ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ

20:52 | 09/09/2026

ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ກ່ຽວກັບສາຍພົວພັນປະຊາຊົນ ຫວຽດນາມ - ກູບາ.

[Infographic] ສ້າງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຄົບຊຸດ, ກະທັດລັດ, ເຂັ້ມແຂງ ຈາກ “ການຮັບການຊ່ວຍເຫຼືອ” ສູ່ “ການສ້າງສັນການຮ່ວມມືເພື່ອການພັດທະນາ”
ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ
ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ.

ທ່ານກ່າວວ່າ: ພະລັງຊີວິດອັນຍືນຍົງ ແລະ ຄວາມຄົງຢູ່ຕະຫຼອດໄປຂອງສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ກູບາ ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມຄ້າຍຄືກັນຢ່າງສູງດ້ານອຸດົມການ ໃນການຕໍ່ສູ້ເພື່ອເອກະລາດ, ປົດປ່ອຍຊາດ ແລະ ສ້າງສັງຄົມນິຍົມຂອງສອງຊາດ. ສາຍພົວພັນມິດຕະພາບນັ້ນ ຍັງໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ທີ່ປະທານ ໂຮ່ຈິມິນ ແລະ ຜູ້ບັນຊາການສູງສຸດ Fidel Castro ໄດ້ວາງຮາກຖານໄວ້. ມໍລະດົກອັນລ້ຳຄ່ານັ້ນ ໄດ້ສືບຕໍ່ຮັບການຮັກສາ, ທະນຸຖະໜອມ ແລະ ເສີມສ້າງຈາກການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ. ສາຍພົວພັນມິດຕະພາບ ຫວຽດນາມ - ກູບາ ຍັງໄດ້ຮັບການຫຼໍ່ລ້ຽງດ້ວຍບັນດາການກະທຳທີ່ສະແດງເຖິງນ້ຳໃຈສາມັກຄີ ແລະ ການຊ່ວຍເຫຼືອອັນເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ຈິດໃຈດັ່ງກ່າວ ໄດ້ຮັບການຮັກສາ ແລະ ສົ່ງເສີມສະເໝີມາ ແມ່ນແຕ່ໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດ, ໂດຍບໍ່ຢ້ານກົວຕໍ່ການເສຍສະຫຼະ ຫຼື ຄວາມສ່ຽງ.

ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ
ທ່ານ Fidel Castro, ຜູ້ນຳກູບາ ຊູທຸງປະເພນີຂອງກອງ Khe Sanh, ກອງທັບປົດປ່ອຍ ຈີ້ທຽນ - ເຫ້ວ, ໃນການຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຢູ່ກວາງຈິ, ເດືອນ 9/1973.

- ຮຽນທ່ານເອກອັກຄະລັດຖະທູດ, ແນວທາງ ແລະ ນະໂຍບາຍພັດທະນາການທູດປະຊາຊົນຂອງສອງປະເທດ ຄວນເຮັດແນວໃດ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງສະພາບການປັດຈຸບັນ?

- ໂລກພວມຜ່ານໄລຍະທີ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຕ້ອງປະເຊີນກັບໄພອັນຕະລາຍຮ້າຍແຮງ. ເອກະລາດ, ອະທິປະໄຕ ແລະ ສິດຕັດສິນຊາຕາກຳດ້ວຍຕົນເອງຂອງບັນດາຊາດ ພວມປະເຊີນກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ. ໃນສະພາບການດັ່ງກ່າວ, ການທູດປະຊາຊົນ ແມ່ນປັດໄຈທີ່ສຳຄັນຫຼາຍ ເພື່ອສືບຕໍ່ປັບປຸງຄວາມໄວ້ວາງໃຈ ແລະ ເພີ່ມທະວີສາຍພົວພັນອັນແໜ້ນແຟ້ນລະຫວ່າງບັນດາຊາດ.

ສາຍພົວພັນລະຫວ່າງບັນດາພັກ, ລັດ ແລະ ລັດຖະບານ ໄດ້ຮັບການຫຼໍ່ລ້ຽງຈາກການແລກປ່ຽນລະຫວ່າງປະຊາຊົນ ພ້ອມກັບບັນດາກິດຈະກຳດ້ານວັດທະນະທຳ, ສັງຄົມ ໃນຫຼາຍຂົງເຂດ. ພ້ອມກັນນັ້ນ, ການຮັກສາ ແລະ ສົ່ງເສີມການເຊື່ອມໂຍງລະຫວ່າງບັນດາອົງການ, ສະມາຄົມມິດຕະພາບ, ທ້ອງຖິ່ນ ແລະ ຊຸມຊົນ ມີບົດບາດສຳຄັນໃນການເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງບັນດາປະເທດນັບມື້ນັບເລິກເຊິ່ງ.

