ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 24 ມິຖຸນາ ນີ້

16:35 | 20/06/2020

ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຈະ​ໄດ້​ໄຂ​ຂຶ້ນ ໃນ​ວັນ​ທີ 24 ມິ­ຖຸ­ນາ ແລະ ຈະ​ດຳ­ເນີນ​ໄປ​ເຖິງ ວັນ​ທີ 2 ກໍ­ລະ­ກົດ 2020 ທີ່​ຫ້ອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ6) ນະຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ຈະ​ໃຊ້​ເວ­ລາ​ດຳ­ເນີນ​ກອງ​ປະ­ຊຸມ​ທັງ​ໝົດ 7 ວັນ (ບໍ່​ລວມ​ວັນ­ພັກ­ລັດ­ຖະການ) ພິ­ທີ​ຖະ­ແຫຼງ​ຂ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິ­ຖຸ­ນາ ນີ້ ທີ່​ສະ­ພາ​ແຫ່ງ​ຊາດ ໂດຍ ທ່ານ​ນາງ ສວນ​ສະຫວັນ ວິ​ຍະ​ເກດ ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ ພະຍາດ COVID-19: ຕັ້ງແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຕ້ອງໄດ້ປະຕິບັດການແຍກຫ່າງໃນເຮືອນ
ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ ໂຮງຮຽນທັງໝົດໃນປະເທດລາວ ຈະໄດ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ
ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ
ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ.(ພາບ:ຂປລ)

ທ່ານ​ນາງ ສວນ​ສະ­ຫວັນ ໄດ້​ກ່າວ​ວ່າ: ບັນ­ດາ​ກຳ­ມາ​ທິ​ການ ຄະ­ນະ​ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ແລະ ກົງ­ຈັກ​ທີ່​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ​ສ້າງ­ຕັ້ງ ໄດ້​ປະ­ສານ​ສົມ­ທົບ​ກັບ​ລັດ­ຖະ­ບານ ກະ­ຊວງ ແລະ ອົງ­ການ ໃນ​ການ​ກະກຽມ​ເນື້ອ​ໃນ ຂອງ​ແຕ່​ລະ​ພາກ­ສ່ວນ​ທີ່​ຈະ​ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ມາ​ເຖິງ​ປັດ­ຈຸ­ບັນ ເຫັນ​ວ່າ​ຄົບ​ຖ້ວນ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ການ ເຊິ່ງ​ກອງ​ປະ­ຊຸມ​ດັ່ງ­ກ່າວ ຈະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ພິ­ຈາ­ລະ­ນາ ແລະ ຕົກ­ລົງ​ບັນ­ຫາ​ສຳ­ຄັນ​ຕ່າງໆ ດັ່ງ­ນີ້: ພາກ​ລາຍ​ງານ​ຂອງ​ລັດ­ຖະ­ບານ ປະ­ກອບ​ມີ: ບົດ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ?ສັງ­ຄົມ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ແຜນ​ເງິນ­ຕາ 5 ເດືອນ​ຕົ້ນ​ປີ ຄາດ​ຄະ ເນ 6 ເດືອນ​ຕົ້ນ​ປີ 2020 ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2020 ການ​ຊີ້​ແຈງ​ຈາ​ພາກ­ສ່ວນ ກ່ຽວຂ້ອງ​ຂອງ​ລັດ­ຖະ­ບານ ຕໍ່​ຄຳ​ຊັກ​ຖາມ​ຂອງ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ຈຳ­ນວນ​ໜຶ່ງ.

