິຫານເທິງແພລດຟອມດິຈິຕອນ ແລະ ຄວາມສາມາດດ້ານພາສາຕ່າງປະເທດຂອງພະນັກງານ ໄດ້ຖືກກຳນົດຕາມບັນດາໄລຍະເວລາທີ່ຈະແຈ້ງ.
3 ຂອດບຸກທະລຸ ຈະແມ່ນ ລະບຽບການ ແລະ ກົນໄກປະສານສົມທົບ; ການຫັນປ່ຽນດິຈິຕອນ ແລະ ການສ້າງຖານຂໍ້ມູນ; ການຍົກສູງຄຸນນະພາບຖັນແຖວພະນັກງານການຕ່າງປະເທດປະຊາຊົນ.
ຍສໝ - ສິ່ງໃດທີ່ສ້າງຄວາມດຶງດູດໃຫ້ແກ່ທ້ອງຖິ່ນໜຶ່ງໃນສາຍຕາຂອງມິດສະຫາຍສາກົນ? ສຳລັບສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ, ສິ່ງນັ້ນບໍ່ພຽງແຕ່ແມ່ນບັນດາໂຄງການແລກປ່ຽນ, ແຕ່ຍັງແມ່ນຄວາມສາມາດໃນການເລົ່າເລື່ອງກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ວັດທະນະທຳ ຜ່ານບັນດາປະສົບການອັນແທ້ຈິງ, ຈາກນັ້ນ ຫັນອັດຕະລັກຂອງທ້ອງຖິ່ນໃຫ້ກາຍເປັນຈຸດແຂງໃນກິດຈະກຳການຕ່າງປະເທດປະຊາຊົນ. |
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ. |
ຄຳສີ

