ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງລາວກາຍ ສສ ຫວຽດນາມ.

15:45 | 07/11/2019

ຍສໝ - ໃນທ້າຍເດືອນຕຸລານີ້, ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະ ຜູ້ ແທນກອງບັນຊາການທະຫານ ແຂວງບໍ່ແກ້ວ ກອງທັບປະຊາ ຊົນລາວ ກັບ ກອງບັນຊາການທະ ຫານແຂວງລາວກາຍທີ່ຂຶ້ນກັບ ທະຫານເຂດ 2 ກອງທັບ ປະຊາ ຊົນ ຫວຽດນາມ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ.

ເປັນປະທານຮ່ວມຝ່າຍລາວມີ ສະຫາຍ ພັນເອກ ວິດອນ ພຸດດາວົງ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ພິເສດ ຮ່າວັນເກ້ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງລາວກາຍ ທະຫານເຂດ 2 ກອງທັບປະຊາ ຊົນຫວຽດນາມ, ມີຄະນະພັກ-ຄະ ນະບັນຊາ ແລະ ພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງລາວກາຍ ສສ ຫວຽດນາມ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງລາວກາຍ ສສ ຫວຽດນາມ. (ພາບ: bienphong.vn)

ໃນໂອກາດນີ້, ທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບພາຍໃນແຂວງຂອງຕົນເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກຍາມ ໃດກໍເຄື່ອນໄຫວມ້າງເພທຳລາຍລະບອບໃໝ່ຂອງທັງສອງປະເທດດ້ວຍຫຼາຍຮູບຫຼາຍສີ, ປັ່ນປ່ວນສ້າງຄວາມ ບໍ່ສະຫງົບຢູ່ພາຍໃນລວມໄປເຖິງປະກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນຢູ່ໃນສັງຄົມ, ການປຸ້ນຈີ້, ຊີງຊັບ, ການຄ້າຂາຍເຖື່ອນ, ບັນຫາຢາເສບຕິດຕ່າງໆພາຍໃນ ແຂວງ.

ການພົບປະສອງຝ່າຍຄັ້ງນີ້ຍັງໄດ້ສືບຕໍ່ເພີ່ມທະວີເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືລະຫວ່າງກອງບັນຊາການທະຫານແຂວງບໍ່ແກ້ວ ກັບ ກອງບັນຊາການທະຫານແຂວງລາວ ກາຍໃຫ້ນັບມື້ດີຂຶ້ນ, ບົນພື້ນຖານການຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນແບບມິດສະຫາຍອ້າຍນ້ອງບົນຈິດໃຈແຫ່ງຄວາມສາມັກຄພິເສດທີ່ປະຊາຊົນສອງປະເທດພວກເຮົາໄດ້ພ້ອມກັນທະນຸຖະໜອມ, ເພີ່ມພູນຄູນສ້າງໃຫ້ ມີບາດກ້າວຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງໆຂຶ້ນ.

ພ້ອມທັງໄດ້ຕີລາຄາສູງໃນການຮ່ວມມືລະຫວ່າງສອງກອງບັນຊາການທີ່ໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາແຮກສ່ຽວ ໃນໄລຍະຜ່ານມາສາມາດຍາດໄດ້ຜົນສຳເລັດຢ່າງ ມີປະສິດທິຜົນສູງ, ເຊິ່ງທັງສອງ ຝ່າຍໄດ້ມີການພົວພັນເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ຄະນະຜູ້ແທນ ດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບເຈົ້າ ແຂວງໆບໍ່ແກ້ວ ອີກດ້ວຍ.

(ຄຳຮຸ່ງ)

ເຫດການ