VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

11:14 | 23/12/2020

ຍສໝ - ໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີຮັບຮູ້ການປະກອບສ່ວນ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2020. ໃນພິທີຮັບຮູ້ດັ່ງກ່າວນີ້ , VUFO ໄດ້ມອບໃບປະກາດຍ້ອງຍໍໃຫ້ແກ່ 50 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບການປະກອບສ່ວນຢ່າງຕັ້ງໜາ້ຂອງພວກເຂົາໃນປີ 2020.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ
vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ

ພິທີສະຫຼຸບ ແລະ ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບຸກຄົນ ແມ່ນກິດຈະກຳທີ່ໄດ້ຈັດຂື້ນປະຈຳປີໂດຍສະຫະພັນມິດຕະພາບ ເພື່ອຈຸດປະສົງຮັບຮູ້ ແລະ ປະເມີນຜົນວຽກງານທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ປະຕິບັດໃນປີທີ່ຜ່ານມາ, ພ້ອມດຽວກັນນີ້ກໍ່ໄດ້ສະເໜີຄຳເຫັນ ເພື່ອເພີ່ມປະສິດທິຜົນການຊ່ວຍເຫຼືອໃນຊຸມປີຕໍ່ໜ້າ.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ
ທ່ານນາງຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ. (ພາບ: thoidai.com.vn)

ອີງຕາມ ຜູ້ຕາງໜ້າຂອງຫົວໜ້າຄະນະກຳມະການປະສານງານການຊ່ວຍເຫຼືອປະຊາຊົນ (PACCOM), ໃນປີ 2020, ຍ້ອນໄດ້ຮັບຜົນກະທົບຈາກພະຍາດ COVID-19, ການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການພັດທະນາຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍການເປັນເຈົ້າການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ການປະສານງານ ແລະ ການສະໜັບສະໜູນຢ່າງຈິງຈັງຂອງສະຫະພັນມິດຕະພາບ ແລະ ບັນດາອົງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດສ່ວນໃຫຍ່ ໄດ້ດັດປັບແຜນການ ແລະ ກິດຈະກຳຂອງພວກເຂົາໂດຍໄວ, ສຸມໃສ່ກຳນົດບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອຮັບປະກັນການເຄື່ອນໄຫວທີ່ດີຂອງອົງການຈັດຕັ້ງຢູ່ຫວຽດນາມ. ພິເສດ, ຫຼາຍອົງການຈັດຕັ້ງ ມີຄວາມມານະພະຍາຍາມສະໜັບສະໜູນຫວຽດນາມ ໃນການປ້ອງກັນພະຍາດ COVID-19, ຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດເຊັ່ນ: ໄພແຫ້ງແລ້ງ, ນ້ຳເຄັມຢູ່ບາງແຂວງໃນເຂດທົ່ງພຽງແມ່ນ້ຳຂອງ, ແລະ ໄພນ້ຳຖ້ວມຢູ່ເຂດພາກກາງ.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ
VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີຮັບຮູ້ດັ່ງກ່າວນີ້, ທ່ານນາງຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ໃຫ້ຮູ້ວ່າ: ປີ 2020 ແມ່ນປີທີ່ມີຄວາມໝາຍພິເສດ ສຳລັບສະຫະພັນມິດຕະພາບ, ແມ່ນປີແຫ່ງການສ້າງຕັ້ງ ແລະ ພັດທະນາຄົບຮອບ 70 ປີ; ແລະ ໃນສະພາບການທີ່ທ້າທາຍຂອງການລະບາດຂອງ COVID-19, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການເຄື່ອນໄຫວທີ່ຕັ້ງໜ້າ, ຄ່ອງແຄ້ວ ແລະ ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນທາງດ້ານຂອງເຄື່ອນໄຫວສັນຕິພາບ, ມິດຕະພາບສາມັກຄີ ແລະ ວຽກງານທີ່ບໍ່ຂື້ນກັບລັດຖະບານຕ່າງປະເທດ ເຊິ່ງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດເປົ້າໝາຍສອງຢ່າງ: ຜ່ານຜ່າຜົນຮ້າຍການເປັນພະຍາດ ແລະ ການພັດທະນາເສດຖະກິດ.

ຕາມທ່ານນາງຫງວຽນເຟືອງງາ, ສະຫະພັນມິດຕະພາບ ໃຫ້ຄຳໝັ້ນສັນຍາຈະສົມທົບກັບອົງການທີ່ມີໜ້າທີ່ຫວຽດນາມຍາມ ໃນການສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ການພັດທະນາ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ຫວຽດນາມ.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ

ຍສໝ - ທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານຜູ້ວ່າການລັດ Saint Petersburg (ສະຫະພັນລັດເຊຍ) ໄດ້ສົ່ງຈົດ ໝາຍອວຍພອນ ມາເຖິງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

vufo ໄດ ມອບໃບປະກາດຍ ອງຍ ໃຫ ແກ 50 ອ ງການທ ບ ຂ ນກ ບລ ດຖະບານຕ າງປະເທດ ແຂວງເຮົ້າຢ່າງ ມີຄວາມຫວັງວ່າ VUFO ຈະເປັນຂົວເຊື່ອມຕໍ່ໃນການຊ່ວຍເຫຼືອບໍ່ຂຶ້ນກັບລັດຖະບານ

ຍສໝ - ຕອນບ່າຍວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບແຂວງເຮົ້າຢ່າງ ກ່ຽວກັບວຽກງານການທູດຂອງປະຊາຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.