
ເດືອນຕຸລາ ປີ 1992, ຂ້າພະເຈົ້ານອນຢູ່ໃຕ້ມຸ້ງກັນຍຸງໃນຫ້ອງພັກໂຮງແຮມທີ່ຮຽບງ່າຍແຫ່ງໜຶ່ງຢູ່ເຂດຖະໜົນເກົ່າຂອງຮ່າໂນ້ຍ, ພະຍາຍາມຟັງ ແລະ ເຂົ້າໃຈສຽງຕ່າງໆທີ່ດັງແວ່ວເຂົ້າມາຈາກຂ້າງນອກ. ເປັນບາງຄັ້ງ, ສຽງແກລົດຈັກຄືກັບກຳລັງແຂ່ງກັນກັບສຽງກະດິ່ງລົດຖີບ. ສຽງໝໍ້, ກະທະ ແລະ ເຄື່ອງຄົວດັງກະທົບກັນ ປະສານກັບສຽງເວົ້າພາສາຫວຽດນາມທີ່ມີຈັງຫວະສູງຕ່ຳສະຫຼັບກັນ - ບາງຄັ້ງເປັນພຽງການສົນທະນາທົ່ວໄປ, ແຕ່ສ່ວນຫຼາຍແມ່ນສຽງເອີ້ນອັນດັງກັງວານ ຄືກັບວ່າຕ້ອງການໃຫ້ຄົນທັງຖະໜົນໄດ້ຍິນ. ຢູ່ເທິງຫົວຂອງຂ້າພະເຈົ້າ, ພັດລົມເພດານໝຸນຊ້າໆພ້ອມກັບສັ່ນໄຫວໄປມາ, ສົ່ງສຽງ “ວູ່… ວູ່… ວູ່…” ຢ່າງສະໝ່ຳສະເໝີ, ຄ່ອຍໆນຳພາຂ້າພະເຈົ້າເຂົ້າສູ່ສະພາບຄ້າຍກັບຖືກສະກົດ.
ເຫື່ອຕິດແໜ້ນຢູ່ຕາມຮ່າງກາຍຂອງຂ້າພະເຈົ້າ ຄືກັບຜິວໜັງຊັ້ນທີສອງ.
ຂ້າພະເຈົ້າລືມຕາຂຶ້ນ. ຜ່ານຊັ້ນມຸ້ງ, ຂ້າພະເຈົ້າເຫັນພັດລົມແບບລາງໆ ແລະ ເບື້ອງຫຼັງຂອງມັນຄືມື້ເຕັມມື້ທຳອິດຢູ່ຮ່າໂນ້ຍທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ກຳລັງລໍຖ້າຂ້າພະເຈົ້າຢູ່. ຂ້າງນອກ, ນະຄອນກຳລັງຕື່ນຂຶ້ນດ້ວຍພະລັງງານທີ່ແຜ່ຊ່ານອອກມາຈົນບໍ່ອາດຕ້ານທານໄດ້. ນີ້ແມ່ນນະຄອນທີ່ກຳລັງກ້າວອອກຈາກຊຸມປີແຫ່ງການແຍກຕົວ, ເລີ່ມເປີດປະຕູສູ່ໂລກ ໃນຂະບວນການປ່ຽນແປງໃໝ່. ຂ້າພະເຈົ້າຮູ້ສຶກວ່າຕົນເອງໂຊກດີ ແລະ ຕື່ນເຕັ້ນຫຼາຍທີ່ໄດ້ມາຢູ່ບ່ອນນີ້.
ຂ້າພະເຈົ້າລົງຈາກຕຽງ, ຍ່າງຜ່ານພື້ນກະເບື້ອງທີ່ສີໄດ້ຈາງລົງຕາມການເວລາ ແລ້ວເປີດປະຕູບານເກັດໄມ້ທີ່ທາສີຂຽວ.

ຂ້າພະເຈົ້າກ້າວອອກໄປທີ່ລະບຽງ.
ຢູ່ດ້ານລຸ່ມ, ໃນຊອຍນັ້ນ, ບັນດາຄົນທີ່ນັ່ງຢູ່ຕາມຮ້ານອາຫານ ແລະ ແຜງຂາຍຂອງທີ່ແອອັດເຕັມທາງ ຈູ່ໆກໍຮ້ອງ “ໂອ້” ຂຶ້ນພ້ອມກັນ. ຫົວຫຼາຍຫົວໂຜ່ອອກມາຈາກໃຕ້ຜ້າໃບເກົ່າໆ. ຄົນຂີ່ລົດຖີບຢຸດລົດ. ແມ່ເຖົ້າທີ່ກຳລັງຫາບຂອງໜັກດ້ວຍໄມ້ຄານຢູ່ເທິງບ່າກໍຢຸດຢືນຢູ່ກາງທາງ. ໄມ້ຖູ່ທີ່ກຳລັງຄີບອາຫານກໍຄ້າງຢູ່ເໜືອຖ້ວຍເຝີທີ່ຄວັນຮ້ອນກຳລັງລອຍຂຶ້ນ.
