ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ

15:15 | 06/09/2026

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (02/9/1945 - 02/9/2026), ການນຳບຣູໄນ ດາຣູຊາລາມ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ສິງກະໂປ, ໄທ, ອິນເດຍ, ສ.ເກົາຫຼີ, ນິວຊີແລນ, ອົດສະຕາລີ, ການາດາ ແລະ ສະຫະປະຊາຊາດ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດຫວຽດນາມ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ບຳລຸງສ້າງຊັບພະຍາກອນມະນຸດ ປະທານປະເທດມຽນມາ Min Aung Hlaing ເລີ່ມຢ້ຽມຢາມຫວຽດນາມຢ່າງເປັນທາງການ

ເຈົ້າຊີວິດບຣູໄນ ດາຣູຊາລາມ Haji Hassanal Bolkiah ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີສາທາລະນະລັດສັງຄົມນິຍົມຫວຽດນາມ. ທ່ານ Pehin Dato Abdul Rahman Taib, ປະທານສະພານິຕິບັນຍັດບຣູໄນ ດາຣູຊາລາມ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ.

ການນຳບຣູໄນ ດາຣູຊາລາມ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນແໜ້ນແຟ້ນ, ຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ, ພ້ອມທັງຢືນຢັນວ່າ ສາຍພົວພັນຄູ່ຮ່ວມຮອບດ້ານ ຫວຽດນາມ - ບຣູໄນ ດາຣູຊາລາມ ສືບຕໍ່ພັດທະນາໃນທິດທາງຕັ້ງໜ້າ, ໂດຍສະເພາະໃນຂົງເຂດການຄ້າ, ພະລັງງານ, ປ້ອງກັນຊາດ ແລະ ການແລກປ່ຽນປະຊາຊົນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ.

ຝ່າຍບຣູໄນ ດາຣູຊາລາມ ສະແດງຄວາມປາຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ, ມຸ່ງໄປສູ່ການສະເຫຼີມສະຫຼອງ 35 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2027; ຢືນຢັນສະໜັບສະໜູນ ແລະ ປະສານງານຢ່າງໃກ້ຊິດກັບຫວຽດນາມ ໃນປີທີ່ຫວຽດນາມເປັນເຈົ້າພາບ APEC 2027, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ທ່ານ Prabowo Subianto, ປະທານປະເທດອິນໂດເນເຊຍ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ. ທ່ານ Prabowo Subianto ຢືນຢັນວ່າ ໃນໄລຍະກວ່າ 7 ທົດສະວັດຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍ ໄດ້ພັດທະນາຢ່າງໝັ້ນຄົງ ບົນພື້ນຖານຄວາມໄວ້ວາງໃຈ, ເຄົາລົບເຊິ່ງກັນແລະກັນ ແລະ ຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ທ່ານເຊື່ອໝັ້ນວ່າ ບົນພື້ນຖານສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ມິດຕະພາບລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຈະສືບຕໍ່ໄດ້ຮັບການປັບປຸງ, ເປີດບັນດາທິດທາງຮ່ວມມືໃໝ່ທີ່ມີລັກສະນະສ້າງສັນ, ກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຜ່ານນັ້ນ ສ້າງພື້ນຖານອັນໝັ້ນຄົງໃຫ້ສອງປະເທດເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ.

ທ່ານ Min Aung Hlaing, ປະທານປະເທດສາທາລະນະລັດແຫ່ງສະຫະພັນມຽນມາ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ. ການນຳມຽນມາສະແດງຄວາມປາຖະໜາຢາກໃຫ້ສອງປະເທດສືບຕໍ່ເພີ່ມທະວີການປະສານງານຢ່າງໃກ້ຊິດ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຮອບດ້ານ.

ເນື່ອງໃນໂອກາດນີ້, ຝ່າຍມຽນມາໄດ້ອວຍພອນຫວຽດນາມທີ່ສຳເລັດບົດບາດປະທານ CLMV ປີ 2026 ດ້ວຍດີ, ພ້ອມທັງໃຫ້ຄຳໝັ້ນວ່າຈະສະໜັບສະໜູນຫວຽດນາມໃນບັນດາກົນໄກທີ່ສອງປະເທດຮ່ວມເຂົ້າຮ່ວມ ເຊັ່ນ ASEAN, CLMV ແລະ ACMECS.

