ກອງທັບ ຫວຽດນາມ ແລະ ລາວ ຮ່ວມມືຢ່າງຮອບດ້ານ ໃນການສະກັດກັ້ນພະຍາດ Covid-19

06:35 | 10/04/2020

ຍສໝ - ກອງທັບ ຫວຽດນາມ ແລະ ລາວ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີທີ່ຈິງໃຈລະຫວ່າງ ສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດ, ປະຊາຊົນຫວຽດນາມ ແລະ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ໄຊຊະນະພະຍາດ Covid-19.

ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19 ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19
ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ໃນຕອນບ່າຍ ວັນທີ 8 ເມສາ 2020 ຢູ່ກະຊວງປ້ອງກັນປະເທດ ສປປ.ລາວ, ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າມາຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ພົນຈັດຕະວາ ຫງວຽນຮຸງຖັງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ, ເນື່ອງໃນໂອກາດເຄື່ອນໄຫວເຮັດວຽກຢູ່ ສປປ. ລາວ.

ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19
ຜູ້ນຳກອງທັບ ສອງປະເທດ ຫວຽດນາມ ແລະ ລາວ ໄດ້ເປັນເອກະພາບກັນໃນການຮ່ວມມື ໃນການສະກັດກັ້ນພະຍາດ Covid-19. (ພາບ: qdnd.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຂອບໃຈທີ່ ທ່ານພົນຕີ ອ່ອນສີ ແສນສຸກ ໃຫ້ກຽດການຕ້ອນຮັບຢ່າງອົບອຸ່ນ, ແລະ ກ່າວຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ. ລາວ ໃນຄັ້ງນີ້.

ທ່ານ ພົນຈັດຕະວາ ຫງວຽນຮຸງຖັງ ໃຫ້ຮູ້ວ່າ: ໂດຍໄດ້ຮັບການຊີ້ນໍາຈາກລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ດ້ວຍຈິດໃຈ “ຕ້ານພະຍາດ ຄືຕ້ານສັດຕູ”, ໃນວັນທີ 7 ເມສາ ກົມໃຫຍ່ພະລາທິການ ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງແຜນການ, ຈັດຕັ້ງກໍາລັງ, ປຸກລະດົມວັດຖຸອຸປະກອນ ເພື່ອດຳເນີນການມອບອຸປະກອນການແພດ ເພື່ອຊ່ວຍໃຫ້ກະຊວງປ້ອງກັນປະເທດລາວ ປ້ອງກັນ, ຕ້ານພະຍາດ Covid-19. ພ້ອມນັ້ນ, ກົມໃຫຍ່ພະລາທິການ ຍັງຈັດສົ່ງຄະນະພະນັກງານ, ຊ່ຽວຊານໄປລາວ ເພື່ອແບ່ງປັນບົດຮຽນ ກັບ ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ, ສະກັດກັ້ນພະຍາດ.

ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ຕີລາຄາສູງຈິດໃຈຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຫຍຸ້ງຍາກ ຂອງກອງທັບປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່, ໃກ້ຊິດຕິດແທດກັບກອງທັບປະຊາຊົນລາວ ເພື່ອພ້ອມກັນຍູ້ຖອຍພະຍາດ Covid -19; ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ເຊື່ອວ່າ ດ້ວຍຄວາມສາມັກຄີທີ່ຈິງໃຈລະຫວ່າງ ສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດ, ປະຊາຊົນຫວຽດນາມ ແລະ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ໄຊຊະນະພະຍາດ Covid-19.

ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19 ປະເທດລາວ ໄດ້ຢັ້ງຢືນພົບຜູ້ຕິດເຊື້ອ Covid-19 ລາຍໃໝ່, ເພີ່ມຂຶ້ນເປັນ 15 ຄົນ

ຍສໝ - ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ກ່າວວ່າ ມາຮອດວັນທີ 8 ເມສາ 2020, ສປປ.ລາວ ໄດ້ກວດພົບຜູ້ຕິດເຊື້ອໄວຣັດ Covid -19 ເພີ່ມອີກ 1 ກໍລະນີເປັນນັກສຶກສາລາວ ກັບມາຈາກປະເທດອັງກິດ.

ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19 ລາວ: ວາງ 3 ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດ ຂັບເຄື່ອນວຽກງານຕ້ານ COVID-19

ໃນວັນທີ 8 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມວ່າດ້ວຍການຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ກອງທ ບ ຫວຽດນາມ ແລະ ລາວ ຮ ວມມ ຢ າງຮອບດ ານ ໃນການສະກ ດກ ນພະຍາດ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.