ຈາກນັ້ນ, ນິ້ວມືຕ່າງໆກໍເລີ່ມຊີ້ມາ, ສຽງຫົວດັງຂຶ້ນ ພ້ອມກັບສຽງຊຸບຊິບອັນຕື່ນເຕັ້ນ. ຕ້ອງໃຊ້ເວລາຢູ່ຄູ່ໜຶ່ງ ຂ້າພະເຈົ້າຈຶ່ງຕົກໃຈຮູ້ເຖິງຄວາມຈິງ. ຂ້າພະເຈົ້າກຳລັງເປືອຍກາຍ. ຮ່າງກາຍຂາວຊີດຂອງຊາວເອີຣົບຄົນໜຶ່ງຄືຂ້າພະເຈົ້າ ກຳລັງປາກົດຢູ່ໃຕ້ແສງແດດອົບອຸ່ນໃນຍາມເຊົ້າ ແລະ ກາຍເປັນພາບບັນເທີງໃຫ້ເກືອບທຸກຄົນໃນຊອຍ. ດ້ວຍຄວາມຕົກໃຈ, ຂ້າພະເຈົ້າຟ້າວຖອຍກັບເຂົ້າຫ້ອງ, ນັ່ງຟຸບລົງທີ່ຂອບຕຽງ, ເອົາສອງມືກຸມຫົວ ແລະ ລໍຖ້າໃຫ້ຄວາມພາກພູມໃຈຂອງຕົນເອງກັບຄືນມາ. ໃນເວລານັ້ນເອງ ຂ້າພະເຈົ້າຈຶ່ງຮູ້ວ່າ: ຮ່າໂນ້ຍໄດ້ຕ້ອນຮັບຂ້າພະເຈົ້າຢ່າງເຕັມທີ່ແລ້ວ - ແລະ ພ້ອມກັນນັ້ນກໍເຮັດໃຫ້ຂ້າພະເຈົ້າເປືອຍກາຍຢ່າງໝົດຈົດ. ນັ້ນແມ່ນການເລີ່ມຕົ້ນກັບຮ່າໂນ້ຍທີ່ພິເສດແທ້ໆສຳລັບຂ້າພະເຈົ້າ.

ໃນມື້ກ່ອນໜ້ານັ້ນ, ການເດີນທາງຈາກສະໜາມບິນ ໂນ້ຍບ່າຍ ເຂົ້າສູ່ຮ່າໂນ້ຍຂອງຂ້າພະເຈົ້າ ທັງຕື່ນເຕັ້ນ, ທັງໜ້າຢ້ານ ແລະ ກໍໃຫ້ຄວາມຮູ້ສຶກຄ້າຍກັບຄວາມຝັນ. ຄົນຂັບລົດເກືອບຈະວາງນິ້ວໄວ້ເທິງແກສຽງຕະຫຼອດເວລາ, ບັງຄັບພວງມາໄລຫຼົບຫຼີກລົດຖີບ, ລົດງົວ, ລົດເມນ້ອຍທີ່ໂຄງເຄງໄປມາ, ລົດບັນທຸກທີ່ພົ່ນຄວັນໜາທຶບ ແລະ ກຸ່ມຄົນຍ່າງທີ່ເດີນເຕັມແຖວ. ໄກ່, ເປັດ ຖືກຫ້ອຍກັບຫົວລົງຢູ່ເທິງແຮນລົດຖີບ. ບັນດາແມ່ຍິງຫາບກະຕ່າໃຫຍ່ໂຕດ້ວຍຄານໄມ້ໄຜ່. ຖະໜົນຫົນທາງເບິ່ງຄືກັບເປັນຂອງທຸກຄົນ, ແຕ່ກໍຄືບໍ່ໄດ້ເປັນຂອງໃຜໂດຍແທ້.
ແຕ່ດ້ວຍວິທີໃດວິທີໜຶ່ງ, ຄວາມສັບສົນວຸ້ນວາຍນັ້ນກໍຍັງດຳເນີນໄປໄດ້.