ການນຳຫຼາຍປະເທດ, ອົງການສາກົນ ສົ່ງຄຳອວຍພອນວັນຊາດຫວຽດນາມ
ສະໜາມຫຼວງບາດິ່ງ ປະດັບປະດາຢ່າງສວຍງາມດ້ວຍທຸງ ແລະ ດອກໄມ້ ເພື່ອຕ້ອນຮັບ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ.

ທ່ານ Tharman Shanmugaratnam, ປະທານປະເທດ ສິງກະໂປ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ; ທ່ານ Lawrence Wong, ນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ; ທ່ານ Seah Kian Peng, ປະທານສະພາແຫ່ງຊາດ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ.

ການນຳ ສິງກະໂປ ອວຍພອນບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້, ຢືນຢັນໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ, ພ້ອມທັງຕີລາຄາສູງຕໍ່ລະດັບຄວາມໄວ້ວາງໃຈທາງການເມືອງ, ການຮ່ວມມືຫຼາຍດ້ານ ແລະ ການແລກປ່ຽນປະຊາຊົນທີ່ນັບມື້ນັບແໜ້ນແຟ້ນ.

ບັນດາການນຳ ສິງກະໂປ ເນັ້ນໜັກວ່າ ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ 5/2026 ແລະ ການເຈລະຈາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ໃນເດືອນ 8/2026 ໄດ້ສ້າງແຮງຂັບເຄື່ອນເພີ່ມຕື່ມ, ເຮັດໃຫ້ຄວາມໄວ້ວາງໃຈທາງການເມືອງເລິກເຊິ່ງຍິ່ງຂຶ້ນ, ເປີດກວ້າງການຮ່ວມມື ແລະ ການເຊື່ອມຈອດໃນຫຼາຍຂົງເຂດໃໝ່, ປະກອບສ່ວນຜັນຂະຫຍາຍຂອບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະ ແທ້ຈິງ.

ສິງກະໂປ ຍັງປາຖະໜາໃຫ້ສອງຝ່າຍສືບຕໍ່ປະສານງານຢ່າງໃກ້ຊິດໃນປີ 2027, ເມື່ອ ສິງກະໂປ ດຳລົງບົດບາດປະທານ ASEAN ແລະ ຫວຽດນາມເປັນເຈົ້າພາບ APEC.

ເຈົ້າຊີວິດໄທ Maha Vajiralongkorn ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ; ທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ.

ໃນໂທລະເລກອວຍພອນ, ການນຳໄທໄດ້ສົ່ງຄຳອວຍພອນອັນປະເສີດເຖິງການນຳ ແລະ ປະຊາຊົນຫວຽດນາມ, ອວຍພອນໃຫ້ຫວຽດນາມມີສັນຕິພາບ, ປະສົບຜົນສຳເລັດ ແລະ ຈະເລີນຮຸ່ງເຮືອງ; ພ້ອມທັງຕີລາຄາສູງຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນດ້ານການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ບັນດາການປະກອບສ່ວນອັນຕັ້ງໜ້າຕໍ່ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ການນຳໄທຍັງເນັ້ນໜັກເຖິງບັນດາການປະກອບສ່ວນຂອງຫວຽດນາມຕໍ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ASEAN, ສະແດງຄວາມເຊື່ອໝັ້ນວ່າ ມິດຕະພາບອັນຍາວນານລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ, ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການຮ່ວມມືສອງຝ່າຍນັບມື້ນັບພັດທະນາກວ້າງຂວາງ ແລະ ເລິກເຊິ່ງ.

ທ່ານ Anwar Ibrahim, ນາຍົກລັດຖະມົນຕີມາເລເຊຍ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ. ທ່ານສະແດງຄວາມດີໃຈຕໍ່ບັນດາບາດກ້າວທີ່ສອງປະເທດບັນລຸໄດ້ ນັບແຕ່ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2024, ພ້ອມທັງປາຖະໜາຢາກສືບຕໍ່ປະສານງານຢ່າງໃກ້ຊິດກັບການນຳຂັ້ນສູງຂອງຫວຽດນາມ ເພື່ອຊຸກຍູ້ສາຍພົວພັນສອງຝ່າຍໃຫ້ພັດທະນາຍິ່ງຂຶ້ນ.

ທ່ານນາງ Droupadi Murmu, ປະທານປະເທດສາທາລະນະລັດອິນເດຍ ແລະ ທ່ານ Narendra Modi, ນາຍົກລັດຖະມົນຕີສາທາລະນະລັດອິນເດຍ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ.

