| ນັກຮຽນ, ນັກສຶກສາ 529 ຄົນ ຢູ່ 5 ແຂວງ, ນະຄອນ ໄດ້ຮັບທຶນການສຶກສາ Vallet ປີ 2026 ການນຳເຂົ້າ - ສົ່ງອອກ 8 ເດືອນ ປີ 2026 ບັນລຸສະຖິຕິປະວັດສາດ 770 ຕື້ USD |
ນະຄອນ ອາຊາຮິກາວະ – ສູນກາງການທ່ອງທ່ຽວທີ່ມີຊື່ສຽງຂອງ ຮອກໄກໂດ ດ້ວຍທັດສະນີຍະພາບທຳມະຊາດ, ອາຫານທີ່ມີເອກະລັກ ສະເພາະ ແລະ ທ່າແຮງດ້ານການຜະລິດເຄື່ອງໄມ້, ເຄື່ອງເຟີນີເຈີ – ຫາເກີດໄດ້ບັນທຶກມຸດໝາຍໃໝ່ ໃນສາຍພົວພັນການຕ່າງປະເທດ ເມື່ອໄດ້ກາຍເປັນສະຖານທີ່ຈັດງານບຸນ ຫວຽດນາມ – ຮອກໄກໂດ 2026. ພິທີໄຂໄດ້ດຳເນີນໃນວັນທີ 5 ກັນຍາ ໂດຍມີການເຂົ້າຮ່ວມຂອງຕາງໜ້າການນຳ, ພະນັກງານຂັ້ນສູງຂອງສອງປະເທດ. ຝ່າຍ ຫວຽດນາມ ມີການເຂົ້າຮ່ວມຂອງ ອະດີດຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ; ທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ທ່ານ ຫງວຽນເຊົາ ທີ່ປຶກສາອັກຄະລັດຖະທູດ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ທ່ານ ເຢືອງແມ້ງເກື່ອງ ຫົວໜ້າຄະນະເນື້ອໃນພັກ ເມືອງ ກວ້າງນິງ. ຝ່າຍ ຍີ່ປຸ່ນ ມີ ທ່ານ ທາເຄເບະ ທາເຄຊິ ທີ່ປຶກສາພິເສດພັນທະມິດສະມາຊິກສະພາຮັກສາສາຍພົວພັນມິດຕະພາບ ຍີ່ປຸ່ນ – ຫວຽດນາມ; ທ່ານ ມິດຊູຮາຊິ ທາເຄຊິ ຮອງເຈົ້າແຂວງ ຮອກໄກໂດ ພ້ອມດ້ວຍ ທ່ານ ອິມາຊຸ ຮິໂຣຢູກິ ເຈົ້າເມືອງ ອາຊາຮິກາວະ.
ຈຸດເນັ້ນການແລກປ່ຽນວັດທະນະທຳ ແລະ ສັດຈະທັດການເຊື່ອມໂຍງເສດຖະກິດ
ທົບທວນຄືນເສັ້ນທາງຕັ້ງແຕ່ປີ 2019, ງານບຸນ ຫວຽດນາມ ຢູ່ ຮອກໄກໂດ ໄດ້ຖືກ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ປະສົມປະສານກັບ ແຂວງ ຮອກໄກໂດ ແລະ ເມືອງ ກວ້າງນິງ ຈັດຂຶ້ນຢ່າງເປັນປະຈຳຕະຫຼອດ 5 ປີຜ່ານມາ, ກາຍເປັນເຫດການແລກປ່ຽນປະຈຳປີ. ການຂະຫຍາຍສະຖານທີ່ຈັດງານມາສູ່ ອາຊາຮິກາວະ ໃນປີນີ້ ໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີໂອກາດເຂົ້າເຖິງວັດທະນະທຳ, ອາຫານ, ການທ່ອງທ່ຽວ ຫວຽດນາມ ໂດຍກົງ, ພ້ອມກັນນັ້ນ ກໍ່ເຂົ້າໃຈຮັກສັງຄົມຄົນ ຫວຽດນາມ ຢູ່ທີ່ນີ້ຫຼາຍຂຶ້ນ.