ເມື່ອເຂົ້າໄປຮອດຮ່າໂນ້ຍ, ພວກເຮົາໄດ້ຂ້າມແມ່ນ້ຳແດງ. ຂົວ ລອງບຽນ ປາກົດຂຶ້ນຢູ່ບໍ່ໄກ, ເປັນຮ່ອງຮອຍເຫຼັກກ້າຂອງຍຸກສະໄໝໜຶ່ງໃນອະດີດ. ເສັ້ນທາງຄ່ອຍໆລາດລົງ ແລ້ວຫຼອມເຂົ້າກັບກະແສການສັນຈອນທີ່ຖ້າຕາມກົດຈະລາຈອນທົ່ວໄປແລ້ວ ເບິ່ງຄືວ່າຄົງຈະບໍ່ມີທາງເຄື່ອນຜ່ານໄດ້. ແຕ່ວ່າ, ຂະບວນລົດຖີບ, ລົດຈັກ ແລະ ຄົນຍ່າງ ກໍຍັງສອດປະສານຫຼອດຜ່ານກັນໄປມາໄດ້ຢ່າງກົມກຽວ, ຄ້າຍກັບວ່າທຸກຄົນລ້ວນມີສັນຊາດຕະຍານຮ່ວມກັນ.
ຂ້າພະເຈົ້າມາຮອດບ່ອນນີ້ເພື່ອຖ່າຍຮູບປະເທດໜຶ່ງທີ່ກຳລັງປ່ຽນແປງ, ແຕ່ໃນເວລານັ້ນ ຂ້າພະເຈົ້າຍັງບໍ່ອາດເຂົ້າໃຈໄດ້ວ່າ ຫວຽດນາມໃນວັນໜຶ່ງກໍຈະປ່ຽນແປງຕົວຂ້າພະເຈົ້າເຊັ່ນກັນ.
ໃນໄລຍະ 3 ເດືອນເຄິ່ງຕໍ່ຈາກນັ້ນ, ຂ້າພະເຈົ້າໄດ້ເດີນທາງຜ່ານບັນດາເຂດທົ່ງພຽງ ແລະ ພູດອຍ, ໄປຍັງບັນດານະຄອນ, ບ້ານນອກ, ໂຮງງານ, ເຂດຊາຍແດນ, ໂຮງຮຽນ ແລະ ໂຮງໝໍ. ບໍ່ວ່າຢູ່ໃສ ຂ້າພະເຈົ້າກໍໄດ້ຮັບການຕ້ອນຮັບດ້ວຍຄວາມມີນ້ຳໃຈອັນໜ້າປະທັບໃຈຢ່າງຫາຍາກ. ຂ້າພະເຈົ້າມາຮອດໃນຖານະຄົນແປກໜ້າ, ແຕ່ດ້ວຍວິທີໃດວິທີໜຶ່ງ, ໃນເວລາຈາກໄປ ຂ້າພະເຈົ້າກໍໄດ້ກາຍເປັນໝູ່ເພື່ອນຂອງພວກເຂົາແລ້ວ.

ຜູ້ຄົນມັກເອີ້ນຂ້າພະເຈົ້າວ່າ “ສະຫະພາບໂຊວຽດ”, ອາດຈະເພາະຄິດວ່າຂ້າພະເຈົ້າເປັນຄົນຣັດເຊຍ. ແມ່ນແຕ່ຢູ່ໃຈກາງຮ່າໂນ້ຍ, ຂ້າພະເຈົ້າກໍຍັງເປັນພາບທີ່ແປກຕາ. ແຕ່ຂ້າພະເຈົ້າກໍຮູ້ໄດ້ຢ່າງໄວວ່າ ຄວາມແຕກຕ່າງດ້ານພາສາບໍ່ອາດຂວາງກັ້ນມິດຕະພາບໄດ້. ຂ້າພະເຈົ້າຖືກເຊີນເຂົ້າໄປໃນເຮືອນທີ່ຮຽບງ່າຍ, ໄດ້ຮັບເຊີນດື່ມຊາ ແລະ ສູບຢາ, ຂະນະທີ່ທຸກຄົນຍິ້ມ ແລະ ນັ່ງເບິ່ງຂ້າພະເຈົ້າຢູ່ແນວນັ້ນ.