ການນຳອິນເດຍດ້ວຍຄວາມຍິນດີໄດ້ຫວນຄືນເຖິງການຢ້ຽມຢາມຂັ້ນລັດຢູ່ອິນເດຍຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ 5/2026, ໂດຍເຫັນວ່າ ການຢ້ຽມຢາມດັ່ງກ່າວໄດ້ປະກອບສ່ວນປັບປຸງສາຍພົວພັນອັນແໜ້ນແຟ້ນ ແລະ ຍາວນານລະຫວ່າງປະຊາຊົນສອງປະເທດ ແລະ ເປີດບັນດາທິດທາງຮ່ວມມືໃໝ່ໃນສາຍພົວພັນສອງຝ່າຍ.

ປະທານປະເທດ ແລະ ນາຍົກລັດຖະມົນຕີອິນເດຍ ຢືນຢັນວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີລະຫວ່າງສອງປະເທດ ແມ່ນໝາກຜົນຂອງຄວາມໄວ້ວາງໃຈທີ່ໄດ້ສ້າງສາມາຕະຫຼອດຫຼາຍທົດສະວັດ, ພ້ອມທັງປາຖະໜາຢາກສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອນຳສາຍພົວພັນ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ.

ທ່ານ Lee Jae Myung, ປະທານປະເທດ ສ.ເກົາຫຼີ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ. ໃນໂທລະເລກ, ທ່ານ Lee Jae Myung ໄດ້ອວຍພອນ ແລະ ຕີລາຄາສູງຕໍ່ການພັດທະນາຢ່າງແຂງແຮງຂອງຫວຽດນາມ ໃນເສັ້ນທາງມຸ່ງສູ່ຍຸກສະໄໝໃໝ່, ພ້ອມທັງສະແດງຄວາມປາຖະໜາຢາກໃຫ້ ສ.ເກົາຫຼີ ກາຍເປັນຄູ່ຮ່ວມທີ່ໜ້າເຊື່ອຖືຂອງຫວຽດນາມ ໃນຂະບວນການຫັນບັນດາເປົ້າໝາຍຍຸດທະສາດແຫ່ງຊາດໃຫ້ກາຍເປັນຈິງ.

ທ່ານນາງ Cindy Kiro, ຜູ້ສຳເລັດລາຊະການນິວຊີແລນ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ; ທ່ານ Christopher Luxon, ນາຍົກລັດຖະມົນຕີນິວຊີແລນ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ.

ໃນຈົດໝາຍ, ການນຳນິວຊີແລນເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ນິວຊີແລນ ໄດ້ມີບັນດາບາດກ້າວສຳຄັນໃນປີຜ່ານມາ ແລະ ສອງປະເທດຍັງມີທ່າແຮງຮ່ວມມືອີກຫຼາຍ. ບົນພື້ນຖານສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ສອງຝ່າຍຍັງມີທ່າແຮງຫຼາຍໃນການເປີດກວ້າງໂອກາດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ມຸ່ງສູ່ເປົ້າໝາຍນຳຍອດມູນຄ່າການຄ້າສອງສົ້ນບັນລຸ 3 ຕື້ USD.

ການນຳນິວຊີແລນເຫັນວ່າ ການຢ້ຽມຢາມຂັ້ນລັດຢູ່ນິວຊີແລນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແມ່ນຂີດໝາຍສຳຄັນ, ສ້າງແຮງຂັບເຄື່ອນ ແລະ ກຳນົດທິດໃຫ້ແກ່ການຮ່ວມມືໃນໄລຍະຕໍ່ໄປ. ນິວຊີແລນເຊື່ອໝັ້ນວ່າ ສາຍພົວພັນສອງປະເທດຈະສືບຕໍ່ພັດທະນາກວ້າງຂວາງ ແລະ ເລິກເຊິ່ງ, ພ້ອມທັງປາຖະໜາຢາກສຸມໃສ່ຜັນຂະຫຍາຍແຜນດຳເນີນງານຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ.

ໃນນາມລັດຖະບານ ແລະ ປະຊາຊົນອົດສະຕາລີ, ທ່ານນາງ Sam Mostyn, ຜູ້ສຳເລັດລາຊະການອົດສະຕາລີ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ພ້ອມທັງລັດຖະບານ ແລະ ປະຊາຊົນຫວຽດນາມ.

ໃນຈົດໝາຍ, ທ່ານນາງ Sam Mostyn ຢືນຢັນວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ພວມພັດທະນາຢ່າງແຂງແຮງ ບົນພື້ນຖານຄວາມໄວ້ວາງໃຈທາງຍຸດທະສາດ, ການແລກປ່ຽນປະຊາຊົນ ແລະ ຄຳໝັ້ນສັນຍາຮ່ວມກັນຕໍ່ພາກພື້ນທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງ.

ອົດສະຕາລີສະໜັບສະໜູນເປົ້າໝາຍຂອງຫວຽດນາມໃນການກາຍເປັນປະເທດລາຍຮັບສູງພາຍໃນປີ 2045, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອັນຫຼາກຫຼາຍລະຫວ່າງສອງປະເທດ ໃນຂົງເຂດການຄ້າ - ການລົງທຶນ, ປ້ອງກັນຊາດ - ຄວາມໝັ້ນຄົງ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາບັນຫາສາກົນ.

ບົນພື້ນຖານບັນດາຜົນອັນຕັ້ງໜ້າຈາກການຢ້ຽມຢາມ ແລະ ການແລກປ່ຽນຂັ້ນສູງລະຫວ່າງສອງປະເທດ, ໃນນັ້ນມີການຢ້ຽມຢາມຂັ້ນລັດຢູ່ອົດສະຕາລີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນໄລຍະຜ່ານມາ, ທ່ານນາງ Sam Mostyn ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ຫວຽດນາມ - ອົດສະຕາລີ ຈະສືບຕໍ່ພັດທະນາຢ່າງແຂງແຮງ.

ທ່ານນາງ Louise Arbour, ຜູ້ສຳເລັດລາຊະການການາດາ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ປະຊາຊົນຫວຽດນາມ.

ໃນຈົດໝາຍ, ທ່ານນາງ Arbour ຢືນຢັນວ່າ ການາດາໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ ທີ່ໄດ້ສ້າງສາມາຕະຫຼອດຫຼາຍທົດສະວັດ, ບົນພື້ນຖານການແລກປ່ຽນປະຊາຊົນອັນແໜ້ນແຟ້ນ ແລະ ຄຳໝັ້ນສັນຍາຮ່ວມກັນໃນການຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບໃນພາກພື້ນ.

ໂດຍຕີລາຄາສູງຕໍ່ບັນດາຄວາມຄືບໜ້າຢ່າງແຂງແຮງທີ່ສອງຝ່າຍບັນລຸໄດ້ໃນຫຼາຍຂົງເຂດໃນໄລຍະຜ່ານມາ, ທ່ານນາງ Arbour ສະແດງຄວາມປາຖະໜາຢາກຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄປຢ້ຽມຢາມການາດາໃນໄວໆນີ້ ເພື່ອສືບຕໍ່ປັບປຸງສາຍພົວພັນສອງປະເທດ, ພ້ອມທັງຂຸດຄົ້ນບັນດາໂອກາດ ແລະ ທ່າແຮງຮ່ວມມືໃໝ່.

ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ. ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ ແລະ ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທ້ຈິງຂອງຫວຽດນາມຕໍ່ປະຊາຄົມສາກົນ.

ຕໍ່ໜ້າບັນດາສິ່ງທ້າທາຍລະດັບໂລກທີ່ນັບມື້ນັບຮີບດ່ວນ, ເລຂາທິການໃຫຍ່ສະຫະປະຊາຊາດເຫັນວ່າ ຈຳເປັນຕ້ອງເຊີດຊູການສົນທະນາ, ຄວາມສາມັກຄີ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ປົກປ້ອງສິດທິມະນຸດ.

ເນື່ອງໃນໂອກາດນີ້, ທ່ານ Sugiono, ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ; ທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ ສິງກະໂປ; ທ່ານ Tin Maung Swe, ລັດຖະມົນຕີການຕ່າງປະເທດມຽນມາ; ທ່ານ Sihasak Phuangketkeow, ລັດຖະມົນຕີການຕ່າງປະເທດໄທ; ທ່ານນາງ Maria Theresa P. Lazaro, ລັດຖະມົນຕີການຕ່າງປະເທດຟີລິບປິນ; ທ່ານ Dato’ Seri Utama Haji Mohamad Bin Haji Hasan, ລັດຖະມົນຕີການຕ່າງປະເທດມາເລເຊຍ; ທ່ານ Subrahmanyam Jaishankar, ລັດຖະມົນຕີການຕ່າງປະເທດອິນເດຍ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ສົ່ງຈົດໝາຍ, ໂທລະເລກອວຍພອນເຖິງທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