ຕີລາຄາກ່ຽວກັບຄວາມໝາຍຂອງເຫດການ, ທ່ານ ທາເຄເບະ ທາເຄຊິ ທີ່ປຶກສາພິເສດພັນທະມິດສະມາຊິກສະພາຮັກສາສາຍພົວພັນມິດຕະພາບ ຍີ່ປຸ່ນ – ຫວຽດນາມ ໃຫ້ທັດສະນະວ່າ ການນຳງານບຸນມາສູ່ ອາຊາຮິກາວະ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຂອງທ້ອງຖິ່ນ ຕໍ່ກັບສາຍພົວພັນກັບ ຫວຽດນາມ. ທ່ານ ເນັ້ນໜັກວ່າ ການແລກປ່ຽນປະຊາຊົນ ບໍ່ໄດ້ຢຸດຢູ່ທີ່ການຊອກຮູ້ວັດທະນະທຳ ເທົ່ານັ້ນ ແຕ່ຈະສ້າງເງື່ອນໄຂປະຖົມປະເກີດ ເປີດໂອກາດການຮ່ວມມືດ້ານເສດຖະກິດ, ການຄ້າ. ເປັນທີ່ໜ້າສົນໃຈ, ທ່ານ ທາເຄເບະ ທາເຄຊິ ໄດ້ສະເໜີກ່ຽວກັບຮູບແບບການຜະລິດຜະລິດຕະພັນຢູ່ ຫວຽດນາມ ແຕ່ສາມາດຕອບສະໜອງໄດ້ມາດຕະຖານຄຸນນະພາບຂອງ ຍີ່ປຸ່ນ ຢ່າງຄົບຖ້ວນ ເພື່ອຫັນທ່າແຮງຂອງທັງສອງຝ່າຍໃຫ້ເກີດປະໂຫຍດສູງສຸດ ໃນຫ້ວຍໂສ້ການສະໜອງ.
ມີຄວາມຄິດເຫັນຄືກັນກ່ຽວກັບທ່າແຮງການຮ່ວມມື, ທ່ານ ອິມາຊຸ ຮິໂຣຢູກິ ເຈົ້າເມືອງ ອາຊາຮິກາວະ ໄດ້ສະແດງຄວາມດີໃຈ ເມື່ອເມືອງໄດ້ເປັນເຈົ້າພາບຈັດເຫດການນີ້ເປັນຄັ້ງທຳອິດ. ໂດຍເຫັນວ່າການແລກປ່ຽນວັດທະນະທຳ ແມ່ນຊ່ອງທາງສຳຄັນ ເພື່ອຊ່ວຍໃຫ້ປະຊາຊົນສອງປະເທດ ເພີ່ມທະວີຄວາມເຂົ້າໃຈ ເນື່ອງໃນໂອກາດສາຍພົວພັນ ຫວຽດນາມ – ຍີ່ປຸ່ນ ຂະຫຍາຍຕົວໄປດ້ວຍດີ, ທ່ານ ອິມາຊຸ ຮິໂຣຢູກິ ພ້ອມກັນນັ້ນ ໄດ້ສະເໜີທິດທາງຄົ້ນຄວ້າເປີດສາຍບິນກົງມາສູ່ ຮອກໄກໂດ ໂດຍຜ່ານສະໜາມບິນ ອາຊາຮິກາວະ, ກໍ່ຄືຍູ້ແຮງການເຊື່ອມໂຍງ ໃນຂົງເຂດສາທາລະນະສຸກ ແລະ ການສຶກສາ.
![]() |
| ໂຄງການສິລະປະທີ່ເຂັ້ມຂຸ້ນດ້ວຍເອກະລັກ, ສະແດງໃຫ້ເຫັນຢ່າງຄົບຖ້ວນເຖິງຈິດໃຈການແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ. (ແຫຼ່ງຂໍ້ມູນ: ຫນັງສືພິມ ວັດທະນະທຳ) |
ແຮງຍູ້ຊຸກຍູ້ການທ່ອງທ່ຽວ ແລະ ການຮ່ວມມືທ້ອງຖິ່ນ
ກ່າວຄຳເຫັນໃນພິທີໄຂ, ທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ເນັ້ນໜັກວ່າ ງານບຸນໄດ້ດຳເນີນໃນສະພາບທີ່ການຮ່ວມມືດ້ານວັດທະນະທຳ ແລະ ການແລກປ່ຽນປະຊາຊົນ ລະຫວ່າງ ສອງປະເທດ ກຳລັງຮັກສາຈັງຫວະການຂະຫຍາຍຕົວຢ່າງຟົດຟື້ນ. ຕາມທ່ານ ຮອງລັດຖະມົນຕີ ໂຮ່ ອານ ຟອງ, ການແລກປ່ຽນການທ່ອງທ່ຽວສອງຝ່າຍ ຮັກສາຜົນງານທີ່ຕັ້ງໜ້າ ເມື່ອໃນປີຜ່ານມາ ມີນັກທ່ອງທ່ຽວ ຍີ່ປຸ່ນ ເກືອບ 815.000 ເທື່ອຄົນ ມາຢ້ຽມຢາມ ຫວຽດນາມ ແລະ ນັກທ່ອງທ່ຽວ ຫວຽດນາມ ປະມານ 678.000 ເທື່ອຄົນ ເລືອກເອົາ ຍີ່ປຸ່ນ ເປັນຈຸດໝາຍປາຍທາງ. ເປັນທີ່ໜ້າສົນໃຈ, ສັງຄົມຄົນ ຫວຽດນາມ ຢູ່ ຍີ່ປຸ່ນ ປະຈຸບັນ ບັນລຸເກືອບ 700.000 ຄົນ, ສະເພາະຢູ່ແຂວງ ຮອກໄກໂດ ມີປະມານ 14.000 ຄົນ ກຳລັງອາໄສ, ຮ່ຳຮຽນ ແລະ ເຮັດວຽກ, ກາຍເປັນສັງຄົມຄົນຕ່າງປະເທດທີ່ໃຫຍ່ທີ່ສຸດຢູ່ແຂວງ.