ເຫດການແບບນັ້ນເກີດຂຶ້ນຊ້ຳແລ້ວຊ້ຳອີກ - ແລະ ຈົນເຖິງທຸກມື້ນີ້ກໍຍັງເປັນແນວນັ້ນ. ມິດຕະພາບ, ນ້ຳໃຈຕ້ອນຮັບ ແລະ ຄວາມໃຈກວ້າງ ຖືກວາງໄວ້ກ່ອນສິ່ງອື່ນສະເໝີ: ຮອຍຍິ້ມແທນການຂົມວດຄິ້ວ, ການໂອບກອດ ແລະ ສຽງຫົວທີ່ດັງກັງວານ. ມັນຊ່າງງົດງາມແທ້ໆ.
ຍິ່ງເດີນທາງຫຼາຍ, ຂ້າພະເຈົ້າຍິ່ງເຂົ້າໃຈວ່າ ຮູບຖ່າຍຂອງຂ້າພະເຈົ້າຄົງບໍ່ມີວັນສາມາດເລົ່າເລື່ອງຫວຽດນາມໄດ້ທັງໝົດ. ຂ້າພະເຈົ້າຖ່າຍຮູບຖະໜົນຫົນທາງ, ຕະຫຼາດ, ອາຄານເກົ່າ, ຄົນເຮັດວຽກ ແລະ ບັນດາໃບໜ້າທີ່ຫັນມາຫາເລນກ້ອງຂອງຂ້າພະເຈົ້າ ດ້ວຍຄວາມສົນໃຈ, ຄວາມມ່ວນຊື່ນ, ຄວາມລະວັງ ຫຼື ຄວາມບໍ່ໃສ່ໃຈ. ແຕ່ຊ່ວງເວລາທີ່ຝັງແໜ້ນຢູ່ໃນໃຈຂ້າພະເຈົ້າຫຼາຍທີ່ສຸດ ກັບເປັນສິ່ງທີ່ຂ້າພະເຈົ້າບໍ່ສາມາດຖ່າຍເກັບໄວ້ໄດ້: ສຽງຫົວ, ຄວາມເມດຕາຂອງຄົນແປກໜ້າ ແລະ ສັກສີອັນງຽບສະຫງົບຂອງຜູ້ຄົນທີ່ພະຍາຍາມຫາທາງດຳລົງຊີວິດດ້ວຍຕົນເອງ ທ່າມກາງອະນາຄົດທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ.
ຮຸ່ງ, ຄົນຂັບລົດສາມລໍ້ຖີບທີ່ຂ້າພະເຈົ້າພົບໃນມື້ທຳອິດ, ໄວໆນີ້ກໍເບິ່ງຂ້າພະເຈົ້າເປັນແຫຼ່ງລາຍຮັບສ່ວນຕົວຂອງລາວ ແລະ ຕໍ່ມາກໍກາຍເປັນສ່ວນໜຶ່ງຂອງ “ບົດຮຽນເບື້ອງຕົ້ນ” ກ່ຽວກັບຫວຽດນາມຂອງຂ້າພະເຈົ້າ. ລາວເຄີຍເປັນທະຫານເກົ່າ, ມີຊີວິດທຸກຍາກ ແລະ ຊຸດສີຂຽວໝາກກອກຂອງລາວກໍເຂັ້ມຂຶ້ນດ້ວຍເຫື່ອ, ມີທັງບ່ອນປະ ແລະ ບ່ອນຂາດ. ລາວປາກົດຕົວຢູ່ທຸກບ່ອນ - ຢູ່ໜ້າໂຮງແຮມ, ຢູ່ໃຕ້ລະບຽງ ແລະ ຢູ່ຕາມຖະໜົນ - ພ້ອມຮອຍຍິ້ມກວ້າງ ແລະ ໂບກມືໃຫ້ຂ້າພະເຈົ້າຢູ່ສະເໝີ ຄືກັບວ່າພວກເຮົາເປັນໝູ່ເກົ່າກັນມາດົນແລ້ວ.
ໃນຕອນທຳອິດ, ຂ້າພະເຈົ້າພະຍາຍາມຫຼີກລ້ຽງລາວ. ແຕ່ຮ່າໂນ້ຍໃນເວລານັ້ນນ້ອຍເກີນໄປ, ຫຼື ບໍ່ກໍ ຮຸ່ງ ມີຄວາມມຸ່ງໝັ້ນເກີນໄປ. ໃນທີ່ສຸດ, ຂ້າພະເຈົ້າກໍຕ້ອງຍອມແພ້.
ລາວເຈົ້າເລ່, ດື້ດຶງ ແລະ ມີສະເໜ່ຈົນບໍ່ອາດບໍ່ຮັກແພງໄດ້.

