ປິດຊຸດບໍາລຸງພາສາຫວຽດໃຫ້ແກ່ພະນັກງານກອງທັບລາວ

00:00 | 15/12/2023

ປິດຊຸດບໍາລຸງພາສາຫວຽດໃຫ້ແກ່ພະນັກງານກອງທັບລາວ

ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ
ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023 ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

ຕອນບ່າຍວັນທີ 15 ທັນວາ, ຢູ່ກອງພັນໃຫຍ່754 (ກອງບັນຊາການທະຫານແຂວງເຊີນລາ), ຄະນະກໍາມະການ ປະຊາຊົນແຂວງເຊີນລາ ໄດ້ຈັດຕັ້ງພິທີປິດຊຸດບໍາລຸງ ພາສາຫວຽດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວຈຳນວນ 120 ຄົນ ໃນປີ 2023.

ປິດຊຸດບໍາລຸງພາສາຫວຽດໃຫ້ແກ່ພະນັກງານກອງທັບລາວ

ບັນດາຜູ້ແທນ ເຂົ້າຮ່ວມພິທີປິດຊຸດບໍາລຸງພາສາຫວຽດ ໃຫ້ແກ່ ພະນັກງານກອງທັບປະຊາຊົນລາວ ປີ 2023. ພາບ: qdnd.vn

ໃນໄລຍະບຳລຸງເປັນເວລາ 9 ເດືອນ, ນັກສຳມະນາກອນຂອງກອງທັບປະຊາຊົນລາວ ໄດ້ຮຽນກ່ຽວກັບຄວາມຮູ້, ທັກສະໃນການຟັງ, ເວົ້າ, ອ່ານ ແລະ ຂຽນ; ເພີມທະວີການທັກທາຍເປັນພາສາຫວຽດ; ອ່ານ ແລະເຂົ້າໃຈບາງຄໍາສັບທາງດ້ານການທະຫານ. ນອກຈາກນັ້ນ, ນັກສຳມະນາກອນຍັງໄດ້ໄປທັດສະນະສຶກສາຢູ່ເຂດປູຊະນີຍະສະຖານ ປະຫວັດສາດແລະ ທັດສະນີຍະພາບບາງແຫ່ງ. ສິ້ນສຸດການບໍາລຸງສ້າງ, ນັກສຳມະນາກອນ 100% ໄດ້ເຂົ້າຮ່ວມການສອບເສັງຕີລາຄາຄວາມສາມາດກ່ຽວກັບການນຳໃຊ້ພາສາຫວຽດ ແລະ ໄດ້ຮັບໃບຢັ້ງຢືນ.

ກ່າວຄຳເຫັນທີ່ພິທີປິດ, ສະຫາຍນາງ ຈ໊າງທິຊວນ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງເຊີນລາ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງບັນດາພະແນກ, ຄະນະ, ຂະແໜງການ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການສ້າງເນື້ອໃນ, ຫຼັກສູດການຮຽນ, ຮັບປະກັນພື້ນຖານດ້ານວັດຖຸ ແລະ ເງື່ອນໄຂເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງຫ້ອງຮຽນ.

ປິດຊຸດບໍາລຸງພາສາຫວຽດໃຫ້ແກ່ພະນັກງານກອງທັບລາວ

ການນໍາກອງບັນຊາການທະຫານແຂວງເຊີນລາ ມອບໃບຍ້ອງຍໍໃຫ້ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນຂຶ້ນກັບກໍາລັງປະກອບອາວຸດ 9 ແຂວງຂອງລາວ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງເຊີນລາ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນຂອງ ສປປ ລາວ ທີ່ຍາດໄດ້ຜົນງານດີເດັ່ນໃນການປະສານສົມທົບ, ຮໍ່າຮຽນ ແລະມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບ ແບບພິເສດ ລະຫວ່າງແຂວງເຊີນລາ ກັບ 9 ແຂວງຂອງລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.