![]() |
| ບັນຍາກາດການຢ້ຽມຊົມວັດທະນະທຳ ແລະ ອາຫານ ຟົດຟື້ນຢ່າງຍິ່ງ ໃນງານບຸນ. (ແຫຼ່ງຂໍ້ມູນ: ຫນັງສືພິມ ວັດທະນະທຳ) |
ຢູ່ທີ່ຂອບເຂດງານບຸນປີນີ້, ມວນຊົນ ແລະ ນັກທ່ອງທ່ຽວ ໄດ້ມີໂອກາດຊົມ ແລະ ປະສົບການໂດຍກົງ ຢູ່ບັນດາຮ້ານວາງສະແດງແນະນຳຜະລິດຕະພັນ, ລອງຊິມອາຫານທີ່ມີເອກະລັກ ແລະ ຊອກຮູ້ຂໍ້ມູນກ່ຽວກັບບັນດາຈຸດໝາຍປາຍທາງທີ່ມີຊື່ສຽງຂອງ ຫວຽດນາມ ຄຽງຄູ່ກັບບັນດາໂຄງການສະແດງສິລະປະ.
ການປະສົມປະສານ ລະຫວ່າງ ການໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ທີ່ຈຸດໝາຍປາຍທາງໃໝ່ ເຊັ່ນ ອາຊາຮິກາວະ ບໍ່ພຽງແຕ່ຊ່ວຍຍົກສູງພາບພົດຂອງ ຫວຽດນາມ ເທົ່ານັ້ນ ແຕ່ຍັງສ້າງພື້ນຖານ ເພື່ອໃຫ້ບັນດາວິສາຫະກິດ, ທ້ອງຖິ່ນຂອງສອງຝ່າຍ ຊອກຫາຂົງເຂດການຮ່ວມມືໃໝ່. ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາຊາຮິກາວະ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ກໍ່ໄດ້ຈັດຕັ້ງການຂະຫຍາຍກິດຈະກຳການເຊື່ອມໂຍງກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ, ປະກອບສ່ວນຫັນບັນດາທິດທາງການຂະຫຍາຍຕົວດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການຕ່າງປະເທດປະຊາຊົນ ໃຫ້ປະກົດຜົນເປັນຈິງ ໃນໄລຍະໃໝ່.
ຍສໝ - ວັນທີ 24/7, ສະພາຄະນະກຳມະການຕັດສິນ ລາງວັນສັນຕິພາບສາກົນ ທີ່ມີຊື່ວ່າ Lev N.Tolstoy ໄດ້ໄຂກອງປະຊຸມ, ລົງຄະແນນສຽງເປັນເອກະພາບ ມອບລາງວັນ ປີ 2026 ໃຫ້ແກ່ ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ. ຜູ້ນຳ ຫວຽດນາມ ໄດ້ຮັບການມອບລາງວັນສາກົນອັນປະເສີດນີ້ ເພາະບັນດາການປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນພາລະກິດປັບປຸງສັນຕິພາບ ແລະ ການຮ່ວມມື ລະຫວ່າງ ບັນດາປະຊາຊົນ. |
ຍສໝ - ຄ່ຳຄືນວັນທີ 24/7, ຢູ່ທີ່ ຈະຕຸລັດ 2/4 (ແຂວງ ຍາຈາງ, ແຂວງ ຄ້າງຮວ່າ), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງ ພິທີອັດ ຄ້າຍພັກແລ້ງ ຫວຽດນາມ 2026, ອັດລົງເສັ້ນທາງ 14 ວັນ ເຊື່ອມໂຍງຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ກວ່າ 100 ຄົນ ທີ່ມາຈາກ 32 ປະເທດ ແລະ ເຂດແດນ ກັບ ບ້ານເກີດເມືອງນອນ, ປະເທດຊາດ. |
ແທັງຮັ່ງ