ການທູດປະຊາຊົນຂອງສອງປະເທດເຮົາ ຕ້ອງປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ ເພື່ອເພີ່ມທະວີສາຍພົວພັນອັນແໜ້ນແຟ້ນລະຫວ່າງບັນດາຊາດ. ຜ່ານນັ້ນ, ປະຊາຊົນບັນດາປະເທດຈະມີໂອກາດຫຼາຍຂຶ້ນໃນການເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ເອກະລັກຂອງກັນ ແລະ ກັນ.

ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ
ທ່ານ ເລກວາງລອງ, ເອກອັກຄະລັດຖະທູດຫວຽດນາມປະຈຳກູບາ ຢ້ຽມຢາມໂຄງການຮ່ວມມື ຫວຽດນາມ - ກູບາ ເພື່ອພັດທະນາການຜະລິດເຂົ້າ ຢູ່ເມືອງ Calimete, ແຂວງ Matanzas (ກູບາ), ເດືອນ 6/2025.

ເມື່ອປະຊາຊົນບັນດາປະເທດ ເພີ່ມທະວີການແລກປ່ຽນ, ຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ວາງໃຈ ບົນພື້ນຖານຂອງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ການເຄົາລົບເຊິ່ງກັນ ແລະ ກັນ; ເມື່ອແຕ່ລະຊາດຮູ້ຈັກເຫັນອົກເຫັນໃຈ ແລະ ກະທຳເພື່ອຊາດອື່ນ ຄືກັບກະທຳເພື່ອຊາດຂອງຕົນເອງ, ສາຍພົວພັນລະຫວ່າງບັນດາປະເທດ ຈະໄດ້ຮັບການຍົກຂຶ້ນສູ່ລະດັບໃໝ່. ນັ້ນແມ່ນຄວາມໝາຍທາງຍຸດທະສາດຂອງການທູດປະຊາຊົນ.

- ຕາມທ່ານ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຄວນສົ່ງເສີມບົດບາດແນວໃດໃນໄລຍະຕໍ່ໜ້າ?

- ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຮັບໜ້າທີ່ອັນໃຫຍ່ຫຼວງ: ຮ່ວມເດີນທາງກັບປະຊາຊົນຫວຽດນາມ ໃນຂະບວນການປະຕິບັດບັນດາເປົ້າໝາຍທີ່ພັກ ແລະ ລັດ ໄດ້ວາງອອກສຳລັບໄລຍະຕໍ່ໜ້າ.

ພວກເຮົາເຊື່ອໝັ້ນວ່າ ການທູດປະຊາຊົນ ຈະສືບຕໍ່ສົ່ງເສີມບົດບາດເປັນເຈົ້າການ, ສ້າງສັນ, ຮ່ວມເດີນທາງກັບຂະບວນການເຊື່ອມໂຍງສາກົນ ແລະ ການພັດທະນາປະເທດໃນຍຸກໃໝ່. ຜ່ານນັ້ນ, ປະກອບສ່ວນຍົກສູງຖານະຂອງຫວຽດນາມ, ເຜີຍແຜ່ບັນດາຄຸນຄ່າທີ່ສ້າງຂຶ້ນຈາກປະຫວັດສາດອັນສະຫງ່າງາມ ແລະ ບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ, ມຸ່ງໄປສູ່ການຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

- ຕາມທ່ານ, ຄົນຮຸ່ນໜຸ່ມຫວຽດນາມ ແລະ ກູບາ ຄວນເຮັດຫຍັງ ເພື່ອສືບຕໍ່ສາຍພົວພັນມິດຕະພາບລະຫວ່າງສອງຊາດ?

- ສຳລັບຄົນຮຸ່ນໜຸ່ມຫວຽດນາມ ແລະ ກູບາ, ສາຍພົວພັນພິເສດ, ມິດຕະພາບດັ້ງເດີມ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ຕ້ອງສືບຕໍ່ເປັນຄວາມພາກພູມໃຈ ແລະ ເປັນຄວາມຮັບຜິດຊອບໃນການຮັກສາ, ສົ່ງເສີມ. ນັ້ນກໍແມ່ນວິທີສືບຕໍ່ມໍລະດົກອັນລ້ຳຄ່າທີ່ການນຳຮຸ່ນກ່ອນໄດ້ປະໄວ້.

