ໂຮງຮຽນທັງໝົດໃນປະເທດລາວ ຈະໄດ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ

11:48 | 03/06/2020

ຍສໝ - ບັນດາສະຖາບັນການສຶກສາຕັ້ງແຕ່ຊັ້ນປະຖົມ ຈົນຮອດຂັ້ນມະຫາວິທະຍາໄລ ໃນປະເທດລາວ ແມ່ນໄດ້ອະນຸຍາດໃຫ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ. ລະດັບອະນຸບານແມ່ນໄດ້ລໍຖ້າ ຈົນຮອດການໄຂສົກຮຽນໃໝ່.

ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ
ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ ປະເທດລາວ ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76

ໃນການຖະແຫຼງຂ່າວໃນຕອນບ່າຍວັນທີ 1 ມິຖຸນາ, ກະຊວງສາທາລະນະສຸກລາວ ໄດ້ກ່າວວ່າ, ມາຮອດປັດຈຸບັນ, ປະເທດລາວ ໄດ້ຜ່ານໄປ 50 ວັນຕິດຕໍ່ກັນໂດຍບໍ່ປະສົບກັບກໍລະນີຕິດ​ເຊື້ອພະຍາດ COVID-19. ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 16 ຄົນ. ຈຳນວນຄົນເຈັບທີ່ກຳລັງ ປິ່ນປົວແມ່ນ 3 ຄົນ ແລະ ຍັງບໍ່ມີຄົນເຈັບເສຍຊີວິດ.

ຄົນເຈັບ Covid-19 3 ຄົນສຸດທ້າຍໃນປະເທດລາວ ໄດ້ຮັບການປິ່ນປົວຢູ່ໂຮງໝໍ, ໃນນັ້ນມີເພດຍິງ 2 ຄົນ. ທຸກໆກໍລະນີນີ້ແມ່ນອາການສຸ​ຂະ​ພາບປົກກະຕິ ແລະ ໄດ້ຮັບການຕິດຕາມຢ່າງໃກ້ຊິດ.

ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ
ການຖະແຫຼງຂ່າວໃນຕອນບ່າຍວັນທີ 1 ມິຖຸນາ ໃນກະຊວງສາທາລະນະສຸກລາວ. (ພາບ: Vientianetimeslao)

ນັບແຕ່ວັນທີ 2 ມິຖຸນາເປັນຕົ້ນມາ, ລັດຖະບານລາວ ໄດ້ສືບຕໍ່ນຳໃຊ້ມາດຕະການຕ່າງໆ ເພື່ອຫລຸດຜ່ອນລະບຽບການກັນໂລກລະບາດ ແລະ ເພີ່ມເຕີມຂໍ້ກຳນົດໃໝ່, ດ້ວຍຈິດໃຈທີ່ຮຽກຮ້ອງໃຫ້ທົ່ວສັງຄົມ ໄດ້ສືບຕໍ່ປະຕິບັດລະບຽບ ແລະ ຫຼັກການຂອງຄວາມປອດໄພດ້ານສຸຂາພິບານ.

ສຳລັບການສຶກສາ, ປະເທດລາວ ໄດ້ອະນຸຍາດໃຫ້ເປີດບັນດາສະຖາບັນການສຶກສາ ເກືອບທັງໝົດ ຕັ້ງແຕ່ວັນທີ 2 ມິຖຸນາ. ກ່ອນໜ້ານີ້, ລັດຖະບານປະເທດລາວ ໄດ້ອະນຸຍາດໃຫ້ນັກຮຽນໃນຊັ້ນຮຽນສຸດທ້າຍຂອງຊັ້ນປະຖົມ, ມັດທະຍົມ ແລະ ມັດທະຍົມຕອນປາຍ ໄດ້ກັບຄືນໂຮງຮຽນແຕ່ວັນທີ 18 ພຶດສະພາ. ນັກຮຽນໃນລະດັບອື່ນໆ ສືບຕໍ່ຢຸດການຮຽນຢູ່​ໂຮງ​ຮຽນ ແລະ ຮຽນໂດຍຜ່ານຮູບການອອນລາຍ.

ດັ່ງນັ້ນ, ອີງຕາມກົດລະບຽບໃໝ່, ບັນດາສະຖາບັນການສຶກສາທັງໝົດ ຕັ້ງແຕ່ຊັ້ນປະຖົມ ຈົນຮອດຂັ້ນມະຫາວິທະຍາໄລ ໃນປະເທດລາວ ແມ່ນໄດ້ອະນຸຍາດໃຫ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ. ລະດັບອະນຸບານແມ່ນໄດ້ລໍຖ້າ ຈົນຮອດການໄຂສົກຮຽນໃໝ່.

ລັດຖະບານລາວ ໄດ້ອະນຸຍາດໃຫ້ຈັດການແຂ່ງຂັນກິລາທຸກປະເພດ ແຕ່ບໍ່ຕ້ອງມີຜູ້ຊົມ; ອະນຸຍາດໃຫ້ເປີດຄືນຕະຫລາດກາງຄືນ, ຮ້ານຂາຍອາຫານ ແລະ ເຄື່ອງດື່ມ (ແຕ່ບໍ່ບໍ່ແມ່ນເຫຼົ້າ ຫຼື ເບຍ)…ອະນຸຍາດໃຫ້ບັນດາວິສາຫະກິດ ແລະ ໂຄງການດຳເນີນງານເປັນປົກກະຕິ ແຕ່ຕ້ອງຮັບປະກັນຫຼັກການພື້ນຖານດ້ານຄວາມປອດໄພສຸຂາພິບານ.

ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020

ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.

ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ ປະເທດລຸກຊຳບວກ ມອບອຸປະກອນການແພດມູນຄ່າ 2,36 ຕື້ກີບໃຫ້ປະເທດລາວ ເພື່ອຕ້ານ COVID-19

ໃນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ, ປະເທດລາວ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອ ປະເທດ ລາວ ໃນການປ້ອງກັນ ແລະ ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ COVID -19.

ໂຮງຮຽນທ ງໝ ດໃນປະເທດລາວ ຈະໄດ ເປ ດໃໝ ຕ ງແຕ ວ ນທ 3 ມ ຖ ນາ ປະເທດລາວ ເລີ່ມຕົ້ົ້ນການຜະລິດ ຜ້າບັງປາກທາງການແພດ ດ້ວຍຕົນເອງເພື່ອຕ້ານ ພະຍາດ Covid-19

ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.