ນັບຈາກນັ້ນມາ, ຜ່ານຮູບຖ່າຍນັບໝື່ນຮູບທີ່ຂ້າພະເຈົ້າໄດ້ຖ່າຍ, ເຈົ້າໄດ້ມອບວິທີໜຶ່ງໃນການເບິ່ງໂລກໃຫ້ຂ້າພະເຈົ້າ. ເຈົ້າສອນໃຫ້ຂ້າພະເຈົ້າເບິ່ງໄກກວ່າຂອບຂອງຮູບ, ລະມັດລະວັງຕໍ່ບັນດາເລື່ອງລາວທີ່ງ່າຍດາຍເກີນໄປ ແລະ ເຂົ້າໃຈວ່າ ຮູບຖ່າຍໜຶ່ງຮູບບໍ່ແມ່ນສິ່ງທີ່ເຮົາຈະຄອບຄອງໄດ້. ມັນແມ່ນຊ່ວງເວລາໜຶ່ງທີ່ຜູ້ອື່ນມອບຝາກໄວ້ໃຫ້ເຮົາ.
ເຈົ້າຍັງສອນຂ້າພະເຈົ້າວ່າ ປະຫວັດສາດບໍ່ໄດ້ຢູ່ພຽງໃນບັນດາຮ່ອງຮອຍປະຫວັດສາດ ຫຼື ຫໍພິພິທະພັນ. ປະຫວັດສາດດຳລົງຢູ່ໃນບັນດາຄອບຄົວ, ຖະໜົນຫົນທາງ ແລະ ໃນການເລືອກຂອງມະນຸດວ່າ ສິ່ງໃດຄວນຖືກຮັກສາໄວ້, ສິ່ງໃດຄວນປ່ອຍໃຫ້ລືມ ແລະ ສິ່ງໃດຄວນສົ່ງຕໍ່ໃຫ້ຄົນຮຸ່ນຫຼັງ. ປະຫວັດສາດປາກົດຢູ່ໃນສິ່ງເກົ່າ ແລະ ສິ່ງໃໝ່ທີ່ຢູ່ຮ່ວມກັນໃນຮູບດຽວ: ບັນດາເຮືອນວິນລາແບບຝຣັ່ງ ແລະ ຂົວໃນຍຸກໂຊວຽດ, ລົດຖີບ ແລະ ລົດຈັກ, ໂຮງແຮມເກົ່າໆ ແລະ ວິສາຫະກິດທີ່ເຕັມໄປດ້ວຍຄວາມທະເຍີທະຍານ, ອາຫານຄອບຄົວແບບດັ້ງເດີມ ແລະ ໂອກາດທີ່ຍັງບໍ່ຮູ້ວ່າຈະນຳພາໄປສູ່ຫຍັງ.
ຫວຽດນາມ, ເຈົ້າບໍ່ແມ່ນຮູບຖ່າຍທີ່ຢຸດນິ່ງ.
ເຈົ້າແມ່ນການເຄື່ອນໄຫວ, ສຽງອຶກກະທຶກ, ຄວາມຂັດແຍ້ງ ແລະ ສິ່ງທີ່ບໍ່ຄາດຄິດ. ເຈົ້າແມ່ນພັດລົມທີ່ໝຸນຢູ່ເໜືອມຸ້ງກັນຍຸງ, ແມ່ນສຽງກະດິ່ງລົດສາມລໍ້ຖີບທ່າມກາງກະແສລົດລາ, ແມ່ນຈອກເບຍທີ່ແບ່ງປັນກັບຄົນແປກໜ້າ - ແລະ ບາງທີອາດລວມເຖິງຖ້ວຍເລືອດໄກ່ດິບໃນງານແຕ່ງດອງ. ເຈົ້າແມ່ນປະເທດໜຶ່ງທີ່ບໍ່ເຄີຍປ່ອຍໃຫ້ຂ້າພະເຈົ້າຢືນຢູ່ຂ້າງນອກແລ້ວພຽງແຕ່ເບິ່ງ. ເຈົ້າມັກຈະຢາກໃຫ້ຂ້າພະເຈົ້າກ້າວເຂົ້າໄປ ແລະ ກາຍເປັນສ່ວນໜຶ່ງຂອງເລື່ອງລາວ.

ໃນບັນດາປີມໍ່ໆມານີ້, ຂ້າພະເຈົ້າເລີ່ມຕັ້ງຄຳຖາມກັບຕົນເອງວ່າ ບັນດາຄົນທີ່ເຄີຍປະຕິບັດຕໍ່ຂ້າພະເຈົ້າຢ່າງດີໃນຊຸມວັນທຳອິດເຫຼົ່ານັ້ນ ບັດນີ້ກຳລັງຢູ່ໃສ. ໃນປີ 2022, ຂ້າພະເຈົ້າອອກເດີນທາງເພື່ອຕາມຫາບາງຄົນໃນຈຳນວນພວກເຂົາອີກຄັ້ງ. ຕະຫຼອດ 4 ປີຜ່ານມາ, ຂ້າພະເຈົ້າໄດ້ເດີນທາງຜ່ານເຂດ ໄຕງວຽນ, ບັນດາແຂວງພາກເໜືອ, ເຂດທົ່ງພຽງແມ່ນ້ຳແດງ ແລະ ກວີເຍີນ, ເພື່ອຕາມພົບບັນດາຄົນທີ່ຂ້າພະເຈົ້າເຄີຍຮູ້ຈັກເມື່ອຫຼາຍປີກ່ອນ.
ພວກເຂົາຍັງຢູ່ທີ່ນັ້ນ.
ອີກຄັ້ງໜຶ່ງ, ຫຼັງຈາກຜ່ານໄປກວ່າ 3 ທົດສະວັດ, ພວກເຂົາໄດ້ເປີດປະຕູຕ້ອນຮັບໃຫ້ຂ້າພະເຈົ້າກັບເຂົ້າສູ່ຊີວິດຂອງພວກເຂົາອີກຄັ້ງ, ເຮັດໃຫ້ຂ້າພະເຈົ້າອີກຄັ້ງໜຶ່ງຕ້ອງກົ້ມຫົວຕໍ່ຫນ້າຄວາມມີນ້ຳໃຈຕ້ອນຮັບຂອງພວກເຂົາ ແລະ ຮັບເອົາຄວາມສຸກຈາກສຽງຫົວຂອງພວກເຂົາ.

“ພວກເຮົາທຸກຄົນແມ່ນກຳມະກອນບໍ່ແຮ່!”
ໃນປີ 2025, ທ່ານ ດ໊າວ ມີອາຍຸຫຼາຍກວ່າ 70 ປີແລ້ວ, ແຕ່ພວກເຮົາກໍຍັງກັບຄືນໄປເຂດບໍ່ແຮ່ນຳກັນ. ບໍ່ແຮ່ຍັງຄົງດຳເນີນງານ, ແມ່ນແຕ່ຂະໜາດຈະນ້ອຍລົງຫຼາຍແລ້ວກໍຕາມ. ອີກຄັ້ງໜຶ່ງ, ຄະນະນຳຂອງບໍ່ແຮ່ໄດ້ເຊີນພວກເຮົາຮ່ວມຮັບປະທານອາຫານ. ຂ້າພະເຈົ້າ ແລະ ທ່ານ ດ໊າວ ໂອບກອດກັນ, ແລ້ວຮ່ວມກັນຍົກຈອກຂຶ້ນ:
“ພວກເຮົາທຸກຄົນແມ່ນກຳມະກອນບໍ່ແຮ່!”
ມີຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປແລ້ວ, ແຕ່ໃນຫຼາຍໆດ້ານ ມັນກັບຄ້າຍຄືບໍ່ມີຫຍັງປ່ຽນແປງ.
ຈິດໃຈຂອງຫວຽດນາມທີ່ບໍ່ຍອມຈຳນົນ, ອົດທົນພາກພຽນ ແລະ ເຕັມໄປດ້ວຍຄວາມມອງໂລກໃນແງ່ດີນັ້ນ ຍັງຄົງຢູ່ຢ່າງເຕັມປ່ຽມ.
ຂອບໃຈຫວຽດນາມ ທີ່ຕ້ອນຮັບຂ້າພະເຈົ້າດ້ວຍສຽງຫົວ.
ແລະ ຂອບໃຈເຈົ້າທີ່ໄດ້ສອນຂ້າພະເຈົ້າວ່າ: ບາງຄັ້ງ, ວິທີທີ່ດີທີ່ສຸດໃນການເລີ່ມມອງເບິ່ງປະເທດໜຶ່ງ ແມ່ນການຍອມຮັບວ່າ ນັບແຕ່ຕົ້ນ, ປະເທດນັ້ນຕ່າງຫາກທີ່ໄດ້ເຫັນເຈົ້າກ່ອນ.
ດ້ວຍຄວາມຮັກແພງ,
Andy Soloman.