ສິ່ງສຳຄັນ ແມ່ນຕ້ອງສືບຕໍ່ຂຽນໜ້າໃໝ່ໃນປະຫວັດສາດມິດຕະພາບ ຫວຽດນາມ - ກູບາ ດ້ວຍບັນດາຂໍ້ລິເລີ່ມຮ່ວມມືທີ່ເປັນຮູບປະທຳ, ສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂການພັດທະນາຂອງແຕ່ລະໄລຍະ.

ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ
ລາຍການຟ້ອນໝວກຫວຽດນາມ ຂອງນັກຮຽນໂຮງຮຽນປະຖົມ ຫວໍທິຖັ້ງ (La Habana) ໃນພິທີລະນຶກ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ກູບາ, ຈັດຂຶ້ນຢູ່ແຂວງ Mayabeque (ກູບາ), ວັນທີ 2/12/2025.

ຕາງໜ້າປະຊາຊົນກູບາ, ພວກຂ້າພະເຈົ້າຂໍສົ່ງຄຳທັກທາຍອັນສະໜິດສະໜົມ ແລະ ອົບອຸ່ນທີ່ສຸດ ພ້ອມດ້ວຍຄຳອວຍພອນອັນປະເສີດ ໄປຍັງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດ ແລະ ຂໍອວຍພອນໃຫ້ບັນດາສະຫາຍສຳເລັດຢ່າງດີເລີດໜ້າທີ່ອັນສູງສົ່ງ ໃນການສືບຕໍ່ຮັດແໜ້ນຍິ່ງຂຶ້ນສາຍພົວພັນລະຫວ່າງບັນດາຊາດ ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມຍຸຕິທຳທາງສັງຄົມ.

[Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ [Infographic] ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດປະຊາຊົນສອງຝ່າຍ
ຍສໝ - ຢູ່ຂັ້ນສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສ້າງສັນ, ສ້າງບັນດາກົນໄກແລກປ່ຽນສອງຝ່າຍຂະໜາດໃຫຍ່, ສົມທົບຢ່າງຄ່ອງຕົວລະຫວ່າງການປັບປຸງຄວາມໄວ້ວາງໃຈທາງການເມືອງ, ການສຶກສາປະເພນີມິດຕະພາບປະຊາຊົນ ກັບການເຊື່ອມໂຍງການຮ່ວມມືຢ່າງແທດຈິງ ໃນດ້ານເສດຖະກິດ, ການຫັນປ່ຽນດິຈິຕອນ, ການເຕີບໂຕສີຂຽວ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ. ຢູ່ຂັ້ນທ້ອງຖິ່ນ, ສະຫະພັນບັນດາອົງການມິດຕະພາບຂອງບັນດາແຂວງ, ນະຄອນ ໄດ້ເປັນເຈົ້າການຈັດບັນດາກິດຈະກຳມິດຕະພາບປະຈຳປີຢ່າງຕໍ່ເນື່ອງ ໂດຍມີເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ຫັນບັນດາກິດຈະກຳແລກປ່ຽນປະຊາຊົນຢູ່ຂັ້ນຮາກຖານ ໃຫ້ກາຍເປັນແຮງຊຸກຍູ້ທີ່ເປັນຮູບປະທຳ, ຮັບໃຊ້ໂດຍກົງຕໍ່ຄວາມຕ້ອງການດ້ານການເຊື່ອມໂຍງ, ດຶງດູດການລົງທຶນ ແລະ ດຶງດູດການຊ່ວຍເຫຼືອຂອງທ້ອງຖິ່ນເອງ.
[Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ [Infographic] ປະກອບສ່ວນສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ
ຍສໝ - ໃນໄລຍະຜ່ານມາ, ວຽກງານຄົ້ນຄວ້າ ແລະ ສະເໜີແນະຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີບາດກ້າວປ່ຽນແປງຢ່າງຈະແຈ້ງໃນດ້ານຄຸນນະພາບ, ນັບມື້ນັບຢືນຢັນບົດບາດເປັນພື້ນຖານສຳຄັນ ທີ່ຮັບໃຊ້ໂດຍກົງໃຫ້ແກ່ການສ້າງທິດທາງ, ຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດປະຊາຊົນ, ພ້ອມທັງເກາະຕິດຍິ່ງຂຶ້ນກັບຄວາມຮຽກຮ້ອງຂອງໜ້າທີ່ການເມືອງ - ການຕ່າງປະເທດຂອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