ສຳ­ລັບ​ພາກ​ລາຍ​ງານ​ຂອງ​ສະ­ພາ​ແຫ່ງ​ຊາດ ຈະ​ໄດ້​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ແຕ່ງ­ຕັ້ງ​ບຸ​ຄະ­ລາ​ກອນ​ພາຍ​ໃນ​ສະ­ພາ​ແຫ່ງ​ຊາດ ບົດ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ແຜນ­ການ 6 ເດືອນ​ທ້າຍ​ປີ 2020 ຂອງ​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ບົດ​ລາຍ​ງານ​ຜົນ​ການ​ຕິດ­ຕາມ​ກວດ­ກາ ຂອງ​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ການ​ສຳ​ຫຼວດ ແລະ ການ​ຂຸດ​ຄົ້ນ​ແຮ່​ທາດ ຫີນ​ແຮ່ ແລະ ຫີນ​ຜາ ນອກ­ຈາກ​ນີ້ ຍັງ​ຈະ​ໄດ້​ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ການ​ປັບ­ປຸງ​ກົດ­ໝາຍ​ຈຳ­ນວນ 5 ສະ­ບັບ ເປັນ­ຕົ້ນ ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ສະ­ພາ​ແຫ່ງ​ຊາດ ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ສະ­ພາ​ປະ­ຊາ­ຊົນ ຂັ້ນ​ແຂວງ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ພາ​ປະ­ຊາ­ຊົນຂັ້ນ​ແຂວງຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ພາ­ສີ ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ ບາງ​ມາດ­ຕາ​ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງແວດລ້ອມ ແລະ ກົດ­ໝາຍ​ວ່າ​ດ້ວຍ​ນ້ຳ ແລະ ຊັບ­ພະ­ຍາ­ກອນ​ນ້ຳ.

ໂອ­ກາດ​ດຽວ​ກັນ​ນີ້ ທ່ານ​ນາງ ສວນ​ສະ­ຫວັນ ຍັງ​ຂໍ​ເຊີນ​ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳຫຼວດ ນັກຮຽນ ນັກ​ສຶກ​ສາ ປັນ­ຍາ​ຊົນ ກຳ­ມະ­ກອນ ຊາວ​ຜູ້​ອອກ­ແຮງ​ງານ ພໍ່​ແມ່​ພີ່­ນ້ອງ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ປະ­ເທດ ແລະ ພີ່­ນ້ອງ​ຊາວ​ລາວ ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ ຈົ່ງ​ຕິດ­ຕາມ​ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຄັ້ງ​ນີ້ ໃນ​ໄລ­ຍະ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ ຄະ­ນະ​ເລຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ຮັບ­ຜິດ­ຊອບ ໂທລະ­ສັບ​ສາຍ​ດ່ວນ ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ­ເໜີ​ໂດຍ​ກົງ​ຈາກ​ປະ­ຊາ­ຊົນ ທີ່​ຈະ​ສົ່ງ​ໄປ​ຍັງ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ໃນ​ຄັ້ງ​ນີ້ ບັນ­ດາ​ທ່ານ​ສາ­ມາດ​ສົ່ງ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ­ເໜີ ໄປ​ຍັງ​ກອງ​ປະ­ຊຸມ​ໄດ້​ຕາມ​ວິ­ທີ​ລຸ່ມ​ນີ້: ໂທລະ­ສັບ​ບໍ່​ເສຍ​ຄ່າ ໝາຍ​ເລກ 156 ໂທລະ​ສານ ໝາຍ​ເລກ 021 413528 ສົ່ງ​ເປັນ​ຈົດ­ໝາຍ​ທາງ​ໄປ­ສະ­ນີ ຕູ້ ປນ 662 ສົ່ງ​ອີ​ເມວ [email protected].

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ

ຍສໝ -ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມາເຖິງ, ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດໃນເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ 2019.

ກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາແຫ ງຊາດ ຈະຈ ດຂ ນ 24 ມ ຖ ນາ ນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ລາວ ຊຸດທີ VIII: ລັດຖະບານ ຈະເລັ່ງແກ້ໄຂຂໍ້ຄົງຄ້າງ ຫວັງຍູ້ເສດຖະກິດໃຫ້ດີຂຶ້ນ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 15 ພະ­ຈິກ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ກອງ​ປະ­ຊຸມ​ດັ່ງ­ກ່າວ ໂດຍ​ເປັນ​ປະ​ທາ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ.

v2.vientianemai.net

ເຫດການ
302 Found

Found

The document has moved here.