ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”

10:26 | 27/10/2020

ຍ​ສ​ໝ - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. 

ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ
ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19
ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ
ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”

ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ” ໄດ້ດຳເນີນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ (30 ທັນວາ 1955 – 30 ທັນວາ 2020), ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນປະຫວັດສາດການພົວພັນລະຫວ່າງ ສອງປະເທດ ແລະ ສະເໜີບັນດາກຳນົດທິດພັດທະນາໃນອະນາຄົດ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ທ່ານກ່າວວ່າ:

ໂລກລະບາດ ໂຄວິດ – 19 ເກີດຂຶ້ນແມ່ນສິ່ງພິສູດໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສອງປະເທດ. ການນຳສອງປະເທດ ໄດ້ມີບັນດາການແລກປ່ຽນ, ແບ່ງປັນ, ປະສົບການ, ປຶກສາຫາລື ມາດຕະການຮັບມືກັບໂລກລະບາດ ໂຄວິດ – 19 ກໍ່ຄືໜູນຊ່ວຍວິສາຫະກິດ ແລະ ປະຊາຊົນສອງປະເທດ. ຢູ່ລະດັບພາກພື້ນ ແລະ ສາກົນ ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກເວທີປາໄສຄື ຊຸກຍູ້ວິໄສທັດລວມຂອງ ອາຊຽນ, ຊຸກຍູ້ທັດສະນະອາຊຽນກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືຕ່າງໆ.

ບັນດາຜົນງານທີ່ບັນລຸໄດ້ໃນໄລຍະ 65 ປີທີ່ຜ່ານມາ ແມ່ນປະຖົມປັດໄຈເພື່ອຊຸກຍູ້ການພົວພັນຢ່າງໝັ້ນຄົງ ແລະ ສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່ ໃນ “ເສັ້ນທາງໃນ​ອະ​ນາ​ຄົດ”, ພິເສດແມ່ນໃນສະພາບການ ໂລກລະບາດໂຄວິດ - 19 ພວມສ້າງສິ່ງທ້າທາຍທີ່ຍັງບໍ່ເຄີຍມີມາກ່ອນສຳລັບພາກພື້ນ ແລະ ສາກົນ.

ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ

ຍ​ສໝ - ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.

ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19

ຍສໝ - ສື່ມວນຊົນອິນໂດເນເຊຍ ໄດ້ກ່າວວ່າ ເພື່ອຄວບຄຸມການລະບາດຂອງພະຍາດ COVID-19 ແລະ ຮັກສາການເຕີບໂຕຂອງເສດຖະກິດ, ຫວຽດນາມກໍ່ມີການເຄັດລັບທີ່ແຕກຕ່າງກັນກັບປະເທດອື່ນ.

ກອງປະຊ ມສຳມະນາ ຫວນຄ ນ 65 ປ ແຫ ງວ ນສ າງຕ ງການພ ວພ ນລະຫວ າງ ຫວຽດນາມ ອ ນໂດເນເຊຍ ແລະ ເສ ນທາງໃນອະ ນາ ຄ ດ ພິທີສະເຫຼີມສະຫຼອງວັນຊາດສາທາລະນະລັດອິນໂດເນເຊຍ ຄົບຮອບ 75 ປີ

ຍສໝ - ພິທີດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Ibnu Hadi ເອກອັກຄະລັດຖະທູດສາທາລະນະລັດອິນໂດເນເຊຍປະຈຳ ຮ່າໂນ້ຍ. .